ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ລົງ​ເລິກ​ການ​ປະຕິ​ຮູບ ​ແລະຮັບ​ມື​ກັບ​ຄວາມ​ສ່ຽງ​ ​ແລະ​ສິ່ງ​ທ້າ​ທາຍ​ດ້ວຍ​ທ່າ​ແຮງ​ດ້ານ​ລະບອບ

2020-04-28 17:46:37 |ມາຈາກ: CRI

ວັນ​ທີ 27 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ໄດ້​​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງ​ຮອບດ້ານ​ຄັ້ງ​ທີ 13 ​ແລະ​​ໄດ້ກ່າວ​ປາ​ໄສ​ທີ່​ສຳຄັນ.

ທ່ານ​ກ່າວ​ເນັ້ນ​ວ່າ: ​ຈີນ​ສາມາດ​ຊຸກ​ຍູ້​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ທັງ​ສາມາດຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່​ຢ່າງ​​ເຂັ້ມ​ແຂງ​ກໍ​ເປັນ​ຍ້ອນ​ບົດບາດ​ສຳຄັນ​ທີ່​ຫາ​ອັນ​ປຽນ​ບໍ່​ໄດ້​ຂອງການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ ກໍ​ຄື​ທ່າ​ແຮງ​ດ້ານ​ລະບອບ​ສັງຄົມ​ນິຍົມ​ຂອງ​ຈີນ. ຕ້ອງ​ຍຶດໝັ້ນ​ລົງ​ເລິກ​ການ​ປະຕິ​ຮູ​ບຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ບູລະນະ​ລະບຽບ​ການ​ດ້ານ​ຕ່າງໆ​ຢ່າງຮອບດ້ານ, ປັບປຸງ​ລະບົບ​ການບໍລິຫານ, ຊຸກຍູ້ການ​ສ້າງ​ລະບຽບການ​ໃຫ້​ເກີ​ມີ​ປະສິດທິ​ຜົນ​ດ້ານ​ການ​ບໍລິຫານ, ຊຳນິ​ຊຳນານ​ໃນ​ການ​ໜູນ​ໃຊ້​ທ່າ​ແຮງ​ດ້ານລະບອບ ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ ​ແລະ​ສິ່ງ​ທ້າ​ທາຍ.

ກອງ​ປະຊຸມ​ດັ່ງກ່າວ​ຍັງ​ໄດ້​ເນັ້ນ​ໜັກວ່າ: ປັດຈຸບັນ​ນີ້, ຈີນ​ໄດ້​ປັບປຸງ​ທ່ວງທ່າ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ​ດີ​ຂຶ້ນ​ຕື່ມ​ອີກ, ​ແຜນການ​ຊຸກຍູ້​ການ​ປະຕິ​ຮູບ​ຕ້ອງມີ​ການຈັດ​ວາງ​ໂດຍ​ລວມທີ່​ກວມ​ເອົາ​ການ​ປ້ອງ​ກັນ​ຄວາມ​ສ່ຽງ, ສ້າງ​ພື້ນຖານ, ສົ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາ​ຊົນ ​ແລະ​ມີ​ຜົນ​ດີ​​ໃນ​ໄລຍະ​ຍາວ​ນານ​ໃຫ້​ເປັນ​ເອກະ​ພາບ​ກັນ​ແບບ​ກາຍ​ອິນ​ຊີ. ຕ້ອງ​ລົງ​ເລິກ​ຄວາມ​ຮັບ​ຮູ້​ຕໍ່ກົດ​​ເກນການ​ປະຕິ​ຮູບ, ບັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ການ​ປ່ຽນ​ແປງ​ຂອງ​​​ເວລາ ​ແລະສະຖານະ​ການ, ລົງ​ເລິກ​ຄວາມ​ຮັບ​ຮູ້​ດັ່ງກ່າວຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ແກ້​ໄຂ​ບັນຫາ​ຕົວ​ຈິງ, ​ເຮັດ​ໃຫ້ການ​ປະຕິ​ຮູບ​ສອດຄ່ອງ​ກັບສະາບ​ຄວາມ​ເປັນ​ຈິງ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ສອດຄ່ອງ​ກັບ​ຄວາມ​ຄາດ​ມຸ້ງຫວັງ​ຂອງ​ປະຊາຊົນ.