ຄວາມ​ສາ​ມັກ​ຄີ ແລະ ກາ​ນ​ຮ່ວມ​ມື​ແມ່ນ​ອາ​ວຸດທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ

2020-04-28 17:38:50 |ມາຈາກ: CRI

ຕົ້ນ​ປີ 2020, ເມື່ອ​ຜະ​ເຊີນ​ກັບ​​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​COVID-19ທີ່​​ເກີດ​​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ​ໄດ້ສາ​ມັກ​ຄີ​ກັນ​ບຸກ​ບືນ​ສູ້​ຊົນ, ​ສ້າງ​ແນວ​ປ້ອງ​ກັນ​ຊັ້ນ​ທຳ​ອິດ​ໃຫ້​ແກ່​ໂລກ, ​ເຊິ່ງໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ. ທ່ານ​ກູ​ເຕີ​ເລັ​ສ ເລ​ຂາ​ທິ​ການ​ໃຫຍ່​​ອົງ​ການສະ​ຫະ​ປະ​ຊາ​ຊາດ​​ໄດ້ຕີ​ລາ​ຄາ​ວ່າ, ປະ​ຊາ​ຊົນ​ຈີນ​ໄດ້​ເສຍ​ສະຫຼະ​ຢ່າງຫຼວງຫຼາຍ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດCOVID-19,ເປັນ​ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຕໍ່​ມວນ​ມະ​ນຸດ.

ນັບ​ແຕ່​​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເປັນ​ຕົ້ນ​ມາ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ຜູ້​ນຳ​ຕ່າງ​ປະ​ເທດ ແລະ​ຜູ້​ນຳ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 20 ກວ່າ​ທ່ານ, ໂດຍ​ກ່າວ​ເນັ້ນ​ຢູ່​ສ​ະ​ເໝີ​ວ່າ “​ມວນ​ມະ​ນຸດ​ແມ່ນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ”, “ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ແມ່ນ​ອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ”. ໃນ​ກອງ​ປະ​ຊຸມ​ສຸດຍອດ​ສ​ະ​ໄໝ​ພິ​ເສດ​ຂອງ​ກຸ່ມG20ເພື່ອ​ຮັບ​ມື​ກັບ​ພະ​ຍາດCOVID-19 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມີ​ນາ​ແລ້ວ​ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​​ໄດ້​ສະ​ເໜີວ່າ: “ສິ່ງ​ທີ່​ປະ​ຊາ​ຄົມ​ໂລກ​ຕ້ອງ​ການ​ທີ່​ສຸດ​ແມ່ນ​ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ​ແລະສ​າ​ມັກ​ຄີ​ກັນ​ຕ້ານ​ພະ​ຍາດ”. ທ່ານ​ຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 4 ຂໍ້, ຄື : “ເດັດ​ດ່ຽວ​ເອົາ​ຊະ​ນະ​ໃນ​ບັ້ນ​ປ້ອງ​ກັນ​ແລະ ຄວບ​ຄຸມ​ພະ​ຍາດCOVID-19​ຂອ​ງ​ທົ່ວ​ໂລກ” “ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ”, “ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ”, ແລະ “ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໃນ​ລະ​ດັບສາ​ກົນ”, ເຊິ່ງ​ໄດ້​ສະ​ເໜີ​ທິດ​ທາງ​ ແລະ ເພີ່ມ​ຄວາມ​ໝັ້ນ​ໃຈ ແລະ ແຮງ​ຊຸກ​ຍູ້ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ຂອງ​​ທົ່ວ​ໂລກ.

ເລີ່ມ​ແຕ່​ເດືອນ​ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ, ພະ​ຍາດCOVID-19​ໄດ້​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ, ກະ​ທົບ​ເຖິງ 200 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ, ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ໂລກ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ພາຍ​ໃນ​ປະ​ເທດສາ​ມາດ​ຄວບ​ຄຸມ​ໄວ້​​ໄດ້ຢ່າງ​ເຂັ້ມ​ແຂງ.

ນັບ​ມາ​ຮອດ​ວັນ​ທີ 19 ເມ​ສາ​ນີ້, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອຸ​ປະ​ກອນ​ເຊິ່ງ​ລວມ​ທັງ​ຜ້າ​ປິດ​ປາກ ຊຸດ​ປ້ອງ​ກັນພະ​ຍາດ ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ ເຄື່ອງ​ຊ່ວຍ​ ​ຫາຍ​ໃຈ​ແລະ​ອື່ນ​ໆ​ແກ່ 127 ປະ​ເທດ ແລະ 4 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ແພດ​ໝໍ 17 ໜ່ວຍ​ໄປ​ຊ່ວຍ​ເຫຼືອ 15 ປະ​ເທດ. ຈີນ​ຍັງ​ໄດ້ມອບເງິນ​ຊ່ວຍ​ເຫຼືອ 50 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ, ແບ່ງ​ປັນ​ແຜນ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ ແລະ​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ພະ​ຍາດ​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ໄດ້​ສ້າງ​ສູນ​ສະ​ເພາະ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ​ກ່ຽວ​ກັບ​​ພະ​ຍາດCOVID-19 ແລະ ​ຄັງ​ຊ່ຽວ​ຊານ​ເພື່ອ​ການ​ຮ່ວມ​ມື​ສາ​ກົນ, ໄດ້​ຈັດ​ກອງ​ປະ​ຊຸມ​ທາງວີ​ດີ​ໂອ 40 ກວ່າ​ຄັ້ງ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ກັບ 100 ກວ່າ​ປະ​ເທດ ແລະ​ເຂດ​ແຄວ້ນ, ຮ່ວ​ມ​ມື​ກັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຢາ​ວັກ​ແຊງ ແລະ ຢາ​ປົວ​ພະ​ຍາດ.

ຈີນ​ເຮັດ​ແນວ​ນີ້ ເປັນ​ການ​ຕອບ​ແທນ​ບຸນ​ຄຸນ​ຕໍ່​ປະ​ຊາ​ຄົມ​ໂລກ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນຊ່ວຍ​ເຫຼືອ​ໃນ​ເວ​ລາ​ທີ່​ຈີນ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ກໍ​ເປັນ​ການ​ຊ່ວຍ​ເຫຼືອ​ກອບ​ກູ້​ຊີ​ວິດ​ບົນ​ພື້ນ​ຖານ​ຈິດ​ໃຈ​ມະ​ນຸດ​ສະ​ທຳ, ​ທັງເປັນ​ການ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ກໍ​ຄື​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

ປ​ະ​ຈຸ​ບັນ, ໂຮງ​ງານ​ຂອງ​ຈີນ​ພວມ​ເລັ່ງ​ລັດ​ການ​ຜະ​ລິດ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ທັງ​ເວັນ​ທັງ​ຄືນ, ພະ​ຍາ​ຍາມ​ຮັບ​ປະ​ກັນສະ​ໜອງ​ອຸ​ປະ​ກອນໃຫ້​ແກ່​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ຂອງ​ບັນ​ດາ​ປະ​ເທດ. ໜັງ​ສື​ພິມThe Globe and Mailຂອງ​ປະ​ເທດ​ກາ​ນາ​ດາ​ໄດ້​ລົງ​ພິມ​ບົດ​ວິ​ເຄາະ​ວ່າ, ຈີນ​ພວມ​ຜະ​ລິດ​ອຸ​ປະ​ກອນ​ທາງ​ການ​ແພດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ໂລກ​ເຊິ່ງສ້າງ​ສະ​ຖິ​ຕິ​​ໃໝ່​ໃນ​ດ້ານ​ຄວາມ​ໄວ, ຊ່ວຍ​ເຫຼືອ​ຊາວ​ໂລກ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ນີ້​ຈະ​ເປັນ​ການ​ສ້າງ​ປະ​ຫວັດ​ສາດ​ຄັ້ງ​ໃໝ່. ທ່ານ​ບີ​​ວ ເກສ ປະ​ທານ​ມຸນ​ນິ​ທິ​ເກັ​ສ​ອາ​ເມ​ຣິ​ກາ​ເຫັນ​ວ່າ, ຈີນ​ພວມ​ຊ່ວຍ​ເຫຼືອ​ປະ​ເທດ​ອື່ນ ແລະ ເຂົ້າ​ຮ່ວ​ມ​ການ​ສະ​ໜອງ​ອຸ​ປະ​ກອນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ, ນີ້​ຈະ​ສ້າງ​​ໂອ​ກາດ​ໃຫ້​ມີການ​ປ່ຽນ​ແປງ​ຄັ້ງ​ສຳ​ຄັນ​​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ໂລກ.

ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້ຮຽກ​ຮ້ອງວ່າ, ​ຢາກ​ເອົາ​ຊະ​ນະ​ພະ​ຍາດ, ຫຼັກ​ການກໍ​ຄື ສາ​ມັກ​ຄີ ສາ​ມັກ​ຄີ ແລະ ສາ​ມັກ​ຄີ! ເຊື້ອ​ພະ​ຍາດ​ບໍ່​ມີ​ພົມ​ແດນ, ກໍ​ບໍ່​ຈຳ​ແນກ​ເຊື້ອ​ຊາດ. ຄວາມ​ສາ​ມັກ​ຄີ ຮ່ວມ​ມື​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຈຶ່ງ​ຈະເປັນ​ຄວາມ​ຫວັງ​ທີ່ມວນ​ມະ​ນຸດ​​ສາ​ມາດເອົາ​ຊະ​ນະ​ວິ​ກິດ​ການ ແລະ ສືບ​ຕໍ່​ກ້າວ​ໄປ​ໜ້າ​ໄດ້.