ແຂວງຢຸນນານມີ ເມືອງທຸກຍາກອີກ 31 ເມືອງທີ່ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ

2020-05-20 11:09:35 |ມາຈາກ: Yunnan Gateway

ວັນທີ 17 ພຶດສະພາ, ອີງຕາມມາດຕະຖານການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຈີນແມ່ນລາຍໄດ້ສຸດທິສະເລ່ຍຕໍ່ຫົວຄົນ 4000ຢວນ(5050505ກີບ), ລາຍໄດ້ທີ່ສາມາດໃຊ້ໄດ້ສະເລ່ຍຕໍ່ຫົວຄົນ 10000 ຢວນ(12626262ກີບ).ອຳນາດການປົກຄອງແຂວງຢຸນນານໄດ້ອະນຸມັດຢ່າງເປັນທາງການ ໃນການຖອນ 31 ເມືອງອອກຈາກການເປັນ ເມືອງທຸກຍາກ.

ຮອດປັດຈຸບັນນີ້,ແຂວງຢຸນນານມີ ເມືອງທຸກຍາກທັງຫມົດ 88 ເມືອງ, ມີ 79 ເມືອງທຸກຍາກທີ່ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ.ນອກຈາກນັ້ນ,ປະຊາກອນຜູ້ທຸກຍາກໃນຊົນນະບົດຂອງແຂວງຢຸນນານ 6,138 ລ້ານຄົນ ໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ບ້ານທຸກຍາກ 8502 ບ້ານມີ 8073 ບ້ານໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ.