ທ່ານ​ສີ​ຈີ້ນ​ຜິງ ແລະ ທ່ານກິມ​ເຈິງ​ອຸນ​ຝາກຂໍ້ຄວາມທາງປາກເຊິ່ງ​ກັນ​ແລະ​ກັນ

2020-05-11 17:52:25 |ມາຈາກ: CRI

ວັນ​ທີ 9 ພຶ​ດ​ສະ​ພາ​ນີ້, ທ່ານ ​ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະນະກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ​ໄດ້​ຝາກຂໍ້ຄວາມທາງປາກເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​​ໄປ​ຍັງ​ທ່ານ ​ກິມ​ເຈິງ​ອຸນ ປະ​ທານຄະນະກຳມະການພັກ​ແຮງ​ງານ​ເກົາ​ຫຼີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ສປປ ​ເກົາ​ຫຼີ ໂດຍລະບຸ​ວ່າ, ຂ້າພະເຈົ້າຮູ້ສຶກປິຕິຍິນດີທີ່ສຸດ ​ທີ່​ໄດ້ຮັບຂໍ້ຄວາມທາງປາກທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ມິດຕະພາບຈາກ​​ສະ​ຫາຍ​ປ​ະ​ທານ. ເດືອນ​ກຸມ​ພາທີ່ຜ່ານມາ, ສະ​ຫາຍ​ປະ​ທານ​ເຄີຍສົ່ງສານ​ໃຫ້​ຂ້າ​ພະ​ເຈົ້າ ເພື່ອສະແດງຄວາມເຫັນໃຈໃນເລື່ອງ​ປ້ອງ​ກັນແລະ​ຄວບ​ຄຸມ​ພະ​ຍາດ COVID-19 ທັງໄດ້ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ໃຫ້ແກ່ຈີນ, ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່ເຖິງມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງຂອງສະ​ຫາຍ​ປະ​ທານ ພ້ອມ​ດ້ວຍພັກ, ລັດ ແລະ ປະ​ຊາ​ຊົນ ​ສ.ປ.ປ.ເກົາ​ຫຼີ​ມີ ທີ່ມີ​ຕໍ່​ຂ້າ​ພະ​ເຈົ້າ ພ້ອມ​ດ້ວຍ​ພັກ, ລັດ ແລະ ປະ​ຊາ​ຊົນ​ສ.ປ.ຈີນ, ທັງໄດ້ຢັ້ງ​ຢືນ​ໃຫ້ເຫັນເຖິງມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອທີ່​ມີ​ພື້ນ​ຖານອັນໝັ້ນ​​ແກ່ນ ແລະ ເຕັມໄປດ້ວຍພະ​ລັງ​ຊີ​ວິດ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ສ.ປ.ປ.ເກົາ​ຫຼີ. ຂ້າ​ພະ​ເຈົ້າ​ຂໍສະແດງຄວາມຂອບ​ໃຈ​ດ້ວຍຄວາມຈິງໃຈ ແລະ ຕີ​ລາ​ຄາ​ສູງ​ຕໍ່​ເລື່ອງ​ນີ້.

ວັນ​ທີ 7 ພຶດ​ສະ​ພາ​ນີ້, ທ່ານ ​ກິມ​ເຈິງ​ອຸນ ​ໄດ້​ຝາກ​ຂໍ້ຄວາມທາງປາກ​ໄປ​ຍັງ​ທ່ານ ​ສີ​ຈີ້ນ​ຜິງ ໂດຍໄດ້ຕີ​ລາ​ຄາ​ສູງ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ​ເລຂາ​ທິ​ການ​ໃຫຍ່ ​ສີ​ຈີ້ນ​ຜິງ ​ທີ່ໄດ້ນຳ​ພາ​ພັກ ແລະ ປະ​ຊາ​ຊົນ​ຈີນ ແລະໄດ້​ຮັບ​ຜົນ​ງານອັນສະຫງ່າລາສີ ແລະ ໄຊ​ຊະ​ນະ​ອັນ​ໃຫຍ່​ຫຼວງ​ໃນບັ້ນຮົບຕໍ່​ຕ້ານ​ພະ​ຍາດ COVID-19 ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ແລະສະແດງຄວາມເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ສີ​ຈີ້ນ​ຜິງ, ພັກ​ກອ​ມມູ​ນິດ​ຈີນ ແລະ ປະ​ຊາ​ຊົນ​ຈີນ ​ຍ່ອມຈະ​ສາ​ມາດບູລະນະແລະຂະຫຍາຍຜົນງານ​ຢ່າງ​ບໍ່​ຢຸດ​ຢັ້ງ ຈົນຍາດມາໄດ້ໄຊຊະ​ນະ​ຄັ້ງສຸດທ້າຍຢ່າງແນ່ນອນ. ຫວັງ​ວ່າ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ສີ​ຈີ້ນ​ຜິງ ​ຈົ່ງ​ຮັກ​ສາ​ສຸ​ຂະ​ພາບ​ແຂງ​ແຮງ, ແລະ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແບບ​ສູ້​ຊົນ​ໄປ​ຍັງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ທັງ​ຫຼາຍ, ທັງອວຍ​ພອນໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກຂອງ​​ສ.ປ.ປ.ເກົາ​ຫຼີ-ຈີນຈົ່ງ​ນັບ​ມື້​ນັບ​​ແໜ້ນແຟ້ນຍິ່ງຂຶ້ນ ແລະ ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ.