ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ດິດ​ສ້າງ​ໃໝ່​ແລະ​ປະ​ຍຸກ​ໃຊ້5Gອ່າວ​ເຊີນ​ເຈິ້ນ​ທາງ​ອິນ​ເຕີ​ເນັດ​​ມີຫຼາຍກວ່າ​ໜຶ່ງ​ແສນ​ເທື່ອຄົນ

2020-05-11 17:51:06 |ມາຈາກ: CRI

ກອງ​ປະ​ຊຸມ​ປະ​ດິດ​ສ້າງ​ໃໝ່​​ແລະ​ປະ​ຍຸກ​ໃຊ້ 5G ອ່າວ​ເຊີນ​ເຈິ້ນ 2020 ທີ່​ມີ​ຫົວ​ຂໍ້​ວ່າ “ເຕັກ​ນິກ 5G, ສ້າງ​ຄວາມ​ສາ​ມາດ​ດ້ານ​ທຸ​ລະ​ກິດ​ທີ່​​ໄຮ້​ຂີດຈຳ​ກັດ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈິ້ນ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ໄດ້​ຖ່າຍ​ທອດ​ສົດ​ໄປ​ທົ່ວ​ໂລກ​ດ້ວຍ​ລະ​ບົບ 5G, ​ໂດຍ​ມີຜູ້​ເຂົ້າ​ຮ່ວມ​ຕິດ​ຕາມ​ທາງ​ອິນ​ເຕີ​ເນັດ​ຫຼາຍກວ່າ 1 ແສນ​ເທື່ອ​ຄົນ.

ນັກ​ຄົ້ນ​ຄວ້າ, ນັກ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ທີ່​ກ່ຽວ​​ຂ້ອງ​ກັບ​ລະ​ບົບ 5G ທັງ​ຫຼາຍ​ກ່າວ​ວ່າ: ຈະ​ຖື​ເອົາ​ເວັບ​ໄຊ​ທົດ​ລອງ 5G ຂອງ​ເຊີນ​ເຈິ້ນ​ເປັນ​ເຄື່ອງ​ມື, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ແລະ​ປະ​ດິດ​ສ້າງ​ໃໝ່​ 5G, ຮ່ວມ​ກັນ​ຊຸກ​ຍູ້​ການ​ຫັນປ່ຽນ​ໂຄງ​ປະ​ກອບ​ແລະ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ດີ​ຈີ​ຕອນ​ແລະ​ປະ​ຍຸກ​ໃຊ້.