ທາງ​ລົດ​ໄຟ​ຈີນ-ລາວ​ເລັ່ງ​ມື​ກໍ່​ສ້າງພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-05-12 17:52:20 |ມາຈາກ: CRI

ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ລາວ​ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ນີ້, ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ. ​ພາຍ​ໃຕ້​ສະ​ພາບ​ແສງ​ແດດ​ທີ່​ແຮງ​ກ້າ​, ພະ​ນັກ​ງານ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຢູ່​ຊານ​ເມືອງ​ໄດ້ອອກ​ເຫື່ອ​ເທ​ແຮງ​​ປູ​ລາງ​ລົດ​ໄຟຫັນ​ໜ້າ​ໄປ​ສູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ຈີນ-ລາວ, ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​​ໃຫ້ ​ວຽກງານ​ສຳ​ເລັດຕາມ​ເວ​ລາ​ກຳ​ນົດ.

ທ່ານ ເສີນ​ຈ້ຽນ ປີ​ນີ້​ອາ​ຍຸ 31 ປີ, ເປັນ​ຜູ້​ຂັບ​ລົດ​ໄຟ​​ທີ່​ມີ​ຄວາມ​ຊຳ​ນິ​ຊຳ​ນານ​ພາຍ​ໃນ​ປະ​ເທດ​ຈີນ, ປັດ​ຈຸ​ບັນ,​ເປັນ​ຜູ້​ຂັບ​ລົດ​ໄຟ​ໃນໂຄງ​ການ​ຂອງ​ພະ​ແນກ​ບໍ​ລິ​ຫານ​ໂຄງ​ການ​ປູ​ລາງ​​ລົດ​ໄຟ​ຈີນ-ລາວ​ຂອງ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 2 ວິ​ສະ​ວະ​ກຳ​ຂອງ​ຈີນ. ​ທ່ານ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ຂັບ​ລົດ​ໄຟ​ແລ່ນ​ຢູ່​ທົ່ວ​ປະ​ເທດ​ຈີນ​ມາ​ຫຼາຍ​ປີ​ແລ້ວ,ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ຂັບ​ລົດ​ໄຟ​ຢູ່​ຕ່າງ​ປະ​ເທດ. ທາງ​ລົດ​ໄຟ​ສາຍ​ນີ້​ດີ​ຫຼາຍ,ລົດ​ໄຟ​ແລ່ນ​ໄດ້​ຢ່າງ​ສະ​ໝ່ຳ​ສະ​ເໝີ.”ການ​ວາງ​ທ່ອນ​ເຫຼັກ​ກ້າ​ທີ່​ມີ​ຄວາມ​ຍາວ​ເຖິງ 500 ແມັດ​ເສັ້ນ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ເຂດ​ຊານເມືອງ​ໃນ​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ວັນ​ທີ 27 ມີ​ນາ​ປີ​ນີ້​​ຂອງ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 2 ວິ​ສະ​ວະ​ກຳຂອງ​ຈີນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ສຳ​ຄັນ.ຮອ​ດ​ຕົ້ນ​ເດືອນ​ພຶດ​ສະ​ພາ​ນີ້, ໄດ້​ສຳ​ເລັດ​ການ​ປູລາງ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ມີ​ຄວາມ​ຍາວປະ​ມານ 40 ກິ​ໂລ​ແມັດແລ້ວ, ທ່ານ ເສີນ​ຈ້ຽນ ກໍ່​ໄດ້​ກາຍ​ເປັນ​ຜູ້​ຂັບ​ຂີ່​ຜູ້​ທີ​ໜຶ່ງ​ທີ່​ຂັບ​ລົດ​ໄຟ​ຢູ່​ທາງ​ລົດ​ໄຟ​ທັນ​ສະ​ໄໝສາຍ​ທຳ​ອິດ​ຂອງ​ລາວ.

ທ່ານ ຫູ​ປິ່ນ ຜູ້​ອຳ​ນວຍ​ການ​ໃຫຍ່​​ປະ​ຈຳໂຄງ​ການ​ປູ​ລາງ​ລົດ​ໄຟ​ຈີນ-ລາວ​ຂອງກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ເລກ 2 ວິ​ສະ​ວະ​ກຳ​ຂອງ​ຈີນ​ກ່າວ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ວ່າ: “​ໃນ​ປັດ​ຈຸ​ບັນ,ເພື່ອ​ຮັບ​ປະ​ກັນ​ວຽກ​ງານການ​ກໍ່​ສ້າງ​ໂດຍ​ລວມ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໝົດ​ເສັ້ນ​ໃຫ້​ເຄື່ອນ​ໄຫວ​ໄດ້​ເປັນ​ປົກ​ກະ​ຕິ​, ພວກ​ເຮົາ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ພະ​ຍາດເພື່ອ​​ຮັບ​ປະ​ກັນໃຫ້​ວຽກ​ງານ​ມີຄວາມ​ຄືບ​ໜ້າ,​ມີຄຸນ​ນະ​ພາບ​ສູງ,ປອດ​ໄພ​ແລະ​ທັນ​ເວ​ລາ.” ທ່ານ​ກ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຂ້ຽວ​ຂາດ​ຢູ່​ໃນ​ໂລກ, ພະ​ແນກ​​ບໍ​ລິ​ຫານ​ໂຄງ​ການ​ໄດ້​ປະ​ຕິ​ບັດ​ລະ​ບຽບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ເຄັ່ງ​ຄັດ, ​ເພື່ອ​ເຮັດ​ໃຫ້​ການ​ກໍ່​ສ້າງ​ແລະ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ບັນ​ລຸ​ຕາມ​ເປົ້າ​ໝາຍ,ບໍ​ລິ​ສັດ​ໄດ້​ເອົາ​ໃຈ​ໃສ່ “​ກັກ​ບໍ​ລິ​ເວນ​ທີ່​ເຂັ້ມ​​ງວດ,​ຫຼີກ​ລຽງການ​ຕິດ​ແປດ​ເຊື້ອ​ພະ​ຍາດ,​ທັງ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ”.

ການ​ປູ​ລາງ​ລົດ​ໄຟ​​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຍົກ​ລະ​ດັບ​ຄວາມ​ໄວ​ຈາກ 2 ກິ​ໂລ​ແມັດ​ຕໍ່ 3 ວັນ ຂຶ້ນ​ເປັນ 1 ກິ​ໂລ​ແມັດສະ​ເລ່ຍ​ຕໍ່ 1 ວັນ.

ວັນ​ທີ 7 ພຶດ​ສະ​ພາ​ນີ້, ​ທ່ານ​ເສິນ​ຈ້ຽນ​ໄດ້​ຂັບ​ລົດ​ໄຟ​ສະ​ເພາະ​ຂົນ​ສົ່ງ​ອຸ​ປະ​ກອນ​ທີ່​ມີ 21 ຕູ້, ແຕ່​ລະ​ຕູ້​ລ້ວນ​ແຕ່​ໄດ້​ບັນ​ທຸກ​ໄມ້​ທ່ອນ​ປູ​ລາງ​ລົດ​ໄຟ​ທີ່​ໜັກ​ປະ​ມານ 70 ໂຕນ. ອາດ​ເວົ້າ​ໄດ້​ວ່າ, ໃນ​ຂະ​ນະ​ທີ່​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ, ທາງ​ລົດ​ໄຟ​ດັ່ງ​ກ່າວ​ກໍ​ເລີ່ມ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຄວາມ​ວ່ອງ​ໄວຂອງ​ຕົນ​ແລ້ວ.

ເຈົ້າ​ໜ້າ​ທີ່​ບໍ​ລິ​ສັດ​ທາງ​ລົດ​ໄຟລາວ-ຈີນ​ຈຳ​ກັດ​ກ່າວ​ວ່າ, ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ໜ່ວຍ​ງານ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ສັບ​ຊ້ອນ​ແຜນ​ການ​ກໍ່​ສ້າງ​ໃຫ້​ດີ​ຂຶ້ນ, ຈັດ​ສັນ​ຊັບ​ພະ​ຍາ​ກອນ​ກໍ່​ສ້າງ​ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ ຊຸກ​ຍູ້​ການ​ກໍ່​ສ້າງ​ຢ່າງ​​ຫ້າວ​ຫັນ. ປັດ​ຈຸ​ບັນ, ການ​ສ້າງ​ຂົວ, ອຸ​ມົງ ແລະ ພື້​ນ​ທາງ​ເປັນ​ຕົ້ນ ລ້ວນ​ແຕ່​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ແລ້ວ, ການ​ປູ​ລາງ, ການ​ຕິດ​ຕັ້ງສາຍ​ໄຟ​ຟ້າ ແລະ ການ​ສ້າງ​ສະ​ຖາ​ນີ​ຕ່າງໆ ໄດ້​ເລີ່ມ​ປະ​ຕິ​ບັດ​ງານ​ຢ່າງ​ຮອບ​ດ້ານ, ໃນ​ນັ້ນ, ​ການ​ປູ​ລາງ​ລົດ​ໄຟ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ສຳ​ຄັນ​ແລ້ວ.

ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຕາມ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ “ຫັນ​ປະ​ເທດ​ບໍ່​ມີ​ທາ​ງ​ອອກ​ສູ່​ທ​ະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດຂອງ​ພາກ​ພື້ນ” ຂອງ​ປະ​ເທດ​ລາວ, ​ຈຸດຈາກ​ດ່ານ​ບໍ່​ຫານ-ບໍ່​ເຕັນ ທາງ​ຊາຍ​ແດນ​ລາວ-ຈີນ ເນັ່ງ​ໄປ​ຫາ​ນະ​ຄອນຫຼວງວຽງ​ຈັນ, ​ມີ​ຄວາມຍາວ​ທັງ​ໝົດ 414 ກິ​ໂລ​ແມັດ. ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ໃຊ້​ມາດ​ຕະ​ຖານ​ຄຸ້ມ​ຄອງ ແລະ ມາດ​ຕະ​ຖານ​ເຕັກ​ນິກ​​ຂອງ​ຈີນ​ທັງ​ໝົດ, ຄວາມ​ໄວ​ໃນ​ການ​ອອກ​ແບບ​ມີ​ເຖິງ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ເປັນ​ທາງ​ລົດ​ໄຟ​ທີ່​ໃຊ້​ໄຟ​ຟ້າ​ທີ່​ຂົນ​ສົ່ງ​ສິນ​ຄ້າ ແລະ ຂົນ​ສົ່ງ​ຜູ້​ໂດຍ​ສານ​ຮ່ວມ​ກັນ. ທາງ​ລົດ​ໄຟ​ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​​ມາ​ແຕ່​ເດືອນ​ທັນ​ວາ​ປີ 2016 ແລະ ມີ​ແຜ​ນ​ຈະ​ສ້າງໃຫ້​ສຳ​ເລັດ​ໃນ​ເດືອນ​ທັນ​ວາ​ປີ 2021.