ສະຖານີໃຫຍ່ກວດກາ ແລະ ປ້ອງກັນຊາຍແດນແຂວງຢຸນນານເພີ່ມທະວີການຮ່ວມມືສາກົນ ແລະຮ່ວມກັນຕ້ານການລະບາດຂອງ​ພະ​ຍາດ

2020-05-21 12:27:02 |ມາຈາກ: Yunnan Gateway

ວັນທີ 14 ຫາ 15 ພຶດສະພາ, ສະຖານີໃຫຍ່ກວດກາແລະ ປ້ອງກັນຊາຍແດນເຂົ້າ- ອອກເມືອງຂອງແຂວງຢຸນນານໄດ້ບໍລິຈາກວັດຖຸສິ່ງຂອງຕ້ານການລະບາດຂອງພະຍາດເຊັ່ນ: ຜ້າອັດປາກການແພດ, ນ້ຳຢາຂ້າເຊື້ອ, ບາຫລອດ, ແລະ ເຄື່ອງນຸ່ງປ້ອງກັນໃຫ້ກົມການຕ່າງປະເທດກະຊວງປ້ອງກັນຄວາມສະຫງົບປະເທດລາວ,ແລະ ພະແນກຮັກສາຄວາມສະຫງົບຂອງແຂວງຜົ້ງສາລີ,ແຂວງອຸດົມໄຊ,ແຂວງຫລວງນ້ຳທາປະເທດລາວ, ກອງທະຫານ ປ້ອງກັນຊາຍແດນຂອງ 4 ແຂວງພາກເໜືອຫວຽດນາມ;ພະແນກຄຸ້ມຄອງຄົນເຂົ້າອອກເມືອງຂອງລັດສານ ແລະ ລັດກະສິນມຽນມາ.

ວັດຖຸສິ່ງຂອງທີ່ຊ່ວຍເຫຼືອລາວ,ຫວຽດນານ ແລະ ມຽນມາສາມາດ ເຫັນໂຕຫນັງສືທີ່ຂຽນໂດຍພາສາຈີນ,ພາສາລາວ,ພາສາຫວຽດນານແລະ ພາສາມຽນມາວ່າ “ປະເທດລາວສູ້ໆ,ແຂວງຜົ້ງສາລີສູ້ໆ.” “ດື່ມນ້ຳສາຍດຽວກັນ, ຊາຕາກຳ ເຊື່ອມຕໍ່ຢ່າງໃກ້ຊິດ”,“ອ້າຍນ້ອງຈີນ- ມຽນມາມີຄວາມຮັກແພງ,ແລະຮ່ວມແຮງຮ່ວມໃຈກັນຕໍ່ສູ້ກັບການລະບາດຂອງພະຍາດ”ແລະອື່ນໆ.ສົ່ງຕໍ່ຄຳອວຍພອນຂອງປະເທດຈີນຕໍ່ລາວ,ຫວຽດນານ ແລະ ມຽນມາ.

ມາຮອດປັດຈຸບັນ,ສະຖານີໃຫຍ່ກວດກາແລະ ປ້ອງກັນຊາຍແດນເຂົ້າ- ອອກເມືອງຂອງແຂວງຢຸນນານໄດ້ເປີດ“ຊ່ອງທາງສີຂຽວ” 400 ກວ່າຄັ້ງ. ຮັບປະກັນການເດີນທາງຂອງ ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວ​ທີ່​ຈີນ​ສົ່ງໄປຊ່ວຍ​ເຫຼືອ​ຕ່າງປະເທດ ແລະ ວັດຖຸສິ່ງຂອງທີ່ໃຊ້ໃນການປ້ອງກັນພະຍາດໃຫ້ຜ່ານດ່ານໄປ ຢ່າງສະດວກ 420 ກວ່າຄັ້ງ.