ທ່ານ​ສີ​ຈິ້ນ​ຜິ​ງນັ່ງ​ເທິງ​ຕຽງ​ໃນ​ເຮືອນ​ຊາວບ້ານ ລົມ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ໃນ​ຊົນນະບົດ

2020-05-12 18:04:49 |ມາຈາກ: CRI

ທ່ານ​ສີ​ຈິ້ນ​ຜິ​ງນັ່ງ​ເທິງ​ຕຽງ​ໃນ​ເຮືອນ​ຊາວບ້ານ ລົມ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ໃນ​ຊົນນະບົດ

ວັນ​ທີ 11 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ທີ່​ໄປ​ສຳ​ຫຼວດວຽກ​ງານ​ຢູ່​ແຂວງ​ສ່າ​ນຊີ່​ໄດ້​​ໄປ​ເຖິງ​ບ້ານ​ຟາງ​ເສິງໃໝ່ ຕາ​ແສງ​ຊີ່​ຜິ​ງນະຄອນ​ຕ້າ​ທົງ, ​ແລະ​ໄດ້​ຍ່າງເຂົ້າ​ໄປ​ໃນເຮືອນ​ຂອງ​ໄບກ່າວ​ສ່າ​ນທີ່​ເປັນ​ຊາວບ້ານ​ຟາງ​ເສິງ​ໃໝ່, ​ທ່ານນັ່ງ​ຢູ່​ເທິງ​ຕຽງ ​ແລະ ລົມ​ກ່ຽວ​ກັບ ​​ຊີ​ວິດປະຈຳ​ວັນ​ກັບ​ທຸກ​ຄົນ​ໃນຄອບ​ຄົວ​ຂອງ​​ໄບ​ກ່າວ​ສ່ານ. ​ໄບກ່າວ​ສ່າ​ນ​ໄດ້​​​ເລົ່າ ໃຫ້​ທ່ານ​ສີ​ຈິ້ນ​ຜິງ​ຟັງ ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈກ່ຽວ​ກັບການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງຂ​ອງ​ຊີ​ວິດ​ຄອ​ບ​ຄົວ​ຕົນນັບ​ຕັ້ງ​ແຕ່​ໄດ້​ຍົກຍ້າຍ​ຖິ່ນ​ຖານ​ມາ​ນີ້ເພື່ອ​ລຶບລ້າງຄວາມທຸກ​ຍາກ​. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ພັກ​ກອມ​ມູນິດ​ຈີນ​ສະ​ແຫວ​ງຫາ​ຄວາມ​ຜາສຸກ​ໃຫ້​ແກ່​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ,ປະຈຸ​ບັ​ນບໍ່​ພຽງ​ແຕ່​ໄດ້​ຍົກ​ເວັ້ນພັນທະ​ແກ່​ອົງການ​ປົກຄອງທ້ອງຖິ່ນ ແລະ ລັດຖະບານ, ບໍ່ເກັບພາສີອາກອນ ນຳຊາວກະສິກອນເທົ່ານັ້ນ, ຍັງໄດ້ສ້າງເຮືອນ​, ສອນສີມືແຮງ​ງານ ແລະ ຊອກຫາ​ຊ່ອງທາງສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຜູ້ທຸກຍາກ. ໄບກ່າວສ່ານເວົ້າດ້ວຍ​ຄວາມ​ຕື້ນ​ຕັນ​ໃຈວ່າ, ​ການປຸກ​ເຮືອນ​ຊານ​​ເປັນ​ເລື່ອງ​ສຳຄັນ​​ທີ່​ສຸດ​ສຳ​ລັບ​ຊາວ​ກະ​ສິ​ກອນ, ຖ້າ​ບໍ່​ມີ​ພັກ​ກອມ​ມູນິດ​ຈີນ ​ກໍຈະ​ບໍ່​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ຜາ​ສຸກ​ແບບ​ນີ້​​ເກີດ​ຂຶ້ນ. ພີ່ນ້ອງ​ປະຊາຊົນ​ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ພັກ​ກອມ​ມູນິດ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຖ້ຳ​ຫີນ​ຢຸນ​ກາງເປັນ​ມໍ​ລະ​ດົກອັນ​ປະ​ເສີດ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ,ຕ້ອງ​ຍຶດ​ໝັ້ນ​ການ​ອະ​ນຸ​ລັກ​​ເປັນ​ສິ່ງສຳ​ຄັນ​ກວ່າ​ໝູ່

ຕອນແລງວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ໄປກວດເບິ່ງຖ້ຳຫີນຢຸນກາງທີ່ຕັ້ງຢູ່ນະຄອນຕ້າທົງແຂວງສ່ານຊີ່ ເພື່ອສຳຫຼວດວຽກງານອະ​ນຸ​ລັກມໍລະດົກວັດທະນະທຳປະຫວັດສາດ. ຖ້ຳຫີນມີຂະໜາດໃຫຍ່​, ມີ​ຮູບ​ປັ້ນ​ແລະ​ຮູບແກະສະຫຼັກ​ທີ່​ມີ​ລະ​ດັບ​ສີ​ມື​ດ້ານສິ​ລະ​ປະ​​ຂັ້ນ​ສຸດຍອດແລະ​ມີ​ຊີ​ວິດ​ຊີ​ວາ​ເໝືອນ​ຈິງ. ທ່ານ​ໄດ້ຍ່າງ​ເຂົ້າ​​ຖໍ້າ​ທີ່​ມີ​ເອກະລັກ ​ເບິ່ງ​ຮູບ​ແກະສະຫຼັກ ແລະ ຮູບແຕ້ມ​ຝາ​ພະ​ໜັງ​, ​ແລະ​ ສອບຖາມກ່ຽວກັບ​ປະຫວັດສາດ, ເອ​ກະ​ລັກສິລະ​ປະ ​ແລະ​ສະພາບ​ການ​ອະນຸລັກ​ວັດຖຸບູຮານ​ຢ່າງ​ລະອຽດ ທ່ານກ່າວວ່າ: ຖ້ຳຫີນຢຸນກາງໄດ້ສະແດງ​ໃຫ້​ເຫັນ​ເອ​ກະ​ລັກພິເສດຂອງວັດທະນະທຳຈີນ ແລະປະຫວັດສາດ​ຂອງການແລກປ່ຽນ​ດ້ານວັດທະນະທຳ​ລະ​ຫວ່າງ​ຈີນກັບຕ່າງປະເທດ, ເຊິ່ງເປັນ​ມໍ​ລະ​ດົກ​ອັນ​ປະ​ເສີດ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ,ຕ້ອງ​ຍຶດ​ໝັ້ນ​ການ​ອະ​ນຸ​ລັກ​​ເປັນ​ສິ່ງສຳ​ຄັນ​ກວ່າ​ໝູ່,ແລະຄົ້ນຄວ້ານຳໃຊ້ໃຫ້ດີບົນພື້ນຖານການ​ອະ​ນຸ​ລັກຮັກສາ.

ທ່ານ​​ສີ​ຈິ້ນ​ຜິງ​ກ່າວ​ວ່າ​: ເຮັດ​ໃຫ້​ດອກ​ເດ​ລີ​ລີກາຍ​ເປັນ​ຂະ​ແໜງ​ການ​ທີ່​ຊ່ວຍ​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ

ຕອນ​ບ່າຍ​ວັນ​ທີ 11 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​​ທີ່​ກຳ​ລັງສຳ​ຫຼວດວຽກ​ງານ​ຢູ່​ແຂວງສ່າ​ນຊີ່ໄດ້​​​ເດີນ​ທາງໄປກວດ​ເບິ່ງແຫຼ່ງ​ປູກດອກ​ເດ​ລີ​ລີ(daylily)​ປອດສານພິດ​ຢູ່​ເມືອງຢຸນ​ໂຈ່ວ​ນະຄອນ​ຕ້າ​ທົງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຍ່າງ​ເຂົ້າ​ສູ່​ບໍລິເວນສວນ​ເພື່ອກວດ​ເບິ່ງ​ສະ​ພາບ​ການ​ເຕີບ​ໃຫຍ່​ຂອງດອກ​ລີ​ລີ, ລົມ​ກັບ​ຊາວບ້ານ​ທີ່​ກຳລັງ​ເຮັດ​ວຽກ​ຢ່າງ​ສະໜິດສະໜົມ.​ຊາວ​ບ້ານ​ທັງຫຼາຍບອກ​ທ່ານ​ສີ​ຈິ້ນ​ຜິງວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ຂອງວິ​ສາ​ຫະ​ກິດ​ຫຼັກ​ແຫຼ່ງ ແລະ​ສະ​ຫະ​ກອນ,ຄຸນ​ນະ​ພາບ​ແລະ​ຜົນ​ຜະ​ລິດດອກ​ເດ​ລີ​ລີ​ມີ​ຄວາມ​ໝັ້ນ​ຄົງ, ຊ່ອງ​ທາງ​ການ​ຈຳ​ໜ່າຍ​ແລະ​ລາ​ຄາ​ກໍ​ມີ​ການ​ຮັບ​ປະ​ກັນ ເຊິ່ງ​ໄດ້​ພາ​ໃຫ້​ຄອບ​ຄົວ​ທຸກ​ຍາກ​ຈຳ​ນວນ​ບໍ່​ໜ້ອຍ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິ​ງຟັງ​ແລ້ວ​ກໍ​ດີ​ໃຈຫຼາຍ,ທ່ານກ່າວ​ວ່າ: “ການ​ປູກ​ດອກ​ເດ​ລີ​ລີ​​ສາ​ມາດ​ພັດ​ທະ​ນາ​ໃຫ້​ເປັນ​ຂະ​ແໜງ​ການ​ໃຫຍ່​ໄດ້! ຂະ​ແໜງ​ການ​ນີ້​ມີ​ອະນາຄົດ​ທີ່​ດີ.ຕ້ອງ​ຮັກສາ ​ແລະພັດທະນາ​ໃຫ້​ດີ, ​ເພື່ອ​ໃຫ້​ກາຍ​ເປັນຂະແໜງການທີ່​ຊ່ວຍ​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງມີ​ຂຶ້ນ.”