“ຊ່າງປະຈຳທາງລົດໄຟ”ໃນ“ໜຶ່ງແລວໜຶ່ງເສັ້ນທາງ”

2020-05-11 17:50:32 |ມາຈາກ: 《占芭》杂志

ທ.ໂຫຼຢີ້ ຊາຍໜຸ່ມຄົນລາວທີ່ມີອາຍຸ 26 ປີ ບໍ່ເຄີຍຄິດມາກ່ອນວ່າຊີວິດຂອງຕົນຈະມີການປ່ຽນແປງຂະໜາດໃຫຍ່ສ່ຳນີ້, ເນື່ອງຈາກ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ: ຈາກກຳມະກອນກໍ່ເຮືອນທີ່ເຮັດວຽກຊົ່ວຄາວໃນເມືອງເຕີບໃຫຍ່ມາເປັນ“ຊ່າງປະຈຳທາງລົດໄຟ” ຜູ້ມີເຕັກນິກຝືມືອາຊີບພົ້ນເດັ່ນຂອງ“ໜຶ່ງແລວໜຶ່ງເສັ້ນທາງ”.

ໂຫຼຢີ້ ແມ່ນຊື່ພາສາຈີນຂອງ ທ.ໂນອີງ ສົມມະນີ(ແປຕາມສຽງ), ບ້ານເກີດຂອງລາວຢູ່ເມືອງໄຊ, ເຊິ່ງເປັນສະຖານີອັນທຳອິດທີ່ພໍ່ຄ້າຄົນຈີນທີ່ເຂົາມາພັກເຊົາທີ່ປະເທດລາວ. ທ.ໂນອີງສົມມະນີມີຄວາມສົນໃຈຕໍ່ເລື່ອງອັນໃໝ່ໆຂອງປະເທດຈີນຕັ້ງແຕ່ນ້ອຍມາ, ເມື່ອໄດ້ຍິນວ່າເສັ້ນທາງລົດໄຟລາວ-ຈີນເລີ່ມການກໍ່ສ້າງແລ້ວ ລາວກໍຕັດສິນໃຈມາລອງເບິ່ງທັນທີ.ຫຼັງຈານັ້ນ ທ.ໂນອີງ ສົມມະນີ ກໍກາຍເປັນຊ່າງຈອດເຫຼັກຄົນໜຶ່ງໃນໂຮງຜະລິດໂຄງປະກອບເຫຼັກຂອງໂຄງການທາງລົດໄຟລາວ-ຈີນ ຊ່ວງໄລຍະສັນຍາທີ 1 ສຳນັກງານສາຂາທີ 2ບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ2 ສປ ຈີນ ຈຳກັດ, ຈາກນັ້ນກໍມີຊື່ພາສາຈີນໂຫຼຢີ້ທີ່ໝູ່ຮ່ວມງານຄົນຈີນຕັ້ງຊື່ໃຫ້ລາວ.

ເນື່ອງຈາກວ່າຄວາມສາມາດການຮັບຮູ້ສິ່ງໃໝ່ໆມີສູງ, ທັງສາມາດອົດທົນຕໍ່ຄວາມລຳບາກໄດ້, ຕໍ່ມານັ້ນ ທ.ໂຫຼຢີ້ ໄດ້ຮັບຄວາມກ້າວໜ້າຢ່າງຕໍ່ເນື່ອງ. ເດືອນມີນາປີ 2018 ຫ້ອງການຕ່າງປະເທດແຫ່ງທຳອິດ ທີ່ເນັ້ນໃສ່ການນະວັດຕະກຳເຕັກນິກຂອງບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ 5 ສປ ຈີນ ຈຳກັດ ໄດ້ສ້າງຕັ້ງຂຶ້ນທີ່ໂຄງການທາງລົດໄຟລາວ-ຈີນ, ທ.ໂຫຼຢີ້ ເປັນສະມາຊິກພຽງແຕ່ຄົນດຽວຂອງຫ້ອງການດັ່ງກ່າວ, ມາຮອດປັດຈຸບັນ ລາວໄດ້ຮ່ວມງານກັບໝູ່ຮ່ວມງານຄົນຈີນພ້ອມກັນຮັບລິຂະສິດເຕັກນິກຈີນ 2 ລາຍການມາແລ້ວ.

ຜູ້ຮັບຜິດຊອບຂອງຫ້ອງການນະວັດຕະກຳ ທ່ານ ຢາງຊູ້(Yang Shu) ແນະນຳໃຫ້ຮູ້ວ່າ“ພວກເຮົາຮ່ວມກັນຮ່ຳຮຽນເຕັກນິກທັນສະໄໝບຸກເບີກຜະລິດຕະພັນໃໝ່,ທ.ໂຫຼຢີ້ກໍນຳສະເໜີແນວຄວາມຄິດອັນໃໝ່ໆທີ່ເຂົ້າກັບສະພາບຕົວຈິງຂອງທ້ອງຖິ່ນ, ອັນນີ້ມີຄວາມສຳຄັນຕໍ່ພວກເຮົາຫຼາຍ.”ຄວາມກ້າວໜ້າຂອງທ.ໂຫຼຢີ້ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ, ບໍລິສັດໄດ້ມອບນາມມະຍົດໃຫ້ລາວເປັນ“ຊ່າງຝືມືປະຈຳທາງລົດໄຟ” ຂອງໂຄງການທາງລົດໄຟລາວ-ຈີນ ໃນປີິ 2019.

ສຳລັບເຫດການດັ່ງກ່າວໃນນາມເປັນຜູ້ຮັບຜິດຊອບຂອງພະແນກຮັບເໝົາກໍ່ສ້າງໂຄງການທາງລົດໄຟລາວ-ຈີນ, ຕອນສັນຍາທີ 1 ບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ 5 ສປ ຈີນ ຈຳກັດ ສາຂາທີ 2, ທ່ານຫູຢົງ(Hu Yong)ຮູ້ສຶກຊື່ນໃຈຫຼາຍ: “ທ.ໂຫຼຢີ້ ເປັນຕົວແທນ ແລະຕົວແບບຂອງບຸກຄະລາກອນຫຼາຍຄົນທີ່ໂຄງການທາງລົດໄຟລາວ-ຈີນບໍາລຸງສ້າງອອກມາ. ຄວາມໝາຍອັນສຳຄັນອັນໜຶ່ງທີ່ພວກເຮົາຮ່ວມກັນກໍ່ສ້າງ‘ໜຶ່ງແລວໜຶ່ງເສັ້ນທາງ’ກໍແມ່ນເພື່ອແກ້ໄຂການປະກອບອາຊີບໃນທ້ອງຖິ່ນ, ສົ່ງເສີມການຍົກສູງເຕັກນິກ ແລະຝີມືອາຊີບຂອງຜູ້ຄົນ. ໂຄງການທາງລົດໄຟລາວ-ຈີນ ມີໄລຍະສັນຍາທົງໝົດ 6 ຕອນ, ໃນນັ້ນ ຕອນສັນຍາທີ 1 ທີ່ຮັບເໝົາໂດຍບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ 2 ສປ ຈີນ ຈຳກັດນັ້ນ ໄດ້ບໍາລຸງສ້າງແຮງງານສັນຊາດລາວ 1000 ກວ່າຄົນ, ພວກເຂົາໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນດ້ານການກໍ່ສ້າງເສັ້ນທາງລົດໄຟ.”

ປັດຈຸບັນນີ້ ທ.ໂຫຼຢີ້ ພໍໃຈຫຼາຍຕໍ່ສະພາບການເຮັດວຽກ ແລະລະດັບລາຍຮັບຂອງຕົນເອງ, ດຽວນີ້ລາຍຮັບເດືອນໜຶ່ງປະມານ 4 ລ້ານກີບ (ກົງກັບເງິນຢວນຈີນ ປະມານ 3300ຢວນ), ປຽບທຽບເມື່ອກ່ອນເງິນເດືອນຫຼາຍກວ່າໜຶ່ງເທົ່າກວ່າ,ລາວແຮ່ງມີຄວາມມຸ່ງມາດປາຖະໜາຕໍ່ຊີວິດອັນດີງາມ.ທ.ໂຫຼຢີ້ເວົ້າວ່າ:“ຫຼັງຈາກເສັ້ນທາງລົດໄຟສຳເລັດແລ້ວ,ຂ້ອຍຈະພາຄອບຄົວໄປທ່ຽວປະເທດຈີນ”.