ຕາມຂ່າວCRI: ວັນທີ 18 ພຶດສະພານີ້, ທ່ານວາງປິງນານ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວໃນກອງປະຊຸມຖະແຫຼງຂ່າວຂອງຄະນະລັດຖະບານຈີນວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຄັ້ງທີ 3 ຈະຈັດຂຶ້ນຢູ່ຊຽງໄຮຈີນແຕ່ວັນທີ 5-10 ພະຈິກປີ 2020, ປັດຈຸບັນ ເນື້ອທີ່ການວາງສະແດງທີ່ໄດ້ເຊັນສັນຍາແລ້ວ ໄດ້ຫຼາຍກວ່າໄລຍະດຽວກັນຂອງປີກາຍນີ້.
ຕາມທ່ານວາງປິງນານແນະນຳວ່າ, ໂຄງຮ່າງກວມລວມຂອງງານວາງສະແດງສິນຄ້ານຳເຂົ້າສາກົນຄັ້ງທີ 3 ຈະຄ້າຍຄືກັນກັບສອງຄັ້ງກ່ອນ, ປະກອບດ້ວຍສາມພາກສ່ວນໃຫຍ່ເຊັ່ນ ການວາງສະແດງສັງລວມແຫ່ງຊາດ, ການວາງສະແດງສິນຄ້າຂອງວິສາຫະກິດ, ແລະເວທີປຶກສາຫາລືເສດຖະກິດສາກົນຫົງສຽວ.