ທ່ານ​ສີ​ຈິ້ນ​ຜິ​ງກ່າວວ່າ: ຕ້ອງກ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ທຸກ​ປະການ ກ້າ​ບິນຂຶ້ນ​ສູ່ຈອມ​ພູ​ສູງ​ແຫ່ງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີການບິນ​ອະວະກາດ

2020-04-24 17:28:09 |ມາຈາກ: CRI

​ເນື່ອງ​ໃນ​ໂອກາດ​ “ວັນ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ”ຄັ້ງ​ທີ 5 ​ແລະ ຜົນສຳເລັດຂອງການ​ສົ່ງ​ດາວ​ທຽມ “ຕົ່ງ​ຟ່າງ​ຫົງ 1” ​ຄົບຮອບ 50 ປີ​ ໄດ້ໝູນວ​ຽນ​ມາ​ເຖິງ, ວັນ​ທີ23 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ ປະທານ​ຄະນະ​ກຳມະການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕອບ​ຈົດໝາຍ​ນັກວິທະຍາ​ດອາວຸ​ໂສ​ທີ່​ເຄີຍ​ເຂົ້າ​ຮ່ວມປະຕິບັດ​ໜ້າ​ທີ່​ຄົ້ນຄວ້າ​ຜະລິດ ດາງ​ທຽມ “ຕົ່ງ​ຟ່າງ​ຫົງ 1”, ​ໂດຍ​ທ່ານໄດ້ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ບັນດານັກວິທະຍາສາດອາວຸດໂສທັງຫລາຍ, ທັງ​ໄດ້​​ຝາກຄວາມ​ຫວັງ​ຢ່າງ​ສູງຕໍ່​​​ຜູ້​ທີ່ປະຕິບັດໜ້າທີ່ໃນວຽກງານການບິນ​ອະວະກາດ​ອັນ​ໄພສານ​ໃຫ້​ເຊີດ​ຊູຈິດ​ໃຈ “2 ລູກ​ລະ​ເບີດ 1 ດາວ​ທຽມ” ​ແລະ ​ເລັ່ງລັດ​ສ້າງ​ປະ​ເທດ​ໃຫ້ເຂັ້ມ​ແຂງ​ທາງດ້ານ​ການ​ບິນ​ອະວະກາດ.

ທ່ານ​ສີ​ຈິ້ນ​ຜິ​ງໄດ້ລະບຸ​ໃນ​ຈົດໝາຍ​​ວ່າ: ​ໃນ​ຖານ​ະເປັນ​ຜູ້​ເຂົ້າ​ຮ່ວມປະຕິບັດ​ໜ້າ​ທີ່ ຄົ້ນຄວ້າຜະລິດ“ດາວ​ທຽມ​ຕົ່ງ​ຟ່າງ​ຫົງ 1”, ບັນດາ​ທ່ານ​ໄດ້​ອຸທິດຕົນຕັ້ງແຕ່ເປັນ​​​ໄວ​ໜຸ່ມ​ໃຫ້ແກ່ພາລະກິດ​ການ​ບິນ​ອະວະກາດ​ຂອງ​ປະ​ເທດ​ຊາດ, ປະຈຸ​ບັນ​ເຖິງ​ວ່າໄດ້ມີ​ອາຍຸ​ສູງ​​ແລ້ວ​ກໍ​ຕາມ,​ແຕ່ບັນດາທ່ານ​ຍັງໄດ້​ເອົາ​ໃຈ​ໃສ່​ຕໍ່ອະນາຄົດຂອງພາລະກິດ​ການບິນ​ອະວະກາດ​ຂອງ​ປະ​ເທດ​ຊາດ, ນີ້ເຮັດໃຫ້ຂ້າ​ພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນໃຈ​ທີ່​ສຸດ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ​ເມື່ອ 50 ປີກ່ອນ, ຈີນ​ໄດ້​ສົ່ງ​ດາວ​ທຽມ “ຕົ່ງ​ຟ່າງ​ຫົງ 1”​ຂຶ້ນ​ສູ່​ອະ​ວະ​ກາດຢ່າງ​ສຳ​ເລັດ​ຜົນ, ​ຂ້າພ​ະ​ເຈົ້າ​ໄດ້​ຮູ້​ຂ່າວ​ນີ້​ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ​ທາງ​ພາກ​ເໜືອ​ຂອງ​ແຂວງ​ສ້າ​ນຊີ່, ຕອນນັ້ນຮູ້ສຶກ​ຕື່ນ​ເຕັ້ນ​​ທີ່ສຸດ. ​ໃນ​ເວລານັ້ນ, ບັນດາ​ທ່ານ​ໄດ້ບຸກບືນສູ້​ຊົນ​ຢ່າງ​ດຸ​ໝັ່ນ ​ແລະ​ເຮັດ​ວຽກ​ຢ່າງ​ຕັ້ງ​ໃຈ​ແລະ​ອົດທົນ, ​ໄດ້​ສ້າງ​ຜົນສຳ​ເລັດ​ອັນ​ໂດດ​ເດັ່ນ​ທີ່​ເຮັດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຮູ້ສຶກ​ພາກພູມ​ໃຈ​ທີ່ສຸດ, ​ເຊິ່ງສະ​ແດງ​ໃຫ້​ເຫັນຈິດ​ໃຈ​ທີ່ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ຄຸນງາມຄວາມດີ​ຂອງ​ຜູ້​​ທີ່ໄດ້ປະຕິບັດໜ້າທີ່ໃນວຽກງານການບິນ​ອະວະກາດ​ຮຸ່ນ​ເກົ່າ​ໄດ້​ຖືກຈາລຶກ​ໄວ້​ໃນ​ປື້ມປະຫວັດສາດ​ຂອງ​ສປຈີນ​ຢ່າງ​ບໍ່ມີວັນລືມ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ບໍ່​ວ່າ​ສະພາບການຈະປ່ຽນ​ແປງໄປຄື​ແນວ​ໃດ​ກໍ​ຕາມ, ກໍ​ຢ່າສູ່​ປະ​ຖິ້ມ​ນໍ້າ​ໃຈ​​​ເພິ່ງ​ຕົນ​ເອງ ​ແລະ​ບຸກ​ບືນ​ສູ້​ຊົນ​ຢ່າງ​ທໍລະ​ຫົດ​ອົດທົນ. ຜູ້​​ປະຕິບັດໜ້າທີ່ໃນວຽກງານການບິນ​ອະວະກາດ​ໃນ​ຍຸກ​ໃໝ່​ຕ້ອງ​ຖື​ຜູ້​ອາ​ວຸ​ໂສລຸ້ນ​ເກົ່າ​ເປັນ​ແບບຢ່າງ, ອອກ​ແຮງ​ເຊີດ​ຊູຈິດ​ໃຈ “2 ລູກ​ລະ​ເບີດ 1 ດາວ​ທຽມ”, ຕ້ອງກ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ທຸກ​ປະການ,ກ້າ​​ບິນຂຶ້ນ​ສູ່ຈອມ​ພູ​ສູງ​ແຫ່ງ​ວິ​ທະ​ຍາສາດ​​ເຕັກ​ໂນ​ໂລ​ຊີ​ການບິນ​ອະວະກາດ, ​ເຮັດ​ໃຫ້​ຊາວ​ຈີນ​ມີ​ບາດກ້າວ​ເດີນ​ທີ່​ໜັກ​ແໜ້ນ​ກວ່າ​ເກົ່າ ​ແລະ​ ກ້າວໄປ​ໄກ​ກວ່າ​ເກົ່າ​ໃນ​ການ​ສຳ​ຫຼວດອະວະ​ກາດ, ບັນລຸ​ຄວາມ​​ໃຝ່ຝັນ​ອັນ​ຍິ່ງ​​ໃຫຍ່​ທີ່​ສ້າງ​ປະ​ເທດທີ່​ເຂັ້ມ​ແຂງ​ໃນດ້ານ​ການ​ບິນ​ອະວະກາດ​ໂດຍ​ໄວ.

ວັນ​ທີ 24 ​ເມສາປີ 1970, ​ໂດຍ​ຜ່ານ​ຄວາມ​ພະຍາ​ຍາມຢ່າງ​ບໍ່​ລົດ​ລະ​ຂອງ​ນັກ​ຄົ້ນຄວ້າ​ນັກ​ທົດ​ລອງ​ອັນ​ໄພສານ​ມາ​ເປັນ​ເວລາ​ຫຼາຍ​ປີ, ດາວ​ທຽມ​ດວງທຳ​ອິດ​ຂອງ​ຈີນ​ທີ່​ມີ​ຊື່ວ່າ “ຕົ່ງ​ຟ່າງ​ຫົງ​ 1” ​ໄດ້​ສົ່ງ​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນ. ​ໃນ​ຖານະ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ໂຄງການ “2 ລູກລະ​ເບີດ 1 ດາວ​ທຽມ”, ຜົນສຳ​ເລັດ​ຂອງ​ການ​ສົ່ງ​ດາວ​ທຽມ “ຕົ່ງ​ຟ່າງ​ຫົງ 1” ​ໄດ້​ເປີດ​ສາກທີ່​ປະຊາ​ຊາດ​ຈີນ ສຳ​ຫຼວດ​ຄົ້ນ​ຄວ້າຄວາມ​ລຶກລັບ​ຂອງ​ຈັກກະ​ວານ ແລະ ນຳ​ໃຊ້​ອະວະກາດ​​ເຂົ້າ​ໃນ​ທາງ​ສັນຕິພາບ ​ແລະສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ມ​ວນມະນຸດ. ​ເພື່ອສືບທອດ​ຈິດ​ໃຈ ແລະ ​​ຈົດ​ຈຳປະຫວັດສາດ, ​ໂດຍ​ຜ່ານ​ການ​ອະນຸມັດ​ຈາກສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະຄະນະ​ລັດຖະບານ​ຈີນ, ​​ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ,ຈີນ ​ໄດ້​ກຳນົດ​ເອົາ​ວັນ​ທີ 24 ​ເມສາຂອງທຸກ​ປີ​ເປັນ “ວັນ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ”.