ແຂວງຢຸນນານຍົກເລີກການຈັດ ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ແລະ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຄຸນໝິງປະເທດຈີນຄັ້ງທີ 26 ແລະ ກອງປະຊຸມປຶກສາຫາລືການຮ່ວມມືຈີນ-ອາຊີໃຕ້ຄັ້ງທີ 3ໃນປີນີ້

2020-05-18 17:36:33 |ມາຈາກ: Yunnan Gateway

ໃນວັນທີ 15 ພຶດສະພາ, ແຂວງຢຸນນານໄດ້ປະກາດແຈ້ງການ, ເນື່ອງຈາກວ່າສະຖານະການການລະບາດຂອງພະຍາດໃນທົ່ວໂລກທີ່ຮ້າຍແຮງ ແລະ ສັບສົນ, ເພື່ອໃຫ້ວຽກງານການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດເປັນໄປດ້ວຍດີ, ແຂວງຢຸນນານໄດ້ຍົກເລີກການຈັດ ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ກັບ ງານວາງສະແດງສິນຄ້າຂາເຂົ້າ-ຂາອອກຄຸນໝິງປະເທດຈີນຄັ້ງທີ 26 ແລະ ກອງປະຊຸມປຶກສາຫາລືການຮ່ວມມື ຈີນ- ອາຊີໃຕ້ ຄັ້ງທີ 3ໃນປີນີ້. ເລີ່ມແຕ່ປີໜ້າເປັນຕົ້ນໄປຈະອີງຕາມສະພາບການໃນການ ຈັດ ເປີດງານວາງສະແດງຕາມເວລາທີ່ກຳນົດ.