ຫົວໜ້າສະຖາບັນການຕ່າງປະເທດລາວ: ມາດຕະການທີ່ມີປະສິດທິຜົນຂອງຈີນເປັນບົດຮຽນທີ່ສໍາຄັນໃຫ້ແກ່ບັນດາປະເທດຕ່າງໆໃນໂລກ

2020-05-13 17:42:16 |ມາຈາກ: CRI

ທ່ານ ຄໍາສວຍ ແກ້ວດາລາວົງ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ໃນວັນທີ 11 ພຶດສະພານີ້ວ່າ, ມາດຕະການທີ່ມີປະສິດທິຜົນ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງຈີນ ໄດ້ກາຍເປັນບົດຮຽນອັນສໍາຄັນ ເຊິ່ງໄດ້ຮັບການຍອມຮັບ ແລະຕີລາຄາສູງ ຈາກບັນດາປະເທດຕ່າງໆໃນໂລກ.

ທ່ານ ຄໍາສວຍ ກ່າວວ່າ, “ຜົນສຳເລັດຈາກການຮັບມືຢ່າງເອົາໃຈໃສ່ ແລະການນຳໃຊ້ມາດຕະການທີ່ມີປະສິດທິຜົນ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຊາວໂລກເຫັນໄດ້ເຖິງຄວາມສະຫລຽວສະຫລາດຂອງການນຳພັກ ແລະລັດຖະບານຈີນ ເຊິ່ງມັນໄດ້ກາຍເປັນບົດຮຽນໃຫ້ແກ່ບັນດາປະເທດຕ່າງໆໃນໂລກ, ໂດຍສະເພາະມາດຕະການທາງການແພດ ໄດ້ຮັບການຍອມຮັບ ແລະຕີລາຄາສູງ ຈາກບັນດາປະເທດຕ່າງໆໃນໂລກ ເຊິ່່ງຫຼາຍປະເທດໃນໂລກ ທັງເອີຣົບ ແລະອາຊີ ຕ່າງກໍ່ໄດ້ນໍາເອົາມາດຕະການດັ່ງກ່າວມານຳໃຊ້ໃນປະເທດຂອງຕົນເອງ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ, ອັນໄດ້ເຮັດໃຫ້ບົດບາດທາງການແພດຂອງ ສປ ຈີນ ສູງເດັ່ນຂຶ້ນ”

ທ່ານກ່າວຕື່ມວ່າ, “ເຖິງວ່າ ຈີນ ຍັງມີຄວາມຫຍຸ້ງຍາກພາຍໃນປະເທດຂອງຕົນ ແຕ່ກໍ່ຍັງໄດ້ຍື່ນມືໄປຊ່ວຍບັນດາປະເທດຕ່າງໆໃນໂລກ ບໍ່ວ່າຈະເປັນທາງດ້ານວິຊາການ ກໍ່ຄືອຸປະກອນທາງການແພດຕ່າງໆ ເຊິ່ງມັນສະແດງໃຫ້ເຫັນຄວາມມີມະນຸດສະທຳຂອງປະຊາຊົນຈີນ ທີ່ມີຕໍ່ປະຊາຊົນໃນທົ່ວໂລກ ໂດຍບໍ່ຈຳແນກລະບອບການເມືອງ ແລະການປົກຄອງ. ສຳລັບ ສປປ ລາວ ເອງກໍ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ທັງທາງດ້ານຊ່ຽວຊານ, ວິຊາການ ແລະ ອຸປະກອນການແພດ ລວມທັງບົດຮຽນມາດຕະການໃນການຮັບມືກັບພະຍາດໂຄວິດ-19. ຈາກການແລກປ່ຽນ ແລະຖອດຖອນບົດຮຽນ ຈາກແພດໝໍທີ່ມີປະສົບການຂອງ ສປ ຈີນ ທີ່ມາຊ່ວຍ ສປປ ລາວ ໄດ້ເຮັດໃຫ້ແພດໝໍຂອງລາວ ສາມາດຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ໃນລະດັບທີ່ໜ້າເພິງພໍໃຈ. ”

ປັດຈຸບັນນີ້, ບັນດາແຂວງແລະນະຄອນຂອງຈີນຕ່າງກໍ່ໄດ້ເລັ່ງລັດຟື້ນຟູການຜະລິດ, ພ້ອມດຽວກັນນີ້ ບັນດາຫ້າງຮ້ານກໍ່ໄດ້ເປີດກິດຈະກໍາຄືນຢ່າງເປັນກ້າວໆ ເພື່ອເຮັດໃຫ້ເສດຖະກິດຈີນກັບຄືນສູ່ສະພາບປົກກະຕິ ເຊິ່ງໃນທັດສະນະຂອງທ່ານ ຄໍາສວຍ ແລ້ວ, ການຟື້ນໂຕຂອງເສດຖະກິດຈີນມີບົດບາດອັນສໍາຄັນຕໍ່ການສ້າງສະຖຽນລະພາບຂອງເສດຖະກິດພາຍໃນປະເທດຈີນເອງ ກໍ່ຄື ເສດຖະກິດໂລກ. ທ່ານກ່າວວ່າ, “ໃນຂະນະທີ່ຫຼາຍປະເທດຍັງປະເຊີນໜ້າກັບການລະບາດໜັກຂອງພະຍາດໂຄວິດ, ມາດຕະການຢຸດການຜະລິດໄດ້ຖືກນໍາໃຊ້ ບວກກັບມາດຕະການປິດປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ອັນໄດ້ສົ່ງຜົນກະທົບໃຫ້ແກ່ເສດຖະກິດ ແລະສັງຄົມ ຂອງປະເທດຕ່າງໆໃນໂລກ. ຈີນ ເປັນປະເທດທີ່ເປັນກໍາລັງຜະລິດຫຼັກໆໜຶ່ງຂອງໂລກ ແລະມີຫລາຍປະເທດໃນໂລກທີ່ເປັນຄູ່ຮ່ວມມືທາງດ້ານການຄ້າ. ສະນັ້ນ, ເມື່ອ ສປ ຈີນ ໄດ້ຄ່ອຍໆເລີ່ມກັບຄືນມາເປີດການຜະລິດຂອງຕົນເທື່ອລະໜ້ອຍ ເພືຶ່ອຟື້ນຟູທັງເສດຖະກິດພາຍໃນ ແລະການຜະລິດເພື່ອຕອບສະໜອງຄວາມຕ້ອງການພາຍນອກແລ້ວ, ການອາໄສການນໍາເຂົ້າສິນຄ້າຈາກ ສປ ຈີນ ຈຶ່ງມີຄວາມສໍາຄັນ ແລະຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ພາຍໃນປະເທດໄປຄຽງຄູ່ກັບການປະຕິບັດມາດຕະການຕ່າງໆໃນສະພາບປັດຈຸບັນ. ”

ພາຍໃຕ້ສະຖານະການທີ່ປະເທດຕ່າງໆໃນໂລກມີການພົວພັນທາງດ້ານການຄ້າ ແລະການໄປມາຫາສູ່ກັນນັບມື້ນັບໃກ້ຊິດ ສົ່ງຜົນເຮັດໃຫ້ພະຍາດດັ່ງກ່າວ ໄດ້ແຜ່ລະບາດໃນວົງກວ້າງ ແລະ ປະເທດໜຶ່ງປະເທດດຽວ ແມ່ນບໍ່ສາມາດຮັບມືໄດ້ພຽງລຳພັງ. ທ່ານກ່າວຕື່ມວ່າ, “ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ບັນດາປະເທດຕ່າງໆສືບຕໍ່ໃຫ້ຄວາມຮ່ວມມືກັນ ເພື່ອຕໍ່ສູ້ກັບພະຍາດດັ່ງກ່າວ ເຊິ່ງ ຂ້າພະເຈົ້າເຫັນວ່າ ມັນມີຄວາມຈໍາເປັນອັນຮີບດ່ວນ ໃນການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດ ເພື່ອຮັບມືກັບສະພາບການອັນໃໝ່ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.”