ທ່ານສີຈິ້ນຜິງສຳຫຼວດກວດ​ກາວຽກງານ​ລຶບ​ລ້າງຄວາມທຸກຍາກ​ຢູ່​ແຂວງ​ສ້ານ​ຊີ່

2020-04-26 17:30:11 |ມາຈາກ: CRI

ເມື່ອບັ້ນລຶບ​ລ້າງຄວາມທຸກຍາກເຂົ້າສູ່ໄລຍະນັບຖອຍຫຼັງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເດີນທາງໄປສຳຫຼວດກວດ​ກາວຽກງານ​ລຶບ​ລ້າງຄວາມທຸກຍາກ​ຢູ່​ແຂວງ​ສ້ານ​ຊີ່. ການຫຼຸດ​ພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດສິ້ນສຸດ, ແຕ່ແມ່ນຈຸດເລີ່ມຕົ້ນຂອງຊີວິດໃໝ່ ແລະການບຸກບືນສູ້ຊົ້ນຄັ້ງໃໝ່. ຈະບໍ່​ມີ​ວັນລືມ​ພີ່​ນ້ອງປະຊາຊົນຕະຫຼອດໄປ, ບໍ່ມີ​ວັນລືມປະຊາຊົນຜູ້ທຸກຍາກຕະຫຼອດໄປ, ​ນີ້​ຄືຄວາມເປັນຫ່ວງເປັນໃຍທີ່ສຸດຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ!