ຍົນໂດຍສານກາຍເປັນຍົນຂົນສົ່ງສິນຄ້າເພື່ອຊ່ວຍບໍລິສັດການບິນ

2020-04-24 15:55:40 |ມາຈາກ: Yunnan Gateway

ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ມີຫຼາຍປະເທດໄດ້ປິດເມືອງແລະປິດປະເທດ, ເຮັດໃຫ້ຫຼາຍເສັ້ນບິນສາກົນຖືກຍົກເລີກ, ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ບໍລິສັດການບິນ ແລະການຄ້າຂາເຂົ້າຂາອອກ.ເພື່ອຊ່ວຍໃຫ້ບໍລິສັດການບິນແລະວິສາຫະກິດການຄ້າຕ່າງປະເທດສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄດ້, ດ່ານພາສີສະໜາມບິນຄຸນໝິງໄດ້ອອກແຈ້ງການ 16 ມາດຕະການເພື່ອສົ່ງເສີມການຄ້າຕ່າງປະເທດໃຫ້ເຕີບໂຕຢ່າງຫມັ້ນຄົງ, ໃນນັ້ນ,ການນຳໃຊ້ຍົນໂດຍສານຂົນສົ່ງສິນຄ້າກໍແມ່ນມາດຕະການຫນຶ່ງ, ເຊິ່ງນີ້ເຮັດໃຫ້ບໍລິສັດການບິນທີ່ຂົນສົ່ງຜູ້ໂດຍສານເປັນຕົ້ນຕໍໄດ້ຕ້ອນຮັບໂອກາດໃໝ່,ແລະ ບໍລິສັດການບິນທີ່ຂົນສົ່ງສິນຄ້າເປັນຕົ້ນຕໍກໍ່ໄດ້ຮັບການສະໜັບສະໜູນ.

ວັນທີ 22 ເມສາ, ຢູ່ສະໜາມບິນສາກົນຊາງຊຸຍຄຸນໝິງນັກຂ່າວໄດ້ເຫັນວ່າ,ບໍລິສັດການບິນຢວນທ່ອງມີຖ້ຽວບິນສົ່ງຜ້າອັດປາກ ແລະ ແວ່ນຕາປ້ອງກັນອອກໄປປະເທດປາກີສະຖານທຸກມື້, ພ້ອມກັນນັ້ນກໍຍັງຈັດສົ່ງເຄື່ອງຈຳນວນໜຶ່ງຈາກປາກີສະຖານກັບຄຸນໝິງ. ໃນຂະບວນການນີ້, ດ່ານພາສີສະໜາມບິນຊາງຊຸຍຄຸນໝິງກໍ່ໄດ້ສະໜອງບໍລິການຜ່ານດ່ານພາສີຢ່າງໄວວາ.

ອິງຕາມສະຖິຕິ, ນັບແຕ່ເດືອນມີນາປີນີ້ເປັນຕົ້ນມາ, ດ່ານພາສີສະໜາມບິນຊາງຊຸຍຄຸນໝິງໄດ້ຮັບປະກັນຖ້ຽວບິນທີ່ຂົນສົ່ງສິນຄ້າປະເພດຕ່າງໆຫຼາຍກວ່າ 30 ຖ້ຽວບິນ, ສິນຄ້ານຳເຂົ້າແລະສົ່ງອອກມີ 2,327 ໂຕນ.