ຈີນ​ເປີດ​ນຳ​ໃຊ້ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ຫຼາຍກວ່າ 2 ແສນ​ແຫ່ງ

2020-05-18 17:37:22 |ມາຈາກ: CRI

ວັນ​ທີ 17 ພຶດ​ສະ​ພານີ້, ທ່ານ​ເສີນ​ຈ້າວ​ຊົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ວ່າ, ຈີນ​ເລັ່ງ​ລັດ​ຊຸກ​ຍູ້​ການ​ນຳ​ໃຊ້ 5G ທາງ​ການ​ຄ້າ, ປັດ​ຈຸ​ບັນ ໄດ້​ເປີດ​ນຳ​ໃຊ້​ສະ​ຖາ​ນີ​ສົ່ງ​ສັນ​ຍານ 5G ຫຼາຍກວ່າ 2 ແສນ​ແຫ່ງ. ທ່ານ​ເສີນ​ຈ້າວ​ຊົງ​ແມ່ນ​ກ່າວ​ຄວາມນີ້​ໃນ​ກອງ​ປະ​ຊຸມ​ວັນ​ໂທ​ລະ​ຄົມ​ແລະ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ໂລກ​ປີ 2020 ທີ່​ຈັດ​ຂຶ້ນ​​ອອນ​ໄລ​ໃນ​ວັນ​ທີ 17 ພຶດ​ສະ​ພາ. ທ່ານ​ກ່າວ​ວ່າ, ອຸດ​ສາ​ຫະ​ກຳ​ຈີນ​ຫັນ​ເປັນ​​ດີ​ຈີ​ຕອນ​​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທາງ​ອິນ​ເຕີ​ເນັດ​ໄດ້​ເລັ່ງ​ໄວ​ຂຶ້ນ, ເສ​ດ​ຖະ​ກິດ​ດີ​ຈີ​ຕອນ​​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ກາຍ​ເປັນ​ກຳ​ລັງ​ແມ່​ແຮງ​ຕົ້ນ​ຕໍ​ຂອງ​ການ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່. ຕາມ​ທ່ານ​ກ່າວ​ຖົງ​ຊີ້ງ ​ຮອງຜູ້​ອຳ​ນວຍ​ການ​ໃຫຍ່​ China Mobile ແນະ​ນຳ​ວ່າ, ນັບ​ມາ​ຮອດ​ທ້າຍ​ເດືອນ​ເມ​ສາ, ບໍ​ລິ​ສັດChina Mobile ມີສະ​ຖາ​ນີ​ສົ່ງ​ສັນ​ຍານລວມ​ທັງ​ໝົດ 4,62 ລ້ານ​ແຫ່ງ, ໃນ​ນັ້ນ, ສະ​ຖາ​ນີ​ສົ່ງ​ສັນ​ຍານ 4G ຈຳ​ນວນ 3,15 ແຫ່ງ, 5G ເກືອບ 1,4 ແສນ​ແຫ່ງ, ຮອດ​ທ້າຍ​ປີນີ້​ຈະມີຫຼາຍກວ່າ 3 ແສນ​ແຫ່ງ.