ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ມື​ຕໍ່​ຕ້ານ​ພະ​ຍາດຈີນ​-​ອາ​ຊຽນ​ທາງ​ອອນ​ໄລ

2020-05-21 17:39:10 |ມາຈາກ: CRI

ວັນ​ທີ 20 ພຶດ​ສະ​ພານີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ມື​ຈີນ​-​ອາ​ຊຽນ​ເພື່ອຕ້ານ​ກັບ​ພະ​ຍາດ​ທາງ​ອອນ​ໄລ ​ທີ່​ລິ​ເລີ່ມ​ໂດຍ​ສະ​ພາ​ການ​ຄ້າ​ຈີນ-ອາ​ຊຽນ ໄດ້​ໄຂ​ຂຶ້ນ. ເອກ​ອັກ​ຄະ​ລະ​ຖະ​ທູດ​ຈີນ​ປະ​ຈຳ​ປະ​ເທດ​ອາ​ຊຽນ ພ້ອມ​ດ້ວຍ​ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ນັກ​ປາດ​ຊ່ຽວ​ຊານຄົ້ນ​ຄວ້າບັນ​ດາ​ອາ​ຊຽນ​ຂອງ​ຈີນ, ແລະ​ຜູ້​ຮັບ​ຜິດ​ຊອບ​​ຂອງສະ​ມາ​ຄົມວິ​ສາ​ຫະ​ກິດ​ທຶນ​ຈີນ​ຂອງ​ປະ​ເທດ​ອາ​ຊ​ຽນ​ ໄດ້​​ປຶກ​ສາແລກ​ປ່ຽນ​ກັນ​ທາງ​ອອນ​ໄລ.

ທ່ານ​ສູ​ນິງ​ນິງ ປະ​ທານ​ສະ​ພາ​ການ​ຄ້າ​ຈີນ-ອາ​ຊຽນ​ກ່າວ​ຄຳ​ປາ​ໄສ​ແລະ​ຊີ້​ອອກວ່າ, ໂດຍ​ຜະ​ເຊີນ​ໜ້າ​ກັບ​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ​ຍ້ອນ​ຖືກ​​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ, ​ໃນ​ຂະ​ນະ​ທີ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດນັ້ນ, ຈີນ​ແລະອາ​ຊຽນ​ຄວນ​​ຕັ້ງ​ໜ້າລົງ​ມື​ຟື້ນ​ຟູ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ຢ່າງ​ມີ​ເງື່ອນ​ໄຂ, ເປີດ​ຊ່ອງ​ທາງ​ໃຫ້​ບູ​ລິ​ມະ​ສິດ, ​ປັບ​ປຸງ​ຕ່ອງ​ໂສ້​ຜະ​ລິດ​ຕະ​ກຳ​ພາຍ​ໃນ​​ເຂດ​ແຄວ້ນ​ທີ່​ຖືກ​ພະ​ຍາດ​ທຳ​ລາຍ, ຊຸກ​ຍູ້​ໂຄງ​ການ​​ສຳ​ຄັນຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ດຳ​ເນີນ​ຕໍ່​ໄປ.

ນັບ​ມາ​ຮອດ​ວັນ​ທີ 19 ພຶດ​ສະ​ພານີ້, ປະ​ເທດ​ອາ​ຊຽນ​ໄດ້​ບົ່ງ​ມະ​ຕິ​ກໍ​ລະ​ນີ​ຕິດ​ພະ​ຍາດ​ໂຄວິດ-19 ລວມ 6 ໝື່ນ 9 ພັນ​ຄົນ. ຊ່ຽວ​ຊານ​ຈີນ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ພະ​ນັກ​ງານ​ແພດ​ໝໍຂອງ 10 ປະ​ເທດ​ອາ​ຊຽນ​ທາງ​ອອນ​ໄລ, ແນະ​ນຳ​ບົດ​ຮຽນ, ເພື່ອ​ຊ່ວຍ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕໍ່​ຕ້ານ​ພະ​ຍາດ​ໂຄວິດ ແລະ​ຫຼຸດ​ອັດ​ຕາ​ເສຍ​ຊີ​ວິດ​ຍ້ອນ​ໃຫ້​ໜ້ອຍ​ລົງ.