ເມືອງຕ້າເຢົາພັດທະນາຂະແໜງການຢາພື້ນເມືອງຈີນສົ່ງເສີມການມີລາຍໄດ້ເພີ່ມຂຶ້ນ

2020-04-26 17:02:17 |ມາຈາກ: Yunnan Gateway

ໃນຊຸມປີຜ່ານມາ, ອຳນາດການປົກຄອງເມືອງຕ້າເຢົາສຸມກຳລັງແຮງຢ່າງຫຼວງຫຼາຍເຂົ້າໃນການພັດທະນາຂະແໜງການຢາພື້ນເມືອງຈີນ, ຂະຫຍາຍເນື້ອທີ່ການປູກຢາພື້ນເມືອງຈີນຢ່າງຕໍ່ເນື່ອງ, ຂອບເຂດກວມເອົາ 12 ຕາແສງ. ຮອດທ້າຍປີ2019, ເນື້ອທີ່ການປູກຢາພື້ນເມືອງຈີນໃນເມືອງຕ້າເຢົາມີ 4900 ເຮັກຕາ,ມູນຄ່າຜະລິດຕະພັນ 240 ລ້ານຢວນ(303413400759 ກີບ), ລາຍໄດ້ສະເລ່ຍຕໍ່ຄົນຈາກຢາພື້ນເມືອງຈີນຂອງຊາວບ້ານແມ່ນ 1540 ຢວນ(1946903ກີບ), ມູນຄ່າຜະລິດຕະພັນຜົນລະປູກເຄື່ອງເທດຂອງເມືອງດ້າເຢົາ 140 ລ້ານຢວນ(176991150442 ກີບ), ວິສາຫະກິດຂະແໜງການສຸຂະພາບໃຫຍ່ ແລະ ຢາປິ່ນປົວຊີວະນາໆພັນຂະຫນາດໃຫຍ່ 16 ແຫ່ງ,ມູນຄ່າຜະລິດຕະພັນໄດ້ບັນລຸ 570 ລ້ານຢວນ(720606826802 ກີບ), ເຕີບ​ໂຕຂຶ້ນ 22,5%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.