ທ່າ​ນ​ສີ​ຈິ້ນ​ຜິງ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຜ່ານ​ທາງ​ໂທ​ລະ​ສັບ

2020-05-09 17:12:42 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 8 ພຶດ​ສະ​ພາ​ນີ້, ທ່ານ​ ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຜ່ານທາງ​ໂທ​ລະ​ສັບ.

ທ່ານ​ ສີ​ຈີ້ນ​ຜິງ ​ກ່າວວ່າ, ປັດ​ຈຸ​ບັນ, ປະ​ຊາ​ຄົ​ມ​ໂລກ​ພວມ​ສູ້​ຊົນ​ກັບ​ພະ​ຍ​າດ COVID-19. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ, ມາດ​ຕະ​ການ​ປ້ອງ​ກັນ​ຄວ​ບ​ຄຸມ​ພະ​ຍາດ​ຂອງ​ຣັດ​ເຊຍ​ໄດ້​ເກີດ​ຜົນ​ຢ່າງ​ເດັ່ນ​ຊັດ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຣັດ​ເຊຍໃນການ​ເອົາ​ຊະ​ນະ​​ພະ​ຍ​າດ COVID-19 ໃນ​ທີ່​ສຸດ, ແລະຈະ​​ສືບ​ຕໍ່​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຣັດ​ເຊຍຢ່າງ​ເດັດ​ຂາດ. ປະ​ຊາ​ຄົມ​ໂລກ ​ຄວນເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຂອງ​ສົງ​ຄາມ​ຕ້ານ​ຟາ​ຊິດ​ໂລກ, ຮ່ວມ​ຈິດ​ຮ່ວມ​ໃຈ ແລະ ສາ​ມັກ​ຄີ ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຕັ້ງ​ໜ້າ​ປະ​ຕິ​ບັດ​ທິດ​ສະ​ນະຄະຕິກ່ຽວກັບປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ, ຮ່ວມ​ມື​ກັນ ​ເພື່ອ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານຊີ​ວິດ ແລະ ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ. ເຊື່ອ​ວ່າ ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ ຣັດ​ເຊຍ ພ້ອມດ້ວຍ ປະ​ຊາ​ຄົມ​ໂລກ, ພວກ​ເຮົາ​ຍ່ອມ​ຈະ​ເອົາ​ຊະ​ນະເຊື້ອ​ພະ​ຍາດ​ຕ່າງໆ ແລະ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ເທື່ອ​ນີ້ໃນທີ່ສຸດ​.

ທ່ານ ​ປູ​ຕີນ ​ກ່າວ​ວ່າ, ປະ​ຊາ​ຊົນ​ສອງ​ປະ​ເທດ​ຣັດ​ເຊຍ-ຈີນ ​ໄດ້​ມີ​ຄວາມ​ເສຍ​ສະຫຼະ​ອັນ​ໃຫຍ່​ຫຼວງ​ເພື່ອ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ໂລກຄັ້ງ​ທີ​ສອງ, ເນື່ອງ​ໃນ​ໂອ​ກາດປະ​ຫວັດ​ການ​ທີ່ສົງຄາມ​ປ້ອງ​ກັນ​ປິຕຸ​ພູມ​ຂອງໂຊວຽດ ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 75 ປີ, ຣັດ​ເຊຍ​ຍິນ​ດີ​ເພີ່ມທະວີ​ການ​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ​ຈີນ, ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ທີ່​ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ບໍ່​ອະ​ນຸ​ຍາດກິ​ລິ​ຍາ​ວາ​ຈາໃດໆ​ທີ່​ຢາກ​ດັດແກ້​ປະ​ຫວັດ​ສາດ ແລະ ລືມ​ປະ​ຫວັດ​ສາດ​. ຂອບ​ໃຈ​ຈີນ​ທີ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແບບມະ​ນຸດ​ສະ​ທຳ ແລະ ວັດຖຸສິ່ງຂອງດ້ານ​ການ​ແພດແລະປ້ອງກັນພະຍາດ​ຕ່າງໆ, ຣັດ​ເຊຍ​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ​ທີ່​ປ້ອງ​ກັນ​ຄວບ​ຄຸມພະ​ຍ​າດ COVID-19 ຂອງ​ຈີນ, ດຳ​ເນີນ​ການ​ຮ່ວມ​ມື​ເພື່ອ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ແຊນ. ຣັດ​ເຊຍ​ຄັດ​ຄ້ານອິດ​ທິ​ກຳ​ລັງສ່ວນ​ໜ້ອຍທີ່​ກ່າວ​ປະ​ນາມ​ຈີນ​ດ້ວຍ​ຂໍ້​ອ້າງພະ​ຍ​າດ COVID-19, ຈະ​ຢູ່​ນຳ​ກັບ​ຈີນ​ຢ່າງ​ເດັດ​ຂາດ. ຣັດ​ເຊຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບຈີນພາຍ​ໃຕ້​​ຂອບ​ຕ່າງໆ ເຊັ່ນ,​ປະ​ເທດ​ບ​ຣິກ​ສ໌ ແລະ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ເປັນ​ຕົ້ນ.