ອາຈານສວນພາສາຈີນຂອງເສັ້ນທາງລົດໄຟລາວ-ຈີນ

2020-05-15 17:23:53 |ມາຈາກ: 《占芭》杂志

ທ້ອງຟ້າຄ່ອຍໆມືດລົງ, ທ້າວກ່າວຈ້ຽນເຟີຍ(Gao jianfei)ທີ່ເປັນພະນັກງານເຮັດວຽກຢູ່ໂຄງການທາງລົດໄຟລາວ-ຈີນ(ຕອນທາງບໍ່ຫານ-ນະຄອນຫຼວງວຽງຈັນ) ໄລຍະສັນຍາທີ 3 ສຳນັກງານສາຂາທີ 3 ທີ່ຮັບເໝົາໂດຍບໍລິສັດກໍ່ສ້າງເສັ້ນທາງລົດໄຟເລກ 8 ສປຈີນ ຈຳກັດ, ໄດ້ສິ້ນສຸດວຽກງານຂອງໜຶ່ງມື້. ພາຍຫຼັງໄດ້ພັກຜ່ອນຊົ່ວຄາວ, ລາວກະກຽມຈະໄປສອນພາສາຈີນແບບບໍ່ຕ້ອງຈ່າຍເງິນທີ່ໂຮງຮຽນທ້ອງຖິ່ນ. "ພວກເດັກນ້ອຍມີຄວາມກະຕືລືລົ້ນໃນການຮຽນພາສາຈີນຫຼາຍ. ເຖິງແມ່ນວ່າໜ້າທີ່ວຽກງານໃນກາງເວັນແມ່ນບໍ່ໜ້ອຍກໍຕາມ, ສ່ວນວຽກງາການສອນພາສາຈີນໃນກາງຄືນ, ສໍາລັບຂ້ອຍແລ້ວ ມັນຍິ່ງເປັນວິທີໃດໜຶ່ງທີ່ສາມາດຜ່ອນຄາຍໄດ້, ຍ້ອນວ່າສາມາດລົມກັບພວກເດັກນ້ອຍດ້ວຍຄວາມດີໃຈ, ຂ້ອຍຊາບຊຶ້ງດ້ວຍຄວາມສົດໃສສຸຈະລິດ ແລະຄວາມປາຖະໜາຕໍ່ຄວາມຮູ້ຂອງເຂົາເຈົ້າຢ່າງເລິກເຊິ່ງ.

ໃນປີ 2018, ທ້າວກ່າວຈ້ຽນເຟີຍ ທີ່ຫາກໍ່ຮຽນຈົບຈາກມະຫາວິທະຍາໄລ ໄດ້ກາຍເປັນຜູ້ແປພາສາຜູ້ໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ (ຕອນທາງບໍ່ຫານ-ນະຄອນຫຼວງວຽງຈັນ) ໄລຍະສັນຍາທີ 3 ສຳນັກງານສາຂາທີ 3. ສະຖານທີ່ຂອງພະແນກໂຄງການທີ່ລາວຢູ່ນັ້ນ ແມ່ນຕັ້ງຢູ່ບ້ານລາດຫານເມືອງງາແຂວງອຸດົມໄຊ ປະເທດລາວ, ຊາວບ້ານທ້ອງຖິ່ນ ແລະພະນັກງານໂຄງການເສັ້ນທາງລົດໄຟ ໄດ້ດໍາລົງຊີວິດຢ່າງກົມກຽວກັນ, ທ້າວກ່າວຈ້ຽນເຟີຍ ເຄີຍໄດ້ຍິນນາຍບ້ານເວົ້າວ່າ, ມີຊາວບ້ານຈຳນວນຫຼາຍຄົນຢາກຮຽນພາສາຈີນນໍາຄົນຈີນຫຼາຍ. ຕັ້ງແຕ່ນັ້ນມາ, ຄວາມຄິດນຶກທີ່ຈະຈັດຕັ້ງ "ຫ້ອງຮຽນພາສາຈີນ" ຫ້ອງໜຶ່ງ ກໍໄດ້ຝັງຢູ່ໃນໃຈຂອງລາວແລ້ວ.

ຄວາມຄິດນຶກຂອງທ້າວກ່າວຈ້ຽນເຟີຍ ໄດ້ຮັບການສະໜັບສະໜູນຈາກໝູ່ເພື່ອນຮ່ວມງານ, ແລ້ວເຂົາເຈົ້າກໍໄປປຶກສາຫາລືກັບນາຍບ້ານ, ນາຍບ້ານສະແດງຄວາມດີໃຈຫຼາຍ, ພ້ອມດຽວກັນນັ້ນ ໂດຍຜ່ານການຊ່ວຍເຫຼືອປະສານງານຈາກອາຈານສອນວິຊາຄະນິດສາດຄົນໜຶ່ງຂອງບ້ານ, ເຂົາເຈົ້າຈຶ່ງສາມາດດຳເນີນວຽກການສອນພາສາຈີນ ຢູ່ໃນໂຮງຮຽນທ້ອງຖິ່ນໄດ້. ນອກຈາກນີ້ແລ້ວ, ນາຍບ້ານຍັງຊ່ວຍໂຄສະນາ ແລະປະຕິບັດວຽກງານ "ການຮັບເອົານັກຮຽນ" ຢູ່ໃນບ້ານໃຫ້ເຂົາເຈົ້າ, ແລະກໍໄດ້ຮັບການຕອບຮັບຢ່າງຫ້າວຫັນ, ພວກຊາວບ້ານພາກັນໃຫ້ລູກຂອງຕົນໄປເຂົ້າຮ່ວມຫ້ອງຮຽນພາສາຈີນຫ້ອງນີ້.

ໂດຍຜ່ານຄວາມພະຍາຍາມຂອງຫຼາຍຝ່າຍ, ຫ້ອງຮຽນພາສາຈີນ ໄດ້ຈັດຂຶ້ນ ແລະ ມີນັກຮຽນ 40 ກວ່າຄົນເຂົ້າຮ່ວມ. ກະດານສອນແຜ່ນໜຶ່ງ ສໍຂາວໜຶ່ງກ້ານໜຶ່ງອາຈານສອນຄົນໜຶ່ງ ນັກຮຽນກຸ່ມໜຶ່ງ, ໄດ້ດໍາລົງຊີວິດຢ່າງມ່ວນຊື່ນ ແລະແລກປ່ຽນກັນ ຢ່າງກະຕືລືລົ້ນ.ໃນລະຫວ່າງການສອນການຮຽນ ເຮັດໃຫ້ໄລຍະຫ່າງລະຫວ່າງພະນັກງານຂອງໂຄງການ ແລະ ຊາວບ້ານທ້ອງຖິ່ນ ຍິ່ງໃກ້ຊິດກວ່າເກົ່າ.

ດ້ວຍແບບນີ້, ທ້າວກ່າວຈ້ຽນເຟີຍ ໄປເຮັດວຽກໃນພະແນກໂຄງການໃນກາງເວັນແລະໄປສອນພາສາຈີນໃຫ້ແກ່ພວກເດັກນ້ອຍໃນກາງຄືນ, ລາວຫຼົງເຂົ້າໃນຄວາມສຸກແຕ່ບໍ່ຮູ້ສຶກອິດເມື່ອຍເລີຍ, ສາຍພົວພັນລະຫວ່າງລາວກັບພວກຊາວບ້ານ ກໍນັບມື້ນັບແໜ້ນແຟ້ນຂຶ້ນ. ທ້າວກ່າວຈ້ຽນເຟີຍ ບອກໃຫ້ນັກຂ່າວຮູ້ວ່າ:"ເຄີຍມີປ້າຜູ້ໜຶ່ງມັກເອົາໝາກກ້ວຍເຂົ້າໜົມທີ່ແຕ່ງເອງໃຫ້ຂ້ອຍຢູ່ສະເໝີ, ລາວຮັກແພງຂ້ອຍຫຼາຍ, ເຮັດໃຫ້ຂ້ອຍໄດ້ສໍາຜັດເຖິງຄວາມອົບອຸ່ນຂອງຄອບຄົວເມື່ອຢູ່ຕ່າງປະເທດ."

"ໂຄງການເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເປັນໂຄງການຕົວແບບໃນການເຊື່ອມຕໍ່ພາກພື້ນເທົ່ານັ້ນ, ຍັງເປັນໂຄງການນໍາຜົນປະໂຫຍດມາຍັງປະຊາຊົນໂຄງການໜຶ່ງ ທີ່ຕິດພັນກັບປະຊາຊົນອັນແໜ້ນແຟ້ນອີກດ້ວຍ. ໂດຍເປັນຊາວໜຸ່ມຂອງເສັ້ນທາງລົດໄຟ, ໃນຂະນະທີ່ທຸ່ມເທຕົນເອງເຂົ້າໃນການກໍ່ສ້າງ'ໜຶ່ງແລວໜຶ່ງເສັ້ນທາງ' , ຂ້ອຍຍັງຫວັງວ່າຈະກາຍເປັນທູດໃນການແລກປ່ຽນວັດທະນະທຳ." ສຳລັບທ້າວກ່າວຈ້ຽນເຟີຍແລ້ວ, ການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນພົວພັນກັບຊີວິດການເປັນຢູ່ ແລະອະນາຄົດຂອງປະຊາຊົນລາວ, ໂດຍເປັນຜູ້ກໍ່ສ້າງຍິ່ງຕ້ອງການເສີມຂະຫຍາຍຈິດໃຈຂອງຄູ່ຮ່ວມຊາຕາກຳລາວ-ຈີນ ກໍຄືເປັນບ້ານໃກ້ເຮືອນຄຽງ ແລະເບິ່ງແຍງຊຶ່ງກັນ ແລະກັນ.