ແມ່ເຖົ້ານັ່ງກ້ຽວເຂົ້າສູ່ເຮືອນໃຫມ່

2020-05-20 11:12:13 |ມາຈາກ: Yunnan Gateway

ເມືອງຊີຕ້ຽນເປົາຊານ ແຂວງຢຸນນານ ຕັ້ງຢູ່ເຂດພາກຕາເວັນຕົກຂອງແຂວງຢຸນນານ, ຢູ່ທີ່ນີ້ຖືກອ້ອມຮອບດ້ວຍພູຜາປ່າດົງ ແລະ ການ ຄົມມະນາຄົມຂົນສົ່ງ ບໍ່ສະດວກສະບາຍ.ປະຊາຊົນຊົນເຜົ່າປູ້ລາງທີ່ດຳລົງຊີວິດຢູ່ນີ້ສ່ວນຫຼາຍແມ່ນຄົນທຸກຍາກ,ປີ 2015,ອີງຕາມນະໂຍບາຍຂອງແຂວງຢຸນນານ,ບໍລິສັດອຸດສາຫະກຳຢາສູບຈີນຢຸນນານ ຈຳກັດ(China Tobacco Yunnan Industrial Co., Ltd.) ໄດ້ມາຮອດເມືອງຊີຕ້ຽນຊ່ວຍເຫລືອຄົນທຸກຍາກຢູ່ນີ້ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.ບໍລິສັດອຸດສາຫະກຳຢາສູບຈີນຢຸນນານຈຳກັດໄດ້ລົງທຶນໃສ່ກຳລັງແຮງງານ, ຊັບພະຍາກອນວັດຖຸ, ແຫຼ່ງການເງິນ, ເພື່ອຊ່ວຍໃຫ້ທ້ອງຖິ່ນສາມາດຊອກຫາ ສະຖານທີ່ອັນເໝາະສົມໃນການຈັດຕັ້ງປະຕິບັດການຍົກຍ້າຍເຮືອນ,ປັບປຸງພື້ນຖານໂຄງລ່າງ ແລະ ພັດທະນາຂະແໜງການທີ່ມີລັກສະນະ, 5ປີ ຜ່ານໄປ, ຊົນເຜ່ົ່າປູ້ລາງຂອງເມືອງຊີຕ້ຽນທັງໝົດໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ,ປະຊາຊົນ ທັງໝົດຈຳນວນ 5,769 ຄົນໄດ້ ຫຼຸດພົ້ນອອກຈາກຄວາມທຸກຍາກ, ແລະ ແມ່ເຖົ້າ ລີ້ມາຍຊ້ຽວ ຊົນເຜົ່າປູ້ລາງ, ທີ່ມີອາຍຸ 85 ປີ,ລາວກໍແມ່ນຄົນໜຶ່ງໃນນັ້ນ.

ປີ 2016, ບໍລິສັດອຸດສາຫະກຳຢາສູບຈີນຢຸນນານ ຈຳກັດ ໄດ້ລົງທຶນດ້ານການເງິນຊ່ວຍເຮືອນ ແມ່ເຖົ້າ ລີ້ມາຍຊ້ຽວ ພັດທະນາຂະແຫນງການລ້ຽງສັດ. ປີ2019,ເຮືອນໃຫມ່ຂອງແມ່ເຖົ້າ ລີ້ມາຍຊ້ຽວ ໄດ້ສ້າງສຳເລັດ. ວັນທີ 21 ກໍລະກົດ ປີ 2019, ແມ່ເຖົ້າ ລີ້ມາຍຊ້ຽວ ໄດ້ຍ້າຍເຂົ້າເຮືອນໃໝ່ຂອງນາງ.

ໃນມື້ຍ້າຍເຂົ້າເຮືອນໃໝ່ ນັ້ນ, ເນື່ອງຈາກວ່າ ແມ່ເຖົ້າ ລີ້ມາຍຊ້ຽວ ສຸຂະພາບບໍ່ດີ, ບໍ່ສາມາດຍ່າງໄດ້,ແລະ ແມ່ເຖົ້າ ລີ້ມາຍຊ້ຽວ ບໍ່ໄດ້ອອກຈາກເຮືອນເປັນເວລາຫລາຍປີແລ້ວ, ນັ່ງລົດກໍ່ຮູ້ສຶກເມົາ ຊາວໜຸ່ມທັງ 16 ຄົນໃນບ້ານໄດ້ໃຊ້ກ້ຽວຍົກ ຜູ້ເຖົ້າຫາມເຂົ້າເຮືອນໃໝ່ຂອງນາງ. ໃນເສັ້ນທາງຂອງການຍ້າຍເຮືອນ,ແມ່ເຖົ້າຮ້ອງເພງ ແລະ ເວົ້າວ່າ: “ໂທໂກວ,ໂທໂກວ (ໃນພາສາຊົນເຜົ່າປູ້ລາງ, ມີຄວາມໝາຍວ່າ ມີຄວາມສຸກ)”.

ການຍ້າຍໄປຢູ່ເຮືອນໃໝ່ສຳລັບແມ່ເຖົ້າ ແລະ ຊາວບ້ານ 36 ຄອບຄົວເປັນຈຸດຫົວລ້ຽວຫົວຕໍ່ທີ່ມີຄວາມໝາຍປະຫວັດສາດ. ມັນເປັນການສິ້ນສຸດຂອງຊີວິດເກົ່າ,ທັງແມ່ນການເລີ່ມຕົ້ນຂອງຊີວິດໃຫມ່.

ໃນປັດຈຸບັນນີ້, ຄອບຄົວໜຶ່ງມີ 5 ຄົນອາໃສຢູ່ໃນຕຶກສອງຊັ້ນ,ອອກຈາກເຮືອນແມ່ນມີຖະໜົນຊີມັງ,ໃນເຮືອນຍັງມີສວນທີ່ມີເນື້ອທີ່ດິນ 4 ມູ(0,26ເຮັກຕາ), ມາບວກກັບ ງົວ 3 ໂຕ, ໝູ 5 ໂຕ, ແລະ ແກະ 8 ໂຕ, ປີຫນຶ່ງມີລາຍໄດ້ກວ່າ 30,000 ຢວນ(37878788 ກີບ). ຫລານສາວກົກເຮັດວຽກຢູ່ເມືອງເປົາຊານ, ຫລານສາວນ້ອຍ ຮຽນຢູ່ໂຮງຮຽນປະຖົມເມືອງຊີຕ້ຽນ, ອານະຄົດແມ່ນມີຄວາມຫວັງແລ້ວ.