ບໍ​ລິ​ສັດ​ຮ​ວາ​ເຫວີຍຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ຂໍ້​ກຳ​ນົດ​ໃໝ່​ຂອງ​ອາ​ເມ​ຣິ​ກາ​ໃນດ້ານ​ການ​ຈຳ​ກັດ​ການ​ສົ່ງ​ອອກ​

2020-05-19 17:16:21 |ມາຈາກ: CRI

ຕາມ​ຂ່າວCRI: ​ແນ​ໃສ່​​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ດັດ​ແກ້​ຂໍ້​ກຳ​ນົດ​ດ້ານ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໂດຍ​ກົງ, ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ນັກ​ວິ​ເຄາ​ະ​ທົ່ວ​ໂລກ​ຄັ້ງທີ 17 ທີ່​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ທ່ານ​ໂກຜີງ, ປະ​ທານໝູນວ​ຽນ​ຂອງ​ບໍ​ລິ​ສັດ​ຮ​ວາ​ເຫວີຍ​ໄດ້​ກ່າວ​ຖະ​ແຫຼງ​ຂອງ​ບໍ​ລິ​ສັດຕໍ່​​ສື່ມວນ​ຊົນ.

ຖະ​ແຫຼງ​ການລະ​ບຸວ່າ, ບໍ​ລິ​ສັດ​ຮ​ວາ​ເຫວີຍ​ຄັດ​ຄ້າ​ນ​ຢ່າງ​ຮຸນ​ແຮງ​ຕໍ່​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​​ດັດ​ແກ້ຂໍ້​ກຳ​ນົດ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ໂດຍ​ກົງ​ທີ່ແນ​ໃສ່​ບໍ​ລິ​ສັດ​ຮ​ວາ​ເຫວີຍພຽງ​ບໍ​ລິ​ສັດ​ດຽວ. ນັບ​ແຕ່​ວັນ​ທີ 16 ພຶດ​ສະ​ພາ​ຂອງ​ປີ 2019 ແລ້ວ​ນີ້​ບໍ​ລິ​ສັດ​ຮ​ວາ​ເຫວີຍຖືກ​ອາ​ເມ​ຣິ​ກາ​ຈັດ​ເຂົ້າ​ໃນ​ອົງ​ການຕົວ​ຈິງ​ໂດຍ​ບໍ່​ມີ​​ເຫດຜົນ, ບໍ​ລິ​ສັດ​ຮ​ວາ​ເຫວີຍ​ໄດ້ສຸມ​ໃສ່ການ​ເຄົາ​ລົບຕາມ​ກົດ​ໝາຍ​ແລະ​ກົດ​ລະ​ບຽບທີ່​ກ່ຽວ​ຂ້ອງ, ປະ​ຕິ​ບັດ​ຕາມ​ສັນ​ຍາ​ແລະ​ພາ​ລະ​ໜ້າ​ທີ່​ໃນ​ຂໍ້​ຜູກ​ພັນ​ລະ​ຫວ່າງ​ຕົນ​ກັບ​ລູກ​ຄ້າ​ແລະ​ຝ່າຍການ​ສະ​ໜອງ, ໄດ້ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ລຳ​ບາກ​​ແລະ​ພະ​ຍາ​ຍາມ​ພັດ​ທະ​ນາ​ໄປ​ໜ້າ.

ການ​ດັດ​ແກ້ຂໍ້​ກຳ​ນົດ​ຄັ້ງ​ນີ້​ຈະ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ທົ່ວ​ໂລກ. ອາ​ເມ​ລິ​ກາ​ໂຈມ​ຕີ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ອື່ນ​ດ້ວຍ​ທ່າ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອງ​ຕົນ, ຈະ​ປັ່ນ​ທອນຄວາມ​ໝັ້ນ​ໃຈ​ໃນ​ການ​ນຳ​ໃຊ້​​ເຕັກ​ໂລ​ໂລ​ຊີ​ອາ​ເມ​ລິ​ກາຂອງວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ, ສຸດ​ທ້າຍຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂ​ອງຕົນ​ນັ້ນ​ເອງ.