ຢາພື້ນເມືອງຈີນແລະຢາພື້ນເມືອງຈີນທີ່ຕ້ານພະຍາດລະບາດຂອງແຂວງຢຸນນານ ຖືກຈົດເຂົ້າສູ່ແຜນການວິທີການປິ່ນປົວພະຍາດ​ໂຄວິດ-19ຂອງລາວ

2020-04-24 14:45:08 |ມາຈາກ: Yunnan Gateway

ຢາພື້ນເມືອງຈີນມີຜົນດີຕໍ່ການປິ່ນປົວພະຍາດ​ໂຄວິດ-19 ເຮັດໃຫ້ມີອາການດີຂຶ້ນ, ຫຼຸດຜ່ອນໄລຍະເວລາຂອງການເປັນພະຍາດລົງ, ຫຼຸດຜ່ອນການເກີດອາການຮ້າຍແຮງ ແລະ ສົ່ງເສີມການຟື້ນຟູ,ຢາພື້ນເມືອງຈີນແລະຢາພື້ນເມືອງຈີນທີ່ຕ້ານພະຍາດລະບາດຂອງແຂວງຢຸນນານກໍໄດ້ນຳໃຊ້ໃນລາວຢ່າງມີຜົນດີ.

ເພື່ອໃຫ້ປະເທດລາວທີ່ມີຊັບພະຍາກອນຢາພື້ນເມືອງຈີນຢູ່ຢ່າງຈຳກັດສາມາດສົ່ງເສີມທ່າແຮງຂອງຢາພື້ນເມືອງຈີນໄດ້ຢ່າງມີປະສິດທິຜົນ,ທ່ານ ກູຢີປິ່ນ ຫນຶ່ງໃນຜູ້ຊ່ຽວຊານດ້ານຢາພື້ນເມືອງຈີນທີ່ເຂົ້າຮ່ວມໃນການປ້ອງກັນແລະຄວບຄຸມການລະບາດຂອງພະຍາດ​ໂຄວິດ-19ໃນແຂວງຢຸນນານ,ສະມາຊິກຂອງໜ່ວຍ​ຊ່ຽວ​ຊານ​ການ​ແພດຈີນທີ່ເດີນທາງໄປລາວເພື່ອຕ້ານ​ພະ​ຍາດ​ໂຄວິດ-19ໄດ້ຕົກລົງວ່າ: ໃນແຜນການວິທີການປິ່ນປົວພະຍາດ​ໂຄວິດ-19 ສະບັບທີສອງຂອງການຊ່ວຍເຫຼືອປະເທດລາວ,ໂດຍຈະເອົາພາກສ່ວນ “ປິ່ນປົວດ້ວຍຢາພື້ນເມືອງຈີນ” ຂຽນຈົດເຂົ້າແຍກເປັນເອກະລາດ, ໂດຍເອົາຢາພື້ນເມືອງຈີນ 4 ປະເພດອີງຕາມປະສິດທິພາບການປິ່ນປົວ, ຂະໜາດການນຳໃຊ້, ມາແບ່ງອອກເປັນສາມຂັ້ນຕອນຄື: ການປ້ອງກັນ, ການປິ່ນປົວ ແລະການຟື້ນຟູ, ກຳນົດແຜນການນຳໃຊ້ 6 ຊະນິດໃຫ້ແກ່ຝ່າຍປະເທດລາວ,ໄດ້ຮັບການອະນຸມັດແລະຮັບຮອງເອົາໂດຍຊ່ຽວຊານລາວ, ເຊິ່ງໄດ້ສະຫນອງດ້ວຍການປົກປ້ອງທາງດ້ານກົດໝາຍ ແລະ ແຜນການຢາພື້ນເມືອງຈີນເພື່ອໃຫ້ຢາພື້ນເມືອງຈີນເຂົ້າຮ່ວມໃນການຕໍ່ສູ້ກັບການລະບາດຂອງພະຍາດໃນລາວ.

ຫລັງຈາກນັ້ນ, ແຜນການວິທີການປິ່ນປົວພະຍາດ​ໂຄວິດ-19 ສະບັບທີສອງທີ່ກຳນົດໂດຍໜ່ວຍ​ຊ່ຽວ​ຊານຂອງຈີນໄດ້ຖືກຮັບຮອງຈາກລັດຖະບານລາວ ແລະ ແຈກຢາຍຢ່າງເປັນທາງການໃຫ້ແກ່ລາວເພື່ອຈັດຕັ້ງປະຕິບັດໃນທົ່ວປະເທດ. ທ່ານ ກູຢີປິ່ນ ກ່າວວ່າ "ຜູ້ເຈັບສ່ວນໃຫຍ່ໃນປະເທດລາວແມ່ນອາການບໍ່ຮຸນແຮງ, ແລະຢາພື້ນເມືອງຈີນໄດ້ມີບົດບາດຢ່າງຕັ້ງໜ້າໃນການຄວບຄຸມພະຍາດ,ແລະປ້ອງກັນອາການຂອງພະຍາດທີ່ບໍ່ຮຸນແຮງບໍ່ໃຫ້ກາຍເປັນອາການຮ້າຍແຮງ."