ການຮ່ວມມືດ້ານການແພດສາກົນຕ້ານການລະບາດ, ແຂວງຢຸນນານກຳລັງເຄື່ອນໄຫວ

2020-04-30 15:35:42 |ມາຈາກ: Yunnan Daily 

ວັນ​ທີ 12 ເມ​ສາ​, ພາຍຫລັງທີ່ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວ​ທີ່​ຈີນ​ສົ່ງໄປຊ່ວຍ​ເຫຼືອ​ລາວ​ຕ້ານ​ພະ​ຍາດໂຄວິດ-19ໄດ້ສຳເລັດການ​ເຮັດວຽກ​ແລະ ເດີນ​ທາງຮອດຄຸນໝິງແລ້ວ. ປະສົບການຂອງການຕໍ່ສູ້ກັບການລະບາດຂອງ​ພະ​ຍາດໂຄວິດ-19 ຮ່ວມກັບແພດໝໍລາວ,ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມຫຼາຍຄົນບໍ່ສາມາດລືມເລືອນໄດ້.

ທ່ານນາງ ເກິງເຈຍອຸຍ ທີ່ມີອາຍຸ 51 ປີ,ລາວເປັນສະມາຊິກຄົນໜຶ່ງຂອງໜ່ວຍ​ຊ່ຽວ​ຊານປິ່ນ​ປົວ​ທີ່ຈີນສົ່ງໄປຊ່ວຍ​ເຫຼືອ​ລາວ​ຕ້ານ​ພະ​ຍາດໂຄວິດ-19, ຫົວໜ້າແພດ ພະແນກຊຶມເຊື້ອໂຮງໝໍປະຊາຊົນແຫ່ງທຳອິດຂອງແຂວງຢຸນນານ,ເນື່ອງຈາກວ່າສາມາດໄປປະເທດລາວຕໍ່ສູ້ກັບການລະບາດຈຶ່ງຮູ້ສຶກຕື່ນເຕັ້ນເປັນພິເສດ. ກ່ອນຫນ້ານີ້,ຍ້ອນເຫດຜົນທາງດ້ານວຽກງານເຮັດໃຫ້ທ່ານນາງ ເກິງເຈຍອຸຍ ບໍ່ໄດ້ໄປເມືອງອູຮັ້ນເຂົ້າຮ່ວມການຕໍ່ສູ້ກັບການລະບາດ,ທ່ານນາງ ເກິງເຈຍອຸຍ  ຮູ້ສຶກເສຍໃຈຢ່າງເລິກເຊິ່ງ.

ທ່ານນາງ ເກິງເຈຍອຸຍ ເວົ້າວ່າ: “ພວກເຮົາຈຳເປັນຕ້ອງແລ່ນແຂ່ງກັບໄວຣັດ!ນັບແຕ່ເວລາທີ່ລົງຈາກຍົນ, ເປັນເວລາສອງອາທິດ ເຕັມໆ, ທີ່ໜ່ວຍ​ຊ່ຽວ​ຊານ​ປິ່ນ​ປົວຂອງພວກເຮົາໄດ້ເຮັດວຽກສະເລ່ຍຫຼາຍກວ່າ 14 ຊົ່ວໂມງຕໍ່ມື້.”

ໃນໄລຍະທີ່ຢູ່ປະເທດລາວ, ທ່ານນາງ ເກິງເຈຍອຸຍ ແລະ ເພື່ອນຮ່ວມທີມ ໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກັບຝ່າຍລາວ, ໄດ້ ແລກປ່ຽນຢ່າງເຕັມທີ່ແລະຄົບຖ້ວນກັບແພດໝໍຝ່າຍລາວ,

ທັງໄດ້ໄປຢ້ຽມຢາມສະຖານທີ່ຫລາຍກວ່າ 30 ແຫ່ງເຊັ່ນ: ສະຖາບັນການແພດແລະສາທາລະນະສຸກ, ສູນແຍກປ່ຽວ, ດ່ານຂາເຂົ້າ-ຂາອອກແລະອື່ນໆ, ຊ່ວຍຝ່າຍລາວວາງ 3 ແຜນການ, 3 ແນວທາງ, ແລະ 14 ລະບົບການຄຸ້ມຄອງ, ຊ່ວຍປະເທດລາວໃນການຕໍ່ສູ້ກັບການລະບາດຂອງພະຍາດຢ່າງຮອບດ້ານ.

ໃນການ ໄປປະເທດລາວຄັ້ງນີ້, ທ່ານ ຊິທ່ອງຊວງ ຮອງຫົວໜ້າໜ່ວຍຜູ້​ຊ່ຽວ​ຊານ​​ການປິ່ນ​ປົວ ແລະຕ້ານການລະບາດຂອງພະຍາດ ແລະ ທັງເປັນຫົວຫນ້າຫ້ອງການລະດັບເອກຂອງຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ໄດ້ປະສານສົມທົບຢ່າງແໜ້ນແຟ້ນກັບກະຊວງສາທາລະນະສຸກລາວ, ກະຊວງການຕ່າງປະເທດ, ແລະ ສະຖານທູດຈີນປະຈຳລາວ,ເພື່ອຮັບປະກັນການດຳເນີນງານ ຂອງກຸ່ມຊ່ຽວຊານໃນລາວໃຫ້ມີຄວາມສະດວກແລະເປັນລະບຽບຮຽບຮ້ອຍ.

ທ່ານ ຊີທ່ອງຊວງ ໄດ້ໃຊ້ຄວາມສາມາດພາສາລາວ, ຮຽນຮູ້ເຂົ້າໃຈ ແລະ ເກັບກຳເອກະສານຂໍ້ມູນ ແລະ ນະໂຍບາຍຕ່າງໆທີ່ອອກໂດຍຝ່າຍລາວກ່ຽວກັບການປ້ອງກັນແລະຄວບຄຸມການລະບາດ, ພ້ອມທັງອອກແຮງຊຸກຍູ້ໜ່ວ​ຍຊ່ຽວຊານ ລະດັບ ຊາດ ເພື່ອຊ່ວຍຝ່າຍລາວໃນການກຳນົດສ້າງແລະປັບປຸງແນວທາງວິທີການແລະແຜນການຄູ່ມືດ້ານການປ້ອງກັນແລະຄວບຄຸມພະຍາດລະບາດ.ທ່ານກັບຫນ່ວຍຊ່ຽວຊານຍັງໄດ້ໄປຢ້ຽມຢາມໂຄງການຮ່ວມມືທີ່ສຳຄັນລະຫວ່າງຈີນແລະລາວ, ໄດ້ສົນທະນາກັບວິສາຫະກິດຈີນແລະສະພາການຄ້າຈີນ, ໄດ້ໄປຢ້ຽມຢາມຄູອາຈານ, ອາສາສະໝັກ, ນັກສຶກສາຈີນແລະຊາວຈີນຢູ່ລາວ, ບໍລິຈາກ"ຖົງສຸຂະພາບ" ແລະ ດຳເນີນການຊີ້ນຳຕ້ານການລະບາດ.

ທ່ານ ບຸນກອງ ສີຫາວົງ​ ລັດຖະມົນຕີກະຊວງສາທາລະນະສຸກລາວກ່າວ​ວ່າ:

"ການຕໍ່ສູ້ກັບການລະບາດຂອງພະຍາດພາຍໃນປະເທດຈີນແມ່ນໄດ້ຮັບປະສິດທິຜົນດີ, ຍັງໄດ້ສົ່ງການຊ່ວຍເຫຼືອໄປຍັງຫຼາຍປະເທດລວມທັງປະເທດລາວ, ເຊິ່ງເຮັດໃຫ້ຄົນຮູ້ສຶກຊາບຊຶ້ງໃຈ."ການມາຂອງໜ່ວຍ​ຊ່ຽວ​ຊານ​ຈີນໄດ້ສະແດງເຖິງຄວາມຈິງໃຈຢ່າງເລິກເຊິ່ງຂອງຝ່າຍຈີນຕໍ່ກັບຊາວລາວ,

​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ ແລະ ເນື້ອ​ໃນຂອງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລາວ​-ຈີນ​ຢ່າງ​ແທ້​ຈິງ.