ຈີນ​ທວງ​ໃຫ້​ອາ​ເມ​ຣິ​ກາ​ຂັດ​ຂວາງ​ຕໍ່​ການກ່າວ​ຟ້ອງຈີນ​ແບບ​ໂລ​ເລ​​

2020-05-15 17:09:22 |ມາຈາກ: CRI

ວັນ​ທີ 14 ພຶດ​ສະ​ພານີ້, ທ່ານ​ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ວ່າ, ຈີນ​ທວງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​ຕິ​ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ໃນ​ທັນ​ທີ, ຢຸດຕິ​ການ​ພິ​ຈາ​ລະ​ນາ​ຮ່າງ​ກົດໝາຍ​ຕ້ານ​ຈີນ​ທີ່​ກ່ຽວ​ຂ້ອງ, ​ຂັດ​ຂວາງ​ຕໍ່​ການ​ກ່າວ​ຟ້ອງ​​ຈີນແບບ​ໂລ​ເລ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງຂອງ​ນັກ​ຂ່າວ,ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ: “​ຢູ່ອາ​ເມ​ຣິ​ກາ ມີ​ຄົນ​ຈຳ​ນວນ​ໜຶ່ງ​ມີ​ຄວາມ​ອ່ອນ​ແອ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄ​ວິດ19,​ເຮັດ​ໃຫ້ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຜິດ​ຫວັງ,ທັງຍັງ​ບໍ່​ໄດ້​ເອົາ​ໃຈ​ໃສ່​ພິ​ຈາ​ລະ​ນາ​ວ່າ​ຈະເຮັດ​ແນວ​ໃດ​ເພື່ອ​ປັບ​​ປຸງວຽກ​ງານ​ໃຫ້​ດີຂຶ້ນ,ພັດ​ມັກ​ຫຼິ້ນ​ອຸ​ບາຍ​ທາງ​ການ​ເມືອງ​ສ້າງ​​ເລື່ອງໃຫ້​ຄົນ​ອື່ນ​ແລະ​ໂຍນ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ຄົນ​ອື່ນ,ຊອກ​ທຸກວິ​ທີ​ທາງ​ເພື່ອກ່າວ​ຟ້ອງຈີນ​ແບບ​ໂລ​ເລ,ກໍ່ເລື່ອງ​ອັນ​ທີ່​ວ່າ​ສືບ​ສວນ​ຫາຄວາ​ມ​ຮັບ​ຜິດ​ຊອບ​ຕໍ່​ຈີນ.ຈີນ​ທວງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິການ​ໃສ່​ຮ້າຍ​ປ້າຍ​ສີຈີນ​ໃນ​ທັນ​ທີ,ຢຸດ​ຕິການ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ຕ້ານ​ຈີນ​ທີ່​ກ່ຽວ​ຂ້ອງ, ​ຂັດ​ຂວາງ​ຕໍ່​ການກ່າວ​ຟ້ອງ​​ຈີນແບບ​ໂລ​ເລ. ຫັນ​ໄປ​ເອົາ​ໃຈ​ໃສ່​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19 ແລະ​ປ້ອງ​ກັນຊີ​ວິດ​ແລະ​ສຸ​ຂ​ະພາບຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ໃຫ້ຫຼາຍກວ່າ​ເກົ່າ, ຢຸດ​ຕິ​ການ​ຫຼິ້ນ​ເກມ​ຕິ​ຕຽນ​ທີ່​ບໍ່​ມີ​ເຫດ​ຜົນ​ແບບນີ້​ອີກ.”