ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​​ຍ້ອງ​ຍໍຊົມ​ເຊີຍ​ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​ຕໍ່​ພະ​ຍາ​ບານ​ອັນ​ໄພ​ສານ​ໃນ​ທົ່ວ​ປະ​ເທດ

2020-05-12 17:59:01 |ມາຈາກ: CRI

ເນື່ອງ​ໃນ​ໂອ​ກາດ​ວັນ​ພະ​ຍາ​ບານ​ສາ​ກົນ​ທີ່​ໝູນ​ວຽນ​ມາ​ເຖິງ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ຕາງ​ໜ້າ​​ໃຫ້ສູນ​ກາງ​ພັກ, ​ສະ​ແດງ​ຄວາມ​​ຍ້ອງ​ຍໍຊົມ​ເຊີຍ​ແລະ​​ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​​ໄປ​ເຖິງພະ​ຍາ​ບານ​ອັນ​ໄພ​ສານ​ໃນ​ທົ່ວ​ປະ​ເທດຈີ​ນ!

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ພາຍຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລ້ວ, ພະ​ຍາ​ບານ​ອັນ​ໄພ​ສານ​ໄດ້​ສູ້​ຊົນ​ຢູ່​ແນວ​ໜ້າ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທັງ​​ຢູ່ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ, ໄດ້​ປະ​ຕິ​ບັດ​ຕາມ​ນ້ຳ​ໃຈ​ສູງ​ສົ່ງ​ທີ່​ເຄົາ​ລົບ​ຊີ​ວິດ, ກອບ​ກູ້​ຊີ​ວິດ, ຊ່ວຍ​ເຫຼືອ​ຜູ້​​ເຈັບປ່ວຍ, ອຸ​ທິດ​​ຕົນ, ​ເສຍ​ສະຫຼະ ແລະ ​ມີຄວາມ​ຮັກ​ແພງ​ຂ້າມ​ພົມ​ແດນ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ວຽກ​ງານ​ພະ​ຍາ​ບານ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ສຸກ. ທົ່ວ​ສັງ​ຄົມ​​ຄວນ​ເຂົ້າ​ໃຈ ແລະ ​ໃຫ້​ການສະ​ໜັບ​ສະ​ໜູນ​ພະ​ຍາ​ບານ. ຫວັງ​ວ່າ, ພະ​ຍາ​ບານ​ທັງຫຼາຍຈະ​ສືບ​ທອດ​ມູນ​ເຊື້ອ​ທີ່​ດີ​ງາມ, ພະ​ຍາ​ຍາມ​ຕື່ມ​ອີກ, ປະ​ກອບ​ສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງໃຫ້ຫຼາຍກວ່າ​ເກົ່າ ເພື່ອ​​​ເສີມ​ສ້າງ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​​ໃຫ້​ກັບ​ປະ​ຊາ​ຊົນ​ຈີນ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.