ຫວັງວ່າລູກສາວຈະຈົດຈໍາມິດຕະພາບລາວ-ຈີນໄວ້

2020-05-11 17:43:59 |ມາຈາກ: 《占芭》杂志

ທ້າວ ຢວນຈື້ສຽງ(Yuan Zhixiang) ປີນີ້ມີອາຍຸໄດ້ 25 ປີ ເຊິ່ງມາຈາກແຂວງ ຫູໜານ ສປ ຈີນ, ເປັນວິຊາການຄົນໜຶ່ງຢູ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງສັນຍາທີ 1 ສຳນັກງານສາຂາທີ 2 ທີ່ຮັບເໝົາໂດຍບໍລິສັດກໍ່ສ້າງທາງລົດໄຟເລກ2 ສປ ຈີນຈຳກັດ. ປີ 2017, ທ້າວ ຢວນ ຈື້ສຽງທີ່ຫາກໍ່ຮຽນຈົບມະຫາວິທະຍາໄລ ໄດ້ເຂົ້າມາຮອດ ນາເຕີຍ ສປປ ລາວ,ເພື່ອເຂົ້າຮ່ວມໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ນາງ ອາເຟິນ ຜູ້ສາວຄົນລາວ, ປິນີ້ ມີອາຍຸໄດ້ 27 ປີ, ນັບແຕ່ຫຼາຍປີກ່ອນກໍເລີ່ມນໍາໃຊ້ໄລຍະພັກຂອງລະດູໜາວ ແລະລະດູຮ້ອນເຂົ້າມາຮັບຈ້າງເຮັດວຽກເພີ່ມຢູ່ເຂດເສດຖະກິດພິເສດບໍ່ເຕັນນໍາໝູ່ເພື່ອນຄົນອື່ນໆ, ໃນໄລຍະເຝິກງານນັ້ນ, ຖືວ່າໄດ້ສ້າງພື້ນຖານທີ່ດີໃນການຮຽນເວົ້າພາສາຈີນທີ່ຫຼ່ຽນໄຫຼໃຫ້ແກ່ລາວ.

ທ້າຍປີ 2016, ຄຽງຄູ່ກັບການເລີ່ມຕົ້ນກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ນັກກໍ່ສ້າງຈໍານວນຫຼາຍຕ່າງກໍ່ເຂົ້າມາປະເທດລາວ, ເຂົ້າມາຮອດບ້ານນາເຕີຍພູມລໍາເນົາຂອງນາງອາເຟິນ. ນາງອາເຟິນກັບນ້ອງສາວຊື່ວ່ານາງອາຮົວໄດ້ເປີດຮ້ານປິ້ງຈີນຮ້ານໜຶ່ງນໍາກັນຢູ່ຂ້າງໆ ແຄ້ມໂຄງການກໍ່ສ້າງທາງລົດໄຟລາວ-ຈີນສຳນັກງານສາຂາທີ 2 ທີ່ຮັບເໝົາໂດຍບໍລິສັດກໍ່ສ້າງທາງລົດໄຟເລກ 2 ສປ ຈີນຈຳກັດທີ່ມາຕັ້ງຢູ່ບ້ານນາເຕີຍແຫ່ງນີ້.

ທ້າວ ຢວນຈື້ສຽງ ກັບ ບັນດາໝູ່ເພື່ອນຫຼາຍຄົນມັກມາກິນປີ້ງ ກິນເບຍຢູ່ຮ້ານນີ້ເປັນປະຈໍາ, ຄວາມດຸໝັ່ນໃຈດີນາງອາເຟິນເຈົ້າຂອງຮ້ານໄດ້ເລີ່ມຕົ້ນດຶງດູດສາຍຕາຂອງທ້າວ ຢວນຈື້ສຽງ. ມີຄັ້ງໜຶ່ງທີ່ຖືເອົາໂອກາດຍາດກັນຈ່າຍເງິນເຊັກບິນນັ້ນ, ຢວນຈື້ສຽງໄດ້ແອັດເອົາວີແຊັດຂອງນາງອາເຟິ່ນແບບງຽບໆ.

“ລາວໃສ່ໃຈຂ້ອຍສະເໝີ, ຍາມຂ້ອຍພົບຄວາມຫຍຸ້ງຍາກລາວກໍ່ຈະຕື່ນຕົວຊ່ອຍເຫຼືອຂ້ອຍ, ຄັ້ງໜຶ່ງອາກາດໜາວຫຼາຍ, ຂ້ອຍອອກໄປຊື້ເຄື່ອງຂອງ, ກັບມາຮອດຮ້ານນ້ອງສາວບອກວ່າມີຜູ້ຊາຍຄົນໜຶ່ງຫຸ່ນສູງຈ່ອຍໃສ່ແວ່ນຕາເອົາຜ້າຮົ່ມ ແລະ ໝາກໄມ້ມາຝາກໄວ້ໃຫ້ຂ້ອຍວ່າຊັ້ນ.ຂ້ອຍກໍ່ເດົາອອກແລ້ວວ່າແມ່ນລາວ.ຕໍ່ມາ,ຂ້ອຍກັບນ້ອງສາວເກີດຄວາມຂັດແຍ່ງກັນ, ນ້ອງສາວຕັດສິນໃຈຖອນຕົວຈາກຮ້ານປີ້ງ, ໃນເວລານັ້ນ ຂ້ອຍພັດບໍ່ໄດ້ມີເງິນສົດຕິດໂຕຫລາຍປານໃດ,ພໍແຕ່ຮູ້ເລື່ອງນີ້ລະ ທ້າວຢວນຈື້ສຽງກໍ່ເລີຍໂອນເງິນ10 ພັນຢວນຜ່ານທາງວີແຊັດເຂົ້າມາໃຫ້ຂ້ອຍໂດຍກົງ. ຂ້ອຍທີ່ຍັງບໍ່ໄດ້ຄໍານຶງເຖິງເລື່ອງຄວາມຮັກເລີຍໃນຕອນນັ້ນ, ກໍ່ເລີ່ມມີໃຈໃຫ້ລາວແດ່ນ້ອຍໜຶ່ງ! ”ເມື່ອເວົ້າຮອດຄວາມດີຂອງ ທ້າວ ຢວນຈື້ສຽງ, ນາງອາເຟິນຮູ້ລະອຽດປານນັບອັນຍະມະນີໃນບ້ານຂອງຕົນ.

ເມື່ອເວົ້າຮອດເລື່ອງໃດເລື່ອງໜຶ່ງທີ່ເຮັດໃຫ້ຕົນເອງຕື້ນຕັນໃຈທີ່ສຸດ, ນາງອາເຟິນຕອບວ່າ: “ປີ 2018 ລາວເຊີນຂ້ອຍ ໄປຮ່ວມງານລ້ຽງບຸນປະເພນີຈີນ(ບຸນໄຫວ້ພະຈັນ)ຢູ່ພະແນກໂຄງການ.ລາວຈັບໄມຂຶ້ນມາຮ້ອງເພງເພງໜຶ່ງທີ່ຊື່ວ່າ ‘ພິຊິດ’ ດ້ວຍສຽງດັງກັງວານ, ຮ້ອງໄດ້ຊຶ້ງໃຈກິນໃຈສົມຄວນ,ພ້ອມທັງເວົ້າສຽງດັງໆຢູ່ຕໍ່ໜ້າຫຼາຍຄົນວ່າ: ‘ອາເຟິນ, ຂ້ອຍຮັກເຈົ້າ !’, ຕອນນັ້ນ ຂ້ອຍຕື້ນຕັນໃຈຫຼາຍຈົນວ່າໄຫ້ອອກມາເລີຍ! ”

ວັນທີ 14 ມິຖຸນາ 2019, ລູກສາວຂອງເຂົາເຈົ້າທັງສອງຄົນນີ້ໄດ້ເກີດອອກມາທີ່ໂຮງໝໍເມືອງຫຼ້າກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສິບສອງພັນນາຂອງຈີນ,ທ້າວ ຢວນຈື້ສຽງ ສົ່ງຮູບລົງໃນກຸ່ມເພື່ອນດ້ວຍຄວາມດີໃຈ, ໝູ່ເພື່ອນທັງຫຼາຍທີ່ໄດ້ຮູ້ຂ່າວດີອັນນີ້ຕ່າງກໍ່ພາກັນສົ່ງຄໍາອວຍພອນໃຫ້, ພ້ອມທັງຕັ້ງຊື່ໃຫ້ລູກສາວດ້ວຍຄວາມຮ້ອນໃຈ. ສຸດທ້າຍ ທ້າວ ຢວນຈື້ສຽງ ເລີຍໃສ່ຊື່ໃຫ້ລູກສາວວ່າ: “ຢວນ ສື່ອີ”(ໝາຍເຫດ: ພາສາຈີນ“ສື່ອີ”ມີຄວາມໝາຍວ່າຈົດຈໍາມິດຕະພາບ) , ລາວຫວັງວ່າລູກສາວຈະຈົດຈໍາມິດຕະພາບລາວ-ຈີນນີ້ໄວ້.