ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້​ທິດ​ຊີ້​ນຳ​ທີ່ສຳຄັນ​ໃນ​ກອງ​ປະຊຸມຄະນະປະຈຳກົມ​ການ​ເມືອງສູນ​ກາງ​ພັກ

2020-05-15 17:12:40 |ມາຈາກ: CRI

ຄະນະ​ປະຈຳກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ກອງ​ປະຊຸມ​ໃນ​ວັນ​ທີ 14 ພຶດສະພາ​ນີ້ ​ເພື່ອ​ວິ​ເຄາະ​ສະພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໂຄວິດ-19 ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ທັງຄົ້ນຄວ້າ​, ວາງ​ແຜນ ​ແລະ ຊຸກຍູ້​ໃຫ້​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ແລະຄວບ​ຄຸມພະ​ຍາດຕາມ​ສະພາວະປົກກະຕິຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄົ້ນຄວ້າ​ເພື່ອ​ຍົກ​ສູງ​ຄວາມ​ໝັ້ນທ່ຽງ​ແລະ​ຄວາມ​ສາມາດ​ການ​ແຂ່ງຂັນ​ຂອງ​ຕ່ອງ​ໂສ້​ອຸດສາຫະກຳ ​ແລະ ຕ່ອງ​ໂສ້​ການ​ສະໜອງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ ທັງ​​ໄດ້ໃຫ້​ທິດ​ຊີ້​ນຳ​ທີ່​ສຳຄັນ.

ທ່ານ​ກ່າວ​ວ່າ: ປັດຈຸບັນ, ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະຍາດ​ໃນ​ທົ່ວ​ປະ​ເທດ​ແມ່ນ​ ຢູ່​ໃນສະພາບທີ່​ດີ​ໂດຍ​ລວມ, ​ແຕ່​​ໃນຂະນະ​ດຽວ​ກັນ​, ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢູ່​ຕ່າງປະ​ເທດ​ພັດຕົກ​ຢູ່​ໃນສະພາບທີ່​ຂ້ຽວຂາດ​ແລະ​ສັບສົນ, ການ​ປ້ອງ​ກັນ​ບໍ່​ໃຫ້ການ​ແຜ່​ລະບາດ​ຂອງ​ພະຍາດຢູ່​ພາຍ​ໃນ​ປະ​ເທດຮ້າຍ​ແຮງຂຶ້ນ​ອີກນັ້ນ​ຍັງ​ເປັນ​ໜ້າ​ທີ່​ອັນ​ລຳບາກ​ແລະ​ໜັກໜ່ວງ. ຕ້ອງ​ເດັດດ່ຽວ​ຜ່ານ​ຜ່າ​ແນວ​ຄິດ​ທີ່​ລະ​ເຫຼີງ, ອາລົມ​ເບື່ອ​ໜ່າຍ​ຕໍ່​ການ​ຕໍ່ສູ້​ກັບ​ພະຍາດ, ຄິດ​ເພິ່ງ​ໂຊກ​ຊາຕາ ​ແລະ ຈິດ​ໃຈອ່ອນ​ໄຫວ​ຄອນ​ແຄນ, ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແຜ່​ລະບາດ​ຈາກ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ຮ້າຍ​ແຮງ​ຂຶ້ນ​ອີກ​ພາຍ​ໃນ​ປະ​ເທດ, ​ເດັດຂາດ​ບໍ່​ໃຫ້​ຜົນສຳ​ເລັດ​​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດທີ່ຍາດ​ມາ​ໄດ້​ບໍ່​ແມ່ນ​ງ່າຍ​ນັ້ນ​ປະສົບກັບ​ຄວາມຫຼົ້ມ​ເຫຼວ, ຮັບປະກັນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃນ​ບັ້ນ​ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສຸດ​ທ້າຍ ​ແລະ ສ້າງສັງຄົມທີ່​ອີ່ມ​ໜຳ​ສຳລານ​​ໃຫ້​ສຳ​ເລັດຢ່າງຮອບດ້ານ.