ສະຖາບັນການສຶກສາຊັ້ນສູງຂອງລາວ ລົງນາມໃນຫນັງສືສະເໜີ ການຮ່ວມມືຕ້ານການລະບາດຂອງພະຍາດ

2020-05-21 17:30:52 |ມາຈາກ: Yunnan Gateway

ວັນທີ 19 ພຶດສະພາ, ສະມາຄົມມະຫາວິທະຍາໄລອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຖະແຫລງການ "ຂໍ້ສະເໜີຂອງສະມາຄົມມະຫາວິທະຍາໄລອາຊີໃຕ້ ແລະ ມະຫາວິທະຍາໄລອາຊີຕາເວັນອອກສ່ຽງໃຕ້ຮ່ວມກັນຕ້ານການລະບາດຂອງພະຍາດໂຄວິດ-19", ເຊິ່ງມີມະຫາວິທະຍາໄລ 57 ແຫ່ງທີ່ມາຈາກ 12 ປະເທດເຊັ່ນ ຈີນ, ລາວ, ຫວຽດນາມ, ກຳປູເຈຍ, ໄທ, ມຽນມາ, ມາເລເຊຍ, ເນປານ, ອິນເດຍ, ປາກິດສະຖານ, ບັງກະລາເທດ, ສີລັງກາ ແລະ ອື່ນໆ ລົງລາຍເຊັນໃນຫນັງສືສະເໜີ, ໃນນັັ້ນ, ປະເທດລາວມີມະຫາວິທະຍາໄລສຸພານຸວົງໄດ້ລົງນາມໃນຫນັງສື ສະເໜີດັ່ງກ່າວ.

ເນື້ອໃນຂອງຫນັງສືສະເໜີ ມີ 10 ລາຍການ, ເນື້ອໃນ ຕົ້ນຕໍມີການຮຽກຮ້ອງໃຫ້ບັນດາສະຖາບັນການສຶກສາຊັ້ນສູງໃນທົ່ວໂລກຈົ່ງສະໜັບສະໜູນຢ່າງຕັ້ງໜ້າ ແລະ ເຂົ້າຮ່ວມກິດຈະກຳຕ້ານການລະບາດຂອງພະຍາດດັ່ງກ່າວທີ່ຈັດຂຶ້ນໂດຍລັດຖະບານຂອງປະເທດຕ່າງໆ, ເສີມຂະຫຍາຍທ່າແຮງດ້ານການຄົ້ນຄວ້າວິທະຍາສາດຢ່າງເຕັມທີ່, ເພີ່ມທະວີການຮ່ວມມືສາກົນໃນດ້ານການຄົ້ນຄວ້າຢາວັກແຊງຂອງພະຍາດໂຄວິດ-19, ການແລກປ່ຽນປະສົບການ, ແລະອື່ນໆ.

ຫລັງຈາກນັ້ນ, ຫ້ອງການເລຂາທິການສະມາຄົມມະຫາວິທະຍາໄລອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຈະເປີດກອງປະຊຸມທາງວິດີໂອຫຼາຍຄັ້ງກ່ຽວກັບຫົວຂໍ້"ມະຫາວິທະຍາໄລຕໍ່ຕ້ານການລະບາດຂອງພະຍາດ, ການສອນ ອອນລາຍ",ສະໜອງເວທີໃຫ້ມະຫາວິທະຍາໄລທີ່ກ່ຽວຂ້ອງເພື່ອແລກປ່ຽນປະສົບການໃນດ້ານການຕ້ານການລະບາດຂອງພະຍາດ. ກອງປະຊຸມຄັ້ງທຳອິດມີແຜນຈະຈັດຂຶ້ນໃນວັນທີ 20 ພຶດສະພາ, ໂດຍສຸມໃສ່"ການຕ້ານການລະບາດຂອງພະຍາດໃນມະຫາວິທະຍາໄລ".

ໃນປີ 2018, ມະຫາວິທະຍາໄລຢຸນນານໄດ້ສ້າງຕັ້ງສະມາຄົມມະຫາວິທະຍາໄລອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ຢູ່ຄຸນໝິງ. ການສ້າງຕັ້ງສະມາຄົມນີ້ມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນດ້ານມະນຸດແລະວັດທະນະທຳລະຫວ່າງຈີນກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສ້າງເວທີການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາຊັ້ນສູງໃນພາກພື້ນ, ແລະສ້າງປະຊາຄົມການສຶກສາຊັ້ນສູງໃນພາກພື້ນ.