ແຂວງຢຸນນານກຳນົດແຈ້ງເປົ້າໝາຍການພັດທະນາໃນປີ 2020

2020-05-13 17:23:10 |ມາຈາກ: Yunnan Gateway

ຕອນເຊົ້າວັນທີ 10 ພຶດສະພາ, ກອງປະຊຸມຄັ້ງທີ 3 ຂອງກອງປະຊຸມໃຫຍ່ຜູ້ແທນປະຊາຊົນແຂວງຢຸນນານ ສະໄໝທີ 13 ໄດ້ໄຂຂຶ້ນ,ທ່ານ ລວນເຊິງຝາ ເຈົ້າແຂວງໆຢຸນນານໄດ້ຕາງຫນ້າໃຫ້ ອຳນາດການປົກຄອງແຂວງຢຸນນານສະເຫນີ“ບົດລາຍງານວຽກງານຂອງອຳນາດການປົກຄອງ ແຂວງ” ຕໍ່ກອງປະຊຸມດັ່ງກ່າວ.

ປີ 2019, ແຂວງຢຸນນານໄດ້ຮັບຜົນສຳເລັດດັ່ງຕໍ່ໄປນີ້

ໃນປີ 2019, ແຂວງຢຸນນານມີຜູ້ທຸກຍາກ 95% ທີ່ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ບ້ານທຸກຍາກ 95% ຫຼຸດພົ້ນອອກຈາກຄວາມທຸກຍາກ, ເມືອງທຸກຍາກ 90% ຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຊາຊົນ 1,50ລ້ານຄົນໄດ້ຍ້າຍໄປຢູ່ເຮືອນໃໝ່ຂອງພວກເຂົາ.

ໃນປີ 2019, ມູນຄ່າລວມເສດຖະກິດຂອງແຂວງຢຸນນານບັນລຸ 2,32 ພັນຕື້ຢວນ, ເປັນອັນດັບທີ 18 ຂອງປະເທດຈີນ.

ໃນປີ 2019, ແຂວງຢຸນນານໄດ້ພັດທະນາ 8 ຂະແໜງການຢ່າງເຂັ້ມແຂງ, ການລົງທຶນດ້ານອຸດສາຫະກຳເພີ່ມຂຶ້ນ 11,7%, ລາຍຮັບດ້ານການທ່ອງທ່ຽວບັນລຸ 1,1 ພັນຕື້ຢວນ.

ລາຍຮັບທຸລະກິດຕົ້ນຕໍຂອງຂະແໜງການຂໍ້ມູນຂ່າວສານ ເພີ່ມຂຶ້ນ 18,3%.

ໃນປີ 2019, ໄລຍະທາງຂອງເສັ້ນທາງດ່ວນແຂວງຢຸນນານທີ່ເປີດໃຫ້ລົດສັນຈອນມີ ກາຍ 6000 ກິໂລແມັດ.

ອັດຕາສ່ວນຂອງມື້ທີ່ມີຄຸນນະພາບອາກາດດີໃນຕົວເມືອງມີກາຍ 98,1%, ເນື້ອ ທີ່ການການບູລະນະດິນນ້ຳທີ່ ເສຍຫາຍມີ 5516 ຕາລາງກິໂລແມັດ, ອັດຕາການປົກຫຸ້ມຂອງປ່າໄມ້ມີ 62,4%.

ເປີດ ເຂດການຄ້າເສລີ(ແຂວງຢຸນນານ)ປະເທດຈີນ,ຍອດມູນຄ່າຂາເຂົ້າຂາອອກຂອງການຄ້າຕ່າງປະເທດເພີ່ມຂຶ້ນ 17,9%,ຈຳນວນເງິນຢວນຈີນ ຊຳລະສະສາງຂ້າມແດນບັນລຸ 500 ຕື້ຢວນ.

ຈຳນວນການຈ້າງ ງານໃນເມືອງເພີ່ມຂຶ້ນໃໝ່ 5,34 ແສນຄົນ, ລາຍຮັບທີ່ສາມາດໃຊ້ໄດ້ (Disposable income) ສະເລ່ຍຕໍ່ຫົວຄົນໃນຕົວເມືອງ ເພີ່ມຂຶ້ນ 8,2%, ລາຍຮັບທີ່ສາມາດໃຊ້ໄດ້ສະເລ່ຍຕໍ່ຫົວຄົນ ໃນຊົນນະບົດເພີ່ມຂຶ້ນ 10,5%,
ໂຮງໝໍລະດັບເມືອງທີ່ມີຄວາມສາມາດຮອບດ້ານບັນລຸເຖິງມາດຕະຖານ ມີ 106 ແຫ່ງ.

ໃນປີ 2020, ແຂວງຢຸນນານມີເປົ້າໝາຍດັ່ງຕໍ່ໄປນີ້

ໃນປີ 2020, ການພັດທະນາສັງຄົມ ແລະ ເສດຖະກິດຂອງແຂວງຢຸນນານຈະບັນລຸເປົ້າໝາຍດັ່ງຕໍ່ໄປນີ້,ການລົງທຶນຊັບສິນຄົງທີ່ເພີ່ມຂຶ້ນ 10% ຂຶ້ນໄປ, ລາຍຮັບງົບປະມານສາທາລະນະທົ່ວໄປໃນທ້ອງຖິ່ນເພີ່ມຂຶ້ນ 2%,ອັດຕາວ່າງງານໃນຕົວເມືອງຄວບຄຸມໃຫ້ຢູ່ໃນ 5,5%, ການຂຶ້ນລາຄາການບໍລິໂພກຂອງຊາວເມືອງຄວບຄຸມໃຫ້ຢູ່ໃນ3,5%.

ຮັບປະກັນການຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານຂອງ 9 ຕົວເມືອງທຸກຍາກ, 429 ບ້ານທຸກຍາກ ແລະ ຜູ້ທຸກຍາກ4,42ແສນຄົນ.

ເພີ່ມທະວີການກໍ່ສ້າງ “ດິຈິຕອນຢຸນນານ” ຢ່າງເຂັ້ມແຂງ.

ຮອດທ້າຍປີ 2020, ໄລຍະທາງຂອງເສັ້ນທາງດ່ວນແຂວງຢຸນນານທີ່ປ່ອຍໃຫ້ລົດສັນຈອນຈະມີກາຍກວ່າ 9000 ກິໂລແມັດ.

ຕານ່າງທໍ່ສົ່ງອາຍແກັສເພີ່ມຂຶ້ນໃໝ່ຫລາຍກວ່າ 400 ກີໂລແມັດຂຶ້ນໄປ.ຊຸກຍູ້ການກໍ່ສ້າງເຂດຈຸດສູນກາງຈໍລະຈອນແຈກຢາຍສິນຄ້າແຫ່ງຊາດ 5 ແຫ່ງ.

ຊຸກຍູ້ລະດັບ ການເປີດກວ້າງຕໍ່ພາຍນອກໃຫ້ສູງຂຶ້ນຕື່ມ.