ອຸ​ໂມງຕ້າຈູ້ຊານຂອງເສັ້ນທາງ​ລົດ​ໄຟຕ້າຫຼີ-ຣຸ້ຍລີ້ໄດ້​ເຈາະ​ສຳ​ເລັດ

2020-04-30 15:28:55 |ມາຈາກ: Xinhua

ວັນທີ 28 ເມສາ, ອຸໂມງຕ້າຈູ້ຊານຂອງເສັ້ນທາງ​ລົດ​ໄຟຕ້າຫຼີ-ຣຸ້ຍລີ້ຂອງປະເທດຈີນໄດ້​ເຈາະ​ສຳ​ເລັດ.

ຄວາມຍາວຂອງອຸໂມງຕ້າຈູ້ຊານມີປະມານ 14.5 ກິໂລແມັດ,ເປັນພາກສ່ວນໜຶ່ງອັນສຳຄັນຂອງເສັ້ນທາງສາກົນຈີນ-ມຽນມາ, ,ອຸ​ໂມງໄດ້ເລີ່ມຕົ້ນການກໍ່ສ້າງໃນວັນທີ 8 ສິງຫາ ປີ 2008, ໄລຍະເວລາການກໍ່ສ້າງທີ່ຄາດຄະເນໄວ້ແມ່ນປະມານ 5 ປີເຄິ່ງ,ຍ້ອນວ່າສະພາບທໍລະນີສາດທີ່ສັບສົນໃນອຸໂມງ, ການກໍ່ສ້າງແມ່ນມີຄວາມຫຍຸ້ງຍາກຫຼາຍ.ຕອນດິນທີ່ຂຸດຍາກທີ່ສຸດຂອງອຸໂມງ, ສະເລ່ຍທຸກມື້ ຂຸດ ໄປໄດ້ພຽງ 20 ຊັງຕີແມັດ.ອຸນຫະພູມໃນອຸມົງເກີນ 40℃,ຈຳເປັນຕ້ອງໃຊ້ນ້ຳກ້ອນຈຳນວນຫຼວງຫຼາຍເພື່ອໃຫ້ກຳມະກອນຮູ້ສຶກເຢັນລົງ. ທີມງານກໍ່ສ້າງຕ້ອງພັກຜ່ອນທຸກໆ 30 ນາທີ,ແລະ ຕ້ອງປ່ຽນຜຽນກັນທຸກໆ 3 ຊົ່ວໂມງ...

ຜ່ານຄວາມພະຍາຍາມຂອງຜູ້ກໍ່ສ້າງທາງລົດໄຟ 12 ປີ  ,“ອຸໂມງທີ່ຂຸດ ຍາກທີ່ສຸດ” ອຸ​ໂມງຕ້າຈູ້ຊານໄດ້​ເຈາະ​ສຳ​ເລັດ.ໃນອະນາຄົດ,ລົດໄຟທີ່ຜ່ານອຸໂມງນີ້ຈະໃຊ້ເວລາພຽງແຕ່ປະມານ 7 ນາທີ.

ຄວາມຍາວທັງຫມົດຂອງທາງລົດໄຟຕ້າຫຼີ-ຣຸ້ຍລີ້ແມ່ນມີປະມານ 330 ກິໂລແມັດ, ທິດຕາເວັນອອກເລີ່ມແຕ່ເມືອງຕ້າຫຼີແຂວງຢຸນນານ,ໄປຮອດ ທິດຕາເວັນຕົກເມືອງຣຸ້ຍລີ້ທີ່ລຽບຕາມຊາຍແດນຈີນ-ມຽນມາ.