ທ່ານສີຈິ້ນຜິງ:ສາມັກຄີ ​ແລະ ຮ່ວມ​ມືກັນເພື່ອ​ເອົາ​ຊະນະພະຍາດ ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ

2020-05-19 17:19:21 |ມາຈາກ: CRI

ສາມັກຄີ ​ແລະ ຮ່ວມ​ມືກັນເພື່ອ​ເອົາ​ຊະນະພະຍາດຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ

-​ຄຳ​ເຫັນຂອງ​​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ສາທາລະນະ​ລັດປະຊາຊົນ​ຈີນໃນ​ພິທີ​ເປີດ​ກອງ​ປະຊຸມອະ​ນາ​ໄມໂລກ​ຄັ້ງ​ທີ 73 ທາງວິ​ດີ​ໂອ.

 

ຮຽນ​ທ່ານ​ປະທານ​ກອງ​ປະຊຸມ

ຮຽນທ່ານ​ຜູ້ອຳນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ

ຜູ້​​ແທນ​ທັງຫຼາຍ:

ກ່ອນ​ອື່ນ, ຂ້າພະ​ເຈົ້າ​ເຫັນ​ວ່າ: ​ກອງ​ປ​ະຊຸມ​ອະ​ນາ​ໄມໂລກ​ຄັ້ງ​ນີ້ຈັດຂື້ນໃນ​​ຈຸດ​ເວ​ລາ​ສຳຄັນ​ທີ່​ມວນ​ມະນຸດ​ພວມຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ຈຶ່ງມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ.

 

ມວນ​ມະນຸດ​ພວມ​ຜະ​ເຊີນ​ໜ້າ​ກັບ​ເຫດການສຸກ​ເສີນດ້ານ​ສາທາລະນະ​ສຸກ​​ຂອງໂລກ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບຕັ້ງ​ແຕ່​ສົງຄາມ​​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ. ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ປະຈຸ​ບັນ​ໄດ້​ກະທົບ​ເຖິງ 210 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ, ສົ່ງ​ຜົນ​ກະທົບ​ເຖິງປະຊາຊົນ 7 ຕື້​ກວ່າ​ຄົນ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 3 ​ແສນ​ກວ່າ​ຄົນ. ນະ​ທີ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ໄວ້ອາ​ໄລ​ເຖິງຜູ້​ປະສົບ​ເຄາະ​ຮ້າຍ! ​ແລະຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ມາ​ຍັງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ!

ປະຫວັດສາດ​ແຫ່ງ​ອະລິຍະ​ທຳຂອງ​ມະນຸດ​ກໍ​ແມ່ນ​ປະຫວັດສາດ​ທີ່​ຕໍ່ສູ້​ກັບ​ພະຍາດ ​ແລະ ​ໄພ​​ພິ​ບັດ. ​ເຊື້ອ​ພະຍາດ​ບໍ່​ມີ​ພົມ​ແດນ, ພະຍາດ​ບໍ່​ໄດ້​ຈຳ​ແນ​ກ​ເຊື້ອ​ຊາດ. ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ​ໂຄ​ວິດ-19 ​ທີ່​​ແຜ່​ລະບາດ​ຢ່າງ​ຮຸນ​ແຮງ, ປະຊາ​ຄົມ​ໂລກ​ບໍ່​ໄດ້​ທໍ້ຖອຍ, ປະຊາຊົນ​ບັນດາ​ປະ​ເທດ​ໄ​ດ້ຕໍ່ສູ້​​ຢ່າງ​ກ້າຫານ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຊິ່ງສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັກ​ຄວາມມີເມດ​ຕາຂອງມວນ​ມະນຸດ ​ທີ່​​​ໄດ້​ເຕົ້າ​ໂຮມ​ກຳລັງ​ແຮງ​ທີ່​ເຂັ້ມ​ແຂງ​​ໃຫຍ່ຫຼວງໃນ​ການ​ຕ້ານ​ກັບ​ພະຍາດ.

ໂດຍ​ຜ່ານ​ຄວາມ​ພະຍາ​ຍາມ​ຢ່າງ​ລຳບາກ ​ແລະ​ເສຍ​ຄ່າຕອບ​ແທນຢ່າງ​ມະຫາສານ, ຈີນ​ໄດ້​ປ່ຽນ​ແປງ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢ່າງ​​ແຂງ​ແຮງ, ​ແລະ​ໄດ້​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະ ສຸຂະພາບ​ຮ່າງກາຍຂອງ​ປະຊາຊົນ. ຈີນ​ໄດ້​ມີທ່າ​ທີ​ທີ່​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ຮັບຜິດຊອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​​ເໝີ​ປາຍ, ໄດ້​ແຈ້ງ​ຂໍ້​ມູນ​ກ່ຽວກັບພະຍາດ​ໃຫ້ອົງການ​ອະນາ​​ໄມ​ໂລກ ​ແລະ ປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າງ​ທັນ​ເວ​ລາ, ​ໄດ້​ປະກາດ​ລຳດັບ​ແຊນ​ເຊື້ອ​ພະຍາດ ​ແລະ ຂໍ້​ມູນ​ອື່ນໆ​​ຢ່າງວ່ອງ​ໄວ​ທັນ​ເວ​ລາ​ທີ່​ສຸດ, ໄດ້​ແບ່ງປັນ​ບົດຮຽນ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ, ຊ່ວຍ​ເຫຼືອ ​ແລະ ປິ່ນປົວ​ຄົນ​ເຈັບໃຫ້​ກັບ​ບັນດາ​ຝ່າຍ​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ​ແລະ ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຢ່າງຫຼວງຫຼາຍໃຫ້​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງການ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

ທ່ານ​ປະທານ!

ປະຈຸ​ບັນ, ພະຍາດ​ຍັງ​ພວມ​ແຜ່​ລະບາດ​ຢູ່, ຍັງ​ຕ້ອງ​ສຸມ​ທຸກ​ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ. ຂ້າພະ​ເຈົ້າ​ມີຂໍ້​ສະ​ເໜີ​ດັ່ງ​ນີ້:

ໜຶ່ງ, ຄວນພະຍາຍາມຢ່າງ​ສຸດ​ຂີດ​ໃນ​ການ​ດຳ​ເນີນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ. ນີ້​ແມ່ນ​ວຽກ​ງານອັນ​ຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ. ພວກ​ເຮົາ​ຕ້ອງ​ຍຶດໝັ້ນການ​ຖືເອົາ​ປະ​ຊາ​ຊົນ​ເປັນ​ຫຼັກ ​ແລະ​ຖື​ເອົາຊີວິດ​ເປັນ​ສິ່ງ​ສຳຄັນ​ກວ່າ​ໝູ່, ຈັດ​ສັນ​ພະນັກງານ​ແພດ​ໝໍ ​ແລະ ອຸປະກອນ​ທີ່​ສຳຄັນ​ຕາມ​ຫຼັກ​ວິທະຍາສາດ, ​ໃຊ້​ມາດ​ຕະການ​ທີ່​ເຂັ້ມ​ແຂງ​ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ສຳຄັນ ​ເຊັ່ນ: ປ້ອງ​ກັນ, ກັກ​ບໍລິ​ເວນ, ກວ​ດ​ຫາ​ເຊື້ອ​ພະ​ຍາດ, ປິ່ນປົວ ​ແລະ ຕິດຕາມ​ເປັນ​ຕົ້ນ, ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃນຂອບເຂດ​ທົ່ວ​ໂລກ​ໂດຍ​ໄວ, ພະຍາ​ຍາມ​ຢ່າງສຸດ​ຂີດເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ຂ້າມ​ປະ​ເທດ. ຕ້ອງ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ແລ​ກປ່ຽນ​ບົດຮຽນ ​ແລະ ວິທີ​ການ​ທີ່​ມີ​ປະສິດທິ​ຜົນ, ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ໃນ​ດ້ານ​ວິທີການກວດ​ຫາ​ເຊື້ອ​ພະ​ຍາດ, ການ​ປິ່ນປົວຄົນ​ເຈັບ ​ແລະການ​ຄົ້ນຄວ້າ​ຢາ​ວັກ​ແຊງ, ທັງ​ສືບ​ຕໍ່​ສະໜັບສະໜູນ​ນັກວິທະຍາສາດ​ຂອງປະ​ເທດ​ຕ່າງໆໃຫ້​ດຳ​ເນີນ​ການ​ຄົ້ນຄວ້າ​ວິທະຍາສາດ​ທົ່ວ​ໂລກ​ກ່ຽວ​ກັບ​ແຫຼ່ງກຳ​ເນີ​ດຂອງ​​ເຊື້ອ​ພະຍາດ ​ແລະ​ຊ່ອງ​ທາງການ​ແຜ່​ລະບາດ.

ສອງ, ​ເສີມ​ຂະຫຍາ​ຍບົດບາດ​ນຳພາ​ຂອງ​ອົງການ​ອະນາ​ໄມ​ໂລກ. ພາຍ​ໃຕ້​​ການ​ນຳ​ພາ​ຂອງທ່ານ​​ເທ​ໂດຼສ ຜູ້ອຳນວຍການ​ໃຫຍ່​ ອົງການ​ອະນາ​ໄມ​ໂລກ​ທີ່ໄດ້​ປະກອບສ່ວນ​​ອັນສຳຄັນ​​ໃນ​ການ​ນຳພາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ກັບ​ພະຍາດ, ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້. ປະຈຸ​ບັນ, ການ​ຕ້ານ​ກັບ​ພະຍາດ​ຂອງ​ໂລກພວມ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ, ການ​ສະໜັບສະໜູນ​ອົງການ​ອະນາ​ໄມ​ໂລກ​ກໍ​ແມ່ນ​ການ​ສະໜັບສະໜູນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ກັບ​ພະຍາດ ​ແລະ ສະໜັບະສະ​ໜູນການ​ກອບ​ກູ້​ຊີວິດ. ຈີນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່​ມທະວີ​ການ​ສະໜັບສະໜູນ​ດ້ານ​ການ​ເມືອງ ​ແລະ ໃຫ້​ເງິນ​ອຸດໜູນ​ແກ່ອົງການ​ອະນາ​ໄມ​ໂລກ, ຈັດ​ສັນ​ຊັບພະຍາກອນ​ທົ່ວ​ໂລກເພື່ອ ​ເອົາ​ຊະນະໃນ​ບັ້ນ​ຕ້ານ​ກັບ​ພະຍາດ.

ສາມ, ​ເພີ່ມ​ທະວີ​ການສະໜັບສະ​ໜູນ​ປະ​ເທດ​ອາ​ຟຣິກກາ. ປະ​ເທດ​ພວມ​ພັດທະນາ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟຣິກາທີ່​ມີ​ລະບົບ​ສາທາລະ​ນະ​ສຸກ​ທີ່​ຍັງບໍ່ທັນເຂັ້ມແຂງ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ເພື່ອສ້າງ​ແນວ​ປ້ອງ​ກັນ​ທີ່​ເຂັ້ມແຂງເຊິ່ງແມ່ນ​ສິ່ງ​ສຳຄັນ​ທີ່ສຸດໃນ​ການ​ຕ້ານ​ກັບ​ພະຍາດ​ຂອງ​ໂລກ. ພວກ​ເຮົາ​ຄວນ​ຊ່ວຍ​ເຫຼືອ​ອຸປະກອນ ​ເຕັກນິກ ​ແລະ ​​ກຳ​ລັງຄົນ​ຫຼາຍ​ກວ່າ​​ເກົ່າ​ໃຫ້​ແກ່​ປະ​ເທດ​ອາ​ຟຣິກາ. ຈີນ​ໄດ້​ຊ່ວຍ​ເຫຼືອ​ອຸປະກອນ​ການ​ແພດ​ຢ່າງ​ຫຼວງ​ຫຼາຍ​ ແລະ ​ໄດ້ສົ່ງ​ໜ່ວຍຜູ້​ຊ່ຽວຊານ​ແພດ​ໝໍ​ສະ​ເພາະກິດ 5 ໜ່ວຍໃຫ້​ແກ່ 50 ກວ່າ​ປະ​ເທດ​ອາ​ຟຣິກາ ​ແລະ ສະຫະພາບ​ອາ​ຟິຣກາ. ​ໃນ 70 ປີຜ່ານມາ, ໜ່ວຍ​ແພດ​​ທີ່​ຈີນ​ສົ່ງ​ໄປ​ອາ​ຟຣິກາ​ໄດ້​ໃຫ້ການ​ບໍລິການ​ດ້ານການ​ແພດ​ແກ່​ປະຊາຊົນ​ອາ​ຟຣິກາ 200 ລ້ານ​ກວ່າ​ເທື່ອ​ຄົນ. ປະຈຸ​ບັນ, ໜ່ວຍ​ແພດຈີນ 46 ໜ່ວຍ​ທີ່ປະຈຳ​ຢູ່​ອາ​ຟຣິກາ​ພວມເຂົ້າ​ຮ່ວມການ​ຕ້ານ​ກັບ​ພະຍາດຢູ່​ອາ​ຟຣິກາ.

ສີ່, ​ເພີ່​ມທະວີ​ການ​ບໍ​ລິ​ຫານ​ດ້ານສາທາລະນະ​ສຸກ​ຂອງ​ໂລກ. ມະນຸດຍ່ອມຈະສາມາດ​ເອົາ​ຊະນະ​ພະຍາດ​ໃນ​ທີ່​ສຸດ, ​ແຕ່​ເຫດການ​​ສຸກ​ເສີນ​ດ້ານສາທາລະນະ​ສຸກ​​ທີ່​ໜັກ​ໜ່ວງສຳລັບມວນມະນຸດຈະ​ບໍ່​ເກີດຂື້ນເປັນຄັ້ງ​ສຸດ​ທ້າຍ. ໂດຍແນ​ໃສ່​ແກ້ໄຂ​ຈຸດ​ອ່ອນ ​ແລະ ຂໍ້​ບົກ​ຜ່ອງ​ທີ່​ເກີດຂື້ນ​ໃນ​ເຫດ​ການແຜ່​ລະ​ບາດ​ຂອງພະຍາດ​ຄັ້ງ​ນີ້, ຄວນປັບປຸງ​ລະບົບ​ຄຸ້ມ​ຄອງຄວາມ​ປອດ​ໄພ​ດ້ານ​ສາທາລະນະ​ສຸກ​ໃຫ້​ສົມ​ບູນ​ຂຶ້ນ, ຍົກ​ສູງ​ຄວາມ​ວ່ອງໄວ​ໃນ​ການ​ຮັບ​ມື​ກັບ​ເຫດການ​​ສຸກ​ເສີນດ້ານສາທາລະນະ​ສຸກ, ສ້າງ​ສູນ​ສະ​ສົມ​ອຸປະກອນ​ປ້ອງ​ກັນ​ພະຍາດ​ຂອງ​ທົ່ວ​ໂລກ​ກໍ​ຄື​ຂອງ​ພາກ​ພື້ນ. ຈີນ​ສະໜັບສະໜູນ​ໃຫ້ມີການ​ປະ​ເມີນ​ກ່ຽວກັບວຽກ​ງານ​ຕ້ານ​ພະຍາດ​ຂອງ​ທົ່ວ​ໂລກ​ຢ່າງຮອບດ້ານ​ພາຍຫຼັງ​ການ​ຄວບ​ຄຸມພະ​ຍາດ​ໃນ​ທົ່ວ​ໂລກ​ໄດ້​ສີ້ນສຸດລົງ, ສະຫຼຸບ​ບົດຮຽນ ​ແລະ ​ແກ້​ໄຂ​ຈຸດ​ອ່ອນ. ວຽກ​ງານ​ນີ້​ຄວນມີ​ທ່າ​ທີ​ໃນການປະຕິບັດ​ຕາມ​ຫຼັກ​ວິທະຍາສາດ ​ແລະ​ວິ​ຊາ​ການ, ເຊິ່ງຕ້ອງການ​ໃຫ້​ອົງການ​ອະນາ​ໄມ​ໂລກ​ເປັນ​ຜູ້ນຳ​ພາ, ຍຶດໝັ້ນ​ໃນຫຼັກການ​ພາວະ​ວິ​ໄສ ​ແລະ ​ທ່ຽງ​ທຳ.

ຫ້າ, ຟື້ນ​ຟູ​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ຄວນ​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ທາງວິ​ຊາ​ການຂອງ​ອົງການ​ອະນາ​ໄມ​ໂລກ ເພື່ອຟື້ນ​ຟູ​ການ​ເຮັດ​ວຽກ ການ​ຜະລິດ ​ແລະ​ການ​ຮຽນ​ການ​ສອນຢ່າງ​ເປັນ​ລະບຽບ​ພາຍ​ໃຕ້​ປະຖົມ​ປັດ​ໄຈ​ທີ່​ຄວນປະຕິບັດ​ການ​ປ້ອງ​ກັນ ​ແລະ ຄວບຄຸ​ມພະຍາດ​ຢ່າງ​ເປັນ​ປະຈຳ. ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໃນ​ລະດັບສາກົນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ ​ແລະ ຄວາມ​ສະດວກ​ສະບາຍ​ຂອງ​ຕ່ອງ​ໂສ້​ອຸດສາຫະກຳ ​ແລະ ຕ່ອງ​ໂສ້​ການ​ສະໜອງ​ໃນ​ທົ່ວ​ໂລກ, ສຸມ​ທຸກ​ຄວາມ​ພະຍາຍາມ​​ເພື່ອຟື້ນ​ຟູ​ເສດຖະກິດ​ໂລກ.

ຫົກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ. ມວນ​ມະນຸດ​ແມ່ນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ, ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື​ແມ່ນ​ອາວຸດ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະນະ​ພະຍາດ. ນີ້​ແມ່ນ​ບົດຮຽນ​ທີ່​ສຳຄັນ​ຂອງ​ປະຊາ​ຄົມ​ໂລກ​ທີ່​ໄດ້​ຮັບຈາກການ​ຕ້ານ​ກັບ​ພະຍາດ​ຮ້າຍ​ແຮງ​ຕ່າງໆ ​ເຊັ່ນ: ພະ​ຍາດ​ເອດ, ອີ​ໂບລາ, ​ໄຂ້ຫວັດ​ສັດ​ປີກ, ​ໄຂ້ຫວັດ​ໃຫຍ່​ສາຍ​ພັນA H1N1 ​ແລະ​ອື່ນໆ, ທັງ​ແມ່ນ​ເສັ້ນທາງ​ທີ່​ຖືກຕ້ອງ​ສຳລັບ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອຮ່ວມ​ມື​ກັນ​ຕ້ານ​ກັບ​ພະຍາດ.

ທ່ານ​ປະທານ!

ຈີນ​ປະຕິບັດ​ຕາມ​ທັດສະນະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ພຽງ​ແຕ່ຮັບຜິດຊອບຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະ ສຸຂະພາບ​ຮ່າງກາຍ​ຂອງ​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຍັງໄດ້​ປະຕິບັດງານຕາມ​ຄວາມ​ຮັບຜິດ​ຊອບ​ທີ່ມີຕໍ່​ພາລະກິດ​ສາທາລະນະ​ສຸກ​ຂອງ​ໂລກ. ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ຂອງ​ທົ່ວ​ໂລກ, ຂ້າພະ​ເຈົ້າ​ຂໍ​ປະກາດ​ວ່າ:

ຈີນ​ຈະ​ໃຫ້​ການຊ່ວຍ​ເຫຼືອ​ສາ​ກົນເປັນ​ຈຳ​ນວນເງິນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນໄລຍະ​ເວ​ລາ 2 ປີເພື່ອ​ໃຊ້​ໃນ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເພື່ອ​ຕ້ານ​ກັບ​ພະ​ຍາດ ແລະ ການ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຈີນຈະຮ່ວມມືກັບອົງການສະຫະປະຊາຊາດໂດຍຈະສ້າງຕັ້ງສາງຮັບມືສຸກເສີນແລະສູນຮັບມືສຸກເສີນເພື່ອມະນຸດສະທຳຂອງໂລກຢູ່ຈີນ,ຈີນຈະສຸມທຸກຄວາມພະຍາຍາມເພື່ອຮັບປະກັນຕ່ອງໂສ້ການສະໜອງອຸປະກອນຕ້ານພະຍາດ ທັງຈະໃຫ້ໄຟຂຽວສະເພາະໃນການຂົນສົ່ງແລະຜ່ານດ່ານທີ່ກ່ຽວຂ້ອງ.

ຈີນຈະສ້າງກົນໄກ​ຈັບ​ຄູ່ຮ່ວມມື​ກັນ​ຂອງ​ໂຮງ​ໝໍ 30 ແຫ່ງລະຫວ່າງ​ສອງ​ຝ່າຍຈີນແລະອາຟຣິກາ, ເລັ່ງລັດສ້າງສຳນັກງານໃຫຍ່ສູນ​ຄວບ​ຄຸມພະຍາດອາຟຣິກາ, ທັງຊ່ວຍເຫຼືອອາຟຣິກາຍົກສູງຄວາມສາມາດປ້ອງກັນແລະ​ຄວບ​ຄຸມພະຍາດ.

ພາຍຫຼັງ​ຈີນໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ວັກ​ແຊງສຳ​ເລັດ​ແລະ​ ໄດ້ນຳໃຊ້​ໃນ​ການ​ກັນ​ພະ​ຍາດCOVID-19​ໃນ​ຕົວ​ຈິງ​ແລ້ວ, ຢາວັກ​ແຊງ​ດັ່ງ​ກ່າວ​ຈະ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກເຊິ່ງຖື​ວ່າເປັນ​ການ​ປະ​ກອບ​ສ່ວນ​​ຂອງ​ຈີນໃນ​ການ​ບັນ​ລຸເປົ້າໝາຍເຮັດ​ໃຫ້​ຢາ​ວັກ​ແຊງ​ມີ​ລາ​ຄາ​ທີ່​ສາ​ມາດ​ແບກ​ຫາບ​ໄດ້​ແລະ​ສາ​ມາດ​ເຂົ້າ​ເຖິງ​​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

ຈີນຈະຮ່ວມກັບກຸ່ມG20 ເພື່ອຈັດຕັ້ງປະຕິບັດ“ຂໍ້ລິເລີ່ມກ່ຽວກັບການໂຈະ​ການຊຳລະໜີ້ສິນຂອງປະເທດທຸກຍາກທີ່ສຸດ​ເປັນ​ການ​ຊົ່ວ​ຄາວ” ແລະຍິນດີຮ່ວມກັບປະຊາຄົມໂລກເພີ່ມທະວີການສະໜັບສະໜູນຕໍ່ປະເທດທີ່ ພະຍາດCOVID-19ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ແລະ ໄດ້ຮັບຄວາມກົດດັນຫຼາຍ​ທີ່​ສຸດ, ເພື່ອ​ຊ່ວຍເຫຼືອປະເທດເຫຼົ່ານີ້ໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກ​ໃນ​ປັດ​ຈຸ​ບັນໂດຍໄວ.

ຂ້າພະ​ເຈົ້າ​ຂໍ​ຮຽກຮ້ອງ​ວ່າ: ພວກ​ເຮົາ​ຈົ່ງ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ປົກ​ປ້ອງ​ຊີວິດ ​ແລະ ສຸຂະພາບ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ, ​ຮ່ວມກັນ​ປ້ອງ​ກັນ​ໜ່ວຍ​ໂລກ​ທີ່​ເປັນ​ບ້ານ​ເມືອງ​ຮ່ວມ​ຂອງ​ມວນ​ມະນຸດ, ​ຮ່ວມກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ!

ຂໍ​ຂອບ​ໃຈ.