ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ມັກ​ປ່າວ​ຂ່າວ​ລື​ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຈີນເລື້ອຍໆ​ພວມ​ເຮັດ​ໃຫ້​ໄພທຳ​ມະ​ຊາດກາຍ​ເປັນ​​ເຄາະ​ຮ້າຍ​ທີ່ສ້າງ​ຂຶ້ນດ້ວຍ​ຄົນ

2020-05-13 17:44:18 |ມາຈາກ: CRI

ປັດ​ຈຸ​ບັນ, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄລ່​ລວມ​​ແລ້ວ​ມີເກືອບ 1.350.000 ຄົນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດໄລ່​ລວມ​ແລ້ວ​ມີ​ຫຼາຍກວ່າ 80 ພັນ​ຄົນ. ​ຂະ​ນະ​ດຽວ​ກັນ, ໃນ​ເດືອນ​ເມ​ສາ​ຜ່ານ​ມາ, ​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ກອນ​​ອາ​ເມ​ຣິ​ກາ​ທີ່​ບໍ່​ແມ່ນ​ຂະ​ແໜງ​ກະ​ສິ​ກຳໄດ້​ຫຼຸດ​ລົງ 20.500.000 ຄົນ, ໄດ້​ເຮັດ​ໃຫ້​ຕຳ​ແໜ່ງ​ງານ​ທີ່​ເພີ່ມ​ຂຶ້ນ​ໃນ 10 ປີ​ຜ່ານ​ມາ​ສູນ​​ຫາຍ​ໄປ​ພາຍ​ໃນ​ 1 ເດືອນ. ໜັງ​ສື​ພິມ​ເດີ​ວໍ​ຊິງ​ຕັນ​ໂພ​ສ໌​ຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ວິ​ເຄາະ​ໂດຍ​ຂຽນ​ວ່າ: ອາ​ເມ​ຣິ​ກາ​ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ເສດ​ຖະ​ກິດ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ໃນ​ເກືອບ 100 ປີ​ຜ່ານ​ມາ.

ທ່ານ ຈອນ​ ໂຣ​ສ໌ ອະ​ດີດ​ຫົວ​ໜ້າ​ອົງ​ການ​ນະ​ໂຍ​ບາຍ​ທຸ​ລະ​ກິດແລະ​ເສດ​ຖະ​ກິດ​ລອນດອນ​ຂອງ​ອັງ​ກິດ​ໄດ້​ຊີ້​ໃຫ້​ເຫັນ​ໂດຍ​ກົງ​ວ່າ: “ ‘ການ​​ຕໍ່ຕ້ານ​ຈີນ​ຕາມ​ລຳ​ພັງ​ໃຈ’ ຈະ​ເຮັດ​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຝ່າຍ​ຕາ​ເວັນ​ຕົກ​ຕ້ອງຕົກ​ຢູ່​ໃນ​ມະ​ຫັນ​ຕະ​ໄພ​ທີ່​ຊຸດ​ໂຊມ​ລົງ. ໃນ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ຂອງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ອາ​ເມ​ຣິ​ກາ​ບໍ່​ໄດ້​ພະ​ຍາ​ຍາມ​​ຢ່າງສຸດ​ຂີດ​ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​​ພາຍ​ໃນປະ​ເທດ​ຕົນ, ຫາກ​​​ຄິດ​ແຕ່ຈະ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ໂຈມ​ຕີ​ປະ​ເທດ​ຈີນ​ຢ່າງ​ດຽວ, ທ່ານ ໄມ ພົມ​ເພວ ແລະ​ນັກ​ການ​ເມືອງ​ຄົນ​ອື່ນໆ​ແຮ່ງ​ໄດ້​ຖື​ເອົາ​ເຊື້ອ​ພະ​ຍາດ​ໄປກ່ຽວ​ຂ້ອງ​ກັບ​ປະ​ເທດ​ຈີນ, ປ່າວ​ຖ້ອຍ​ຄວາມ​ລັດ​ທິ​​ຊາດ​ນິ​ຍົມ, ຍຸ​ແຍ່​ສ້າງຄວາມ​ຄຽດ​​ຊັງ​ແລະ​​ເປັນ​ປໍ​ລະ​ປັກ​ກັນ,ທ້າ​ທາຍ​ຂີດ​ຈຳ​ກັດ​ດ້ານຄຸນ​ນະ​ທຳ​ຂອງ​ຄວາມເປັນ​ມະ​ນຸດ.”

ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ສາ​ກົນ​ຊີ້​ໃຫ້​ເຫັນ​ວ່າ: ​ພູມ​ສາດການ​ເມືອງ​ທີ່​ບິດ​ເບືອນ​ຄວາມ​ຈິງ​ໃນ​ປັດ​ຈຸ​ບັນ​ຂອງ​ວໍ​ຊິງ​ຕັນ ພວມ​​ເຮັດ​ໃຫ້ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເປັນ​ໄພ​​ທາງທຳ​ມະ​ຊາດ​ໄດ້​ກັບກາຍ​ເປັນ​​​ເຄາະ​ຮ້າຍ​ທີ່ສ້າງ​ຂຶ້ນ​ດ້ວຍ​ຄົນຫຼາຍກວ່າ. ທ່ານ ບ​ຣີ​ຕາ ເຈ​ເວວ ນັກ​ຄົ້ນ​ຄວ້າ​​ຂອງຄະ​ນະພະ​ຍາດ​ຕິດ​ແປດວິ​ທະ​ຍາ​ແລະ​ພະ​ຍາດ​ລະ​ບາດ​ຂອງວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ແລະ​ການ​ແພດ​ຈັກ​ກະ​ພັດ​ລອນ​ດອນ​ໄດ້​ພິມ​ບົດ​ຄວາມ​ລົງໜັງ​ສື​ພິມ​ນິວຢອກ​ທ້າມ​ສ໌​ຂອງ​ອາ​ເມ​ຣິ​ກາ​ໂດຍ​ຂຽນ​ວ່າ: ຖ້າ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ກັກ​ບໍ​ລິ​ເວນ​ໃນ​ເຮືອນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ສາ​ມາດ​ປະ​ຕິ​ບັດໄດ້​ມາ​ແຕ່​ວັນ​ທີ 2 ມີ​ນາ​ປີ​ນີ້​​ຫາກ​ບໍ່​ແມ່ນ​ລ່ວງ​ກາຍ​ໄປ​ເຖິງ 2 ອາ​ທິດ​ຄືວັນ​ທີ 16 ມີ​ນາ, ​ກໍ​ຈະ​ສາ​ມາດ​ສະ​ກັດ​ກັ້ນ​​ບໍ່​ໃຫ້​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໄດ້​ເຖິງ 90%; ​ຖ້າ​ສາ​ມາດປະ​ຕິ​ບັດ​ລ່ວງ​ໜ້າ​ໄດ້ 1 ອາ​ທິດ​ກໍ່​​ຈະສາ​ມາດ​ຫຼຸດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້ 60%.

ຂະ​ບວນ​ວິ​ວັດຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​​ໃນ​ໄລ​ຍະ 40 ກວ່າ​ປີ​ຜ່ານ​ມາ​ໄດ້​ຢືນ​ຢັນ​ວ່າ, ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ໜຶ່ງ​ດຽວ. ໃນ​ຊູ່​ມື້​ນີ້​ທີ່​ເປັນ​ສະ​ຕະ​ວັດ​ທີ 21, ຖ້າ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ປ່ອຍ​ໃຫ້​ນັກ​ການ​ເມືອງ​ຕ້ານ​ປະ​ເທດ​ຈີ​ນ​ຈຳ​ນວນ​ໜ້ອຍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕາມ​ລັດ​ທິ​ເນັກ​ຄາ​ທີ​ຊຶມ McCarthyism​ ຫຼື​ລັດ​ທິ​ຕ້ານ​ຄອມ​ມູ​ນິດ, ຈະ​ເຮັດ​ໃຫ້​ແຕ່​ລະ​ຄົນ​ມີ​ຄວາມ​ຢ້ານ​ກົວ, ​ຈະທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ແລະ​ຜູ້​ອື່ນ,​ໃນ​ທີ່​ສຸດ​ກໍ​ຈະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢູ່ອາ​ເມ​ຣິ​ກາ​ເອງ.