ທ່ານ​ວາງ​ຢີ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດBRICSສະ​ໄໝ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ COVID-19

2020-04-29 17:48:55 |ມາຈາກ: CRI

ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທັງ​ເປັນ​ທີ່​ປຶກ​ສາ​ແຫ່ງ​ລັດ​ ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດBRICSສະ​ໄໝ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ COVID-19​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຄືນ​ວັນ​ທີ 28 ເມ​ສາ​ນີ້. ທ່ານ​ວາງ​ຢີ້​ກ່າວ​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ໄດ້​ເປັນ​ໄພ​ຂົ່ມ​ຂູ່​ອັນ​ຮ້າຍ​ແຮງ​ຕໍ່​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ແລະ​ເສດ​ຖະ​ກິດ​ໂລກ. ແຕ່​ວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈະ​ບໍ່​ສາ​ມາດ​ປ່ຽນ​ແປງ​ຫົວ​ຂໍ້ຫຼັກ​ຂອງ​ຍຸກ​ສະ​ໄໝ​ຄື ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ, ທັງ​ຈະ​ບໍ່​ສາ​ມາດ​​ຢຸດ​ຢັ້ງຂະ​ບວນ​ວິ​ວັດ​ຂອງ​ປະ​ຫວັດ​ສາດ​ທີ່​ຫັນ​ເປັນຫຼາຍ​ຂົ້ວ​ແລະ​ໂລ​ກາ​ພິ​ວັດ​, ຍິ່ງ​ບໍ່​ສາ​ມາດ​ກີດ​ຂວາງ​ບາດ​ກ້າວ​​ເດີນອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງມວນ​ມະ​ນຸດ​ໃນ​ການ​ສະ​ແຫວງ​ຫາ​ຄວາມ​ສີ​ວິ​ໄລ​ແລະ​ຄວາມ​ກ້າວ​ໜ້າ​ໄດ້. ປະ​ເທດBRICS​ຄວນ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ທາງ​ເລືອກ​ອັນ​ຖືກ​ຕ້ອງ​ແລະ​ໃຊ້​ການ​ເຄື່ອນ​ໄຫວ​ຢ່າງ​ເຂັ້ມ​ແຂງ.

ໃນ​ເວ​ລາ​ປະ​ກອບ​ຄຳ​ເຫັນໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ວາງ​ຢີ້​ກ່າວ​ເນັ້ນ​ວ່າ: ຄວນ​ຍົກ​ສູງ​ຄັນ​ທຸງ​ລັດ​ທິຫຼາຍ​ຝ່າຍ, ສົ່ງ​ເສີມ​ທັດ​ສະ​ນະ​ບໍ​ລິ​ຫານ​ທີ່​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ຊົມ​ໃຊ້​ຮ່ວມ​ກັນ. ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ປ້ອງ​ກັນ​ບໍ່​ໃຫ້​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ປະ​ກອບ​ອາ​ຊີບ, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຊຸກ​ຍູ້​​ໃຫ້ເສດ​ຖະ​ກິດ​ໂລກ​ມີ​ຄວາມ​ໝັ້ນ​ຄົງ, ຮັບ​ປະ​ກັນ​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ​ສາ​ມາດ​ປະ​ຕິ​ບັດ​ງານ​ໄປ​ໄດ້​ດ້ວຍ​ດີ​ທັງປອດ​ໄພ​.

ທ່ານ​ວາງ​ຢີ້​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ ແມ່ນ​ໄດ້​ຄຳ​ນຶງ​ເຖິງ​ຈິດ​ໃຈ​ມະ​ນຸດ​ສະ​ທຳ​, ແຕ່​ບໍ່​ແມ່ນ​ພິ​ຈາ​ລະ​ນາ​ຕ​າມ​ຮູບ​ຖານ​ຈິດ​ສຳ​ນຶກ, ບໍ່​ແມ່ນ​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໃນ​ດ້ານ​ການ​ເມືອງ​ພູມ​ສາດ. ບໍ່​ຄວນ​ເຮັດ​ໃຫ້​ຖ້ອຍ​ຄຳ​ຕຳ​ໜິ​ວິ​ຈານ​ແລະ​ການ​ໜິ້ງ​ຄວາມ​ຮັບ​ຜິດ​ຊອບ​ມາ​​ບັ່ນ​ທອນ​ເຫື່ອ​ແຮງ​​ແລະຈິດ​ໃຈ​ໃນ​ການ​ຮ່ວມ​ມື​​ສາ​ກົນ​ເພື່ອ​ຕ້ານ​ກັບ​ພະ​ຍາດ, ຍິ່ງ​ບໍ່​ຄວນ​ອະ​ນຸ​ຍາດ​ໃຫ້​ການ​ກະ​ທຳ​ທີ່​ຫັນ​ບັນ​ຫາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ກາຍ​ເປັນ​ບັນ​ຫາ​ການ​ເມືອງ​ແລະ ​ສວຍ​ໃຊ້​ບັນ​ຫາ​ພະ​ຍາດໃສ່​ຮ້າຍ​ປ້າຍ​ສີກັນ​ເພື່ອ​ສ້າງ​ຄວາມ​ຂັດ​ແຍ້ງ​ອັນ​ໃໝ່.

​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລ້ວນ​ແຕ່​ເຫັນ​ວ່າ: ປະ​ເທດBRICS​ຕ້ອງ​ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ​ຄວນເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ປະ​ສານ​ງານ​ກັນ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ແລະ​ແລກ​ປ່ຽນ​ບົດ​ຮຽນ​ຕ້ານ​​ກັບພະ​ຍາດ​ຢ່າງ​ໃກ້​ຊິດ, ດຳ​ເນີນ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ປົວ​ພະ​ຍາດ​ແລະ​ຢາ​ວັກ​ແຊງ, ພະ​ຍາ​ຍາມຫຼຸດ​ຜ່ອນ​ຜົນ​ສະ​ທ້ອນ​ດ້ານ​ລົບ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. 5 ປະ​ເທດBRICS​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ​ໃນ​ຂະ​ນະ​ດຽວ​ກັນ​ກໍ​ຖື​ເອົາການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ໄວ້​ໃນ​ຖາ​ນະ​ສຳ​ຄັນກວ່າ​ເກົ່າ.