ຈີນເລັ່ງລັດສ້າງສະຖານະການໃໝ່ດ້ານການພັດທະນາເຂດພາກຕາເວັນຕົກ ເພື່ອຊຸກຍູ້ການພັດທະນາເຂດພາກຕາເວັນຕົກຢ່າງມີຄຸນນະພາບສູງ

2020-05-18 17:38:25 |ມາຈາກ: CRI

ເມື່ອບໍ່ດົນມານີ້, ສູນກາງພັກກອມມູນິຈີນ ແລະຄະນະລັດຖະບານຈີນໄດ້ປະກາດຄໍາເຫັນຊີ້ນໍາວ່າດ້ວຍການເລັ່ງລັດສ້າງສະຖານະການໃໝ່ດ້ານການພັດທະນາເຂດພາກຕາເວັນຕົກໃນຍຸກໃໝ່ ເຊິ່ງໄດ້ວາງແຜນຢ່າງຊັດເຈນຕໍ່ເປົ້າໝາຍທີ່ໃຫ້ເຂດພາກຕາເວັນຕົກບັນລຸຄວາມອີ່ມໜໍາສໍາລານໃນປີ 2020 ແລະບັນລຸລະດັບການພັດທະນາເທົ່າທຽມກັບເຂດພາກຕາເວັນອອກໂດຍລວມໃນປີ 2035.

ຄໍາເຫັນດັ່ງກ່າວໄດ້ກໍານົດໃຫ້ເພີ່ມທະວີມາດຕະການ, ສົ່ງເສີມການປະສານສົມທົບກັນລະຫວ່າງການພັດທະນາເສດຖະກິດເຂດພາກຕາເວັນຕົກກັບປະຊາກອນ, ຊັບພະຍາກອນ ແລະສິ່ງແວດລ້ອມ, ບັນລຸການພັດທະນາທີ່ມີຄຸນນະພາບ ແລະປະສິດທິພາບສູງກວ່າເກົ່າ ມີຄວາມສະເໝີພາບ ແລະຄວາມຍືນຍົງຫຼາຍກວ່າເກົ່າ, ຮັບປະກັນໃຫ້ຮອດປີ 2020, ສະພາບແວດລ້ອມດ້ານນິເວດ, ການດໍາເນີນທຸລະກິດ, ການເປີດປະຕູສູ່ພາຍນອກ ແລະການປະດິດສ້າງໃໝ່ຂອງເຂດພາກຕາເວັນຕົກ ໄດ້ຮັບການປັບປຸງດີຂຶ້ນຢ່າງເດັ່ນຊັດ, ສ້າງເປັນສັງຄົມອີ່ມໜໍາສໍາລານຢ່າງຮອບດ້ານຮ່ວມກັບທົ່ວປະເທດ.

ຄໍາເຫັນດັ່ງກ່າວຮຽກຮ້ອງໃຫ້ເຂດພາກຕາເວັນຕົກຕ້ອງເຂົ້າຮ່ວມ ແລະເຊື່ອມໂຍງເຂົ້າໃນການກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງຢ່າງຕັ້ງໜ້າ. ສະໜັບສະໜູນເຂດຊິ່ນຈ່ຽງເລັ່ງລັດກໍ່ສ້າງໃຈກາງຂອງເຂດເສດຖະກິດເສັ້ນທາງສາຍໄໝ, ສ້າງເປັນໃຈກາງແຫ່ງຄົມມະນາຄົມ, ການຄ້າ, ການຂົນສົ່ງ, ວັດທະນະທໍາ, ວິທະຍາສາດ, ການສຶກສາ ແລະການບໍລິການດ້ານການປິ່ນປົວ. ສະໜັບສະໜູນເຂດມົງໂກໃນເຂົ້າຮ່ວມການກໍ່ສ້າງແລວທາງເສດຖະກິດຈີນມົງໂກນຢ່າງເລິກເຊິ່ງ. ຍົກລະດັບການເປີດປະຕູສູ່ພາຍນອກ ແລະການຮ່ວມມືລະຫວ່າງແຂວງຢູນນານຈີນກັບພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ພ້ອມກັນນັ້ນ, ຄໍາເຫັນຍັງໄດ້ຊີ້ອອກວ່າ, ຕ້ອງຍຶດໝັ້ນປະຕິບັດແນວຄວາມຄິດກ່ຽວກັບນໍ້າໃສພູຂຽວກໍຄືພູເງິນພູຄໍາ, ຍຶດໝັ້ນໃຫ້ການປົກປັກຮັກສາສິ່ງແວດລ້ອມ ແລະການພັດທະນາເສດຖະກິດໄປພ້ອມກັນ.