ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ

2020-05-09 17:11:45 |ມາຈາກ: CRI

ວັນ​ທີ 8 ພຶດ​ສະ​ພາ​ນີ້, ທ່ານ​ນາງ ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ແລກ​ປ່ຽນ​ບົດ​ຮຽນ​ແລະ​ວິ​ທີ​ທີ່​ດີ​ໃນ​ດ້ານ​ການ​ຕ້ານ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ ເພື່ອດຳເນີນການຮ່ວມມືຕ້ານກັບສະພາບຢ່າງບັງເກີດຜົນ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ ​ຮ​ວ້າ​ຊຸ່ນ​ຢິງ​ ກ່າວ​ວ່າ, ພວກ​ເຮົາ​ເຫັນ​ວ່າ, ຄວນ​ເຂົ້າ​ໃຈ​ແລະ​ເຄົາ​ລົບ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຕ່າງໆເຊິ່ງ​ກັນ​ແລະ​ກັນ, ແລ​ກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ຕໍ່​ກັນ.

ທ່ານນາງ ​ຮ​ວ້າ​ຊຸ່ນ​ຢິງ ​ກ່າວ​ຕື່ມວ່າ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ລົງ​ເລິກ​ແລ​ກ​ປ່ຽນ​ບົດ​ຮຽນ​ແລະ​ວິ​ທີ​ທີ່​ດີ​ ໃນ​ດ້ານ​ການ​ຕ້ານ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ດຳ​ເນີນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ. ຫວັງ​ວ່າ, ຜ່ານ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ຈະ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ.