ຂ້ອຍແມ່ນຜູ້ຖ່າຍທອດສົດຢູ່ຕະຫຼາດດອກໄມ້ໂຕ່ວນານຄຸນໝິງ

2020-04-24 14:49:16 |ມາຈາກ: Yunnan Gateway

ເນື່ອງຈາກການລະບາດຂອງພະຍາດໂຄວິດ-19,ການຖ່າຍທອດສົດຂອງດອກໄມ້ສົດໃນຕະຫຼາດດອກໄມ້ໂຕ່ວນານຄຸນໝິງແຂວງຢຸນນານໄດ້ເລີ່ມຕົ້ນແລະພັດທະນາຢ່າງໄວວາ.ໃນຕະຫຼາດພວກເຮົາສາມາດແນມເຫັນຜູ້ຖ່າຍທອດສົດທີ່ທັງຍ່າງແລະທັງຖ່າຍທອດສົດຂາຍດອກໄມ້ຢູ່ເລື້ອຍໆ.

ນາງ ລີນຢ່ຽນ ອາຍຸ 37 ປີ, ເດືອນ ກຸມພາ ປີນີ້, ລາວກາຍເປັນຜູ້ຖ່າຍທອດສົດດອກໄມ້ສົດຄົນໜຶ່ງຂອງຕະຫຼາດດອກໄມ້ໂຕ່ວນານຄຸນໝິງ.ທຸກມື້ລາວຖ່າຍທອດສົດຂາຍດອກໄມ້ໃນເວທີການຖ່າຍທອດສົດຂອງ ແອັບຖາວປາວ (Taobao), ແອັບຖາວປາວມີກົດລະບຽບ, ຜູ້ຖ່າຍທອດສົດໃໝ່ຕ້ອງຖ່າຍທອດສົດໃຫ້ຄົບ 4 ຊົ່ວໂມງໃນທຸກມື້ຈຶ່ງຖືວ່າເປັນການຖ່າຍທອດສົດທີ່ມີປະສິດທິຜົນ. ໃນເວລາເລີ່ມຕົ້ນການຖ່າຍທອດສົດ, ເຖິງວ່າຈະບໍ່ມີຜູ້ຕິດຕາມ ຢູ່ໃນຫ້ອງຖ່າຍທອດສົດ, ແລະບໍ່ມີໃຜຊື້ດອກໄມ້, ນາງ ລີນຢ່ຽນ ກໍ່ຈະສືບຕໍ່ແນະນຳຢ່າງບໍ່ຢຸດເຊົາຕໍ່ຫນ້າໂທລະສັບມືຖື, ນອກຈາກນັ້ນ, ຍັງໄປສະຖານທີ່ຕ່າງໆເພື່ອຖ່າຍທອດສົດເຊັ່ນ: ສາງດອກໄມ້ສົດ, ເຂດພື້ນຖານຂອງດອກໄມ້ສົດ, ຕະຫລາດການຄ້າແລະອື່ນໆ.

ຄ່ອຍເປັນຄ່ອຍໄປຢ່າງຊ້າໆ, ຍ້ອນວ່າ ນາງ ລີນຢ່ຽນ ມີຄວາມຈິງໃຈ, ລາວຈຶ່ງມີຜູ້ຕິດຕາມຫຼາຍ, ແລະປະລິມານການເຮັດທຸລະກໍາປະຈໍາວັນຍັງແຕກຕ່າງກັນໃບສັ່ງສິນຄ້າແມ່ນນັບຈາກຫນຶ່ງໄປຫາສອງຮ້ອຍ. ລູກຄ້າທີ່ລຶ້ງເຄີຍຫຼາຍຄົນບໍ່ໄດ້ຊື້ດອກໄມ້, ແຕ່ຍັງມາທີ່ຫ້ອງຖ່າຍທອດສົດເພື່ອລົມກັນກັບ ນາງ ລິນຢ່ຽນ, ສົນທະນາເຕັກນິກການປູກດອກໄມ້.

ໃນປັດຈຸບັນນີ້, ທຸກມື້ການຖ່າຍທອດສົດຂອງ ນາງ ລີນຢ່ຽນ ແມ່ນສິ້ນສຸດລົງໃນເວລາ 10 ໂມງແລງ, ແຕ່ວ່າລາວຍັງບໍ່ທັນໄດ້ພັກຜ່ອນ, ລາວຈຳເປັນຕ້ອງໄດ້ສະຫຼຸບປະລິມານການເຮັດທຸລະກຳໃນມື້, ບັນຫາທີ່ພົບໃນການຖ່າຍທອດສົດ, ບັນຫາທີ່ລູກຄ້າໄດ້ສ່ອງແສງມາ,ແລະ ສື່ສານກັບພໍ່ຄ້າກ່ຽວກັບດອກໄມ້ທີ່ຕ້ອງຂາຍໃນມື້ອື່ນ.ນາງ ລີນຢ່ຽນ ໄດ້ກັບເຮືອນນອນແມ່ນປະມານສອງໂມງແລ້ວ.

ໃນລະຫວ່າງການລະບາດຂອງພະຍາດ, ດອກໄມ້ທີ່ປູກໂດຍຜູ້ປູກດອກໄມ້ຈຳນວນຫຼາຍແມ່ນບໍ່ສາມາດຂາຍໄດ້,ບໍລິສັດຖ່າຍທອດສົດທີ່ນາງ ລີນຢ່ຽນ ເຮັດວຽກຢູ່ນັ້ນແມ່ນໄດ້ມີການຮ່ວມມືຖ່າຍທອດສົດກັບ "ລ່ຽງມູດີ້" (ບໍລິສັດປູກດອກກຸຫລາບໜຶ່ງທີ່ປູກກຸຫຼາບຫຼາຍກວ່າ 60 ເຮັກຕາ), ຜູ້ຖ່າຍທອດສົດສາມາດຊ່ວຍ"ລ່ຽງມູດີ້"ຂາຍດອກກຸຫລາບໄດ້800-2000ດອກໃນໜຶ່ງມື້,ແລະ ໃນຕອນນີ້ ດອກກຸຫລາບ 90% ຂອງ"ລ່ຽງມູດີ້" ແມ່ນສາມາດຂາຍໄດ້ແລ້ວ.

ສະພາບການລະບາດກໍ່ຈະຜ່ານໄປໃນທີ່ສຸດ,ຕະຫຼາດດອກໄມ້ໂຕ່ວນານກຳລັງສືບຕໍ່ຟື້ນຟູການຜະລິດ ແລະ ເຮັດວຽກຄືນໃໝ່ເທື່ອລະກ້າວ, ແລະ ຜູ້ຖ່າຍທອດສົດກໍກຳລັງສົ່ງດອກໄມ້,ລະດູໃບໄມ້ປົ່ງ ແລະ ຄວາມຮັກຂອງແຂວງຢຸນນານໄປສູ່ອີກຫລາຍໆສະຖານທີ່.