ທ່ານ​ສີ​ຈິ້ນ​ຜີງສົນ​ທະ​ນາທາງ​ໂທ​ລະ​ສັບ​ກັບປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ

2020-05-21 17:45:39 |ມາຈາກ: CRI

ຕາມ​ຂ່າວCRI:ໃນ​ຕອນ​ແລງວັນ​ທີ 20 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ວິນ ໝີນ, ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​.

ທ່ານ​ສີ​ຈິ້ນ​ຜີງ​ຊີ້​ອອກວ່າ, ພາຍ​ຫຼັງ​ຈີນ​ເກີດ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 , ລັດ​ຖະ​ບານ​ແລະ​ອົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ມຽນ​ມາໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​​ຈີນ. ຈີນກໍ່​ໄດ້​ບໍ​ລິ​ຈາກວັດ​ຖຸ​ຕໍ່​ຕ້ານ​ພະ​ຍາດ​ຫຼາຍຊຸດ​ໃຫ້​ແກ່​ມຽນ​ມາ, ແລະ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ 2 ໜ່ວຍ​ງານ​ໄປ​ຊ່ວຍ​ມຽນ​ມາ​ຕ້ານ​ພະຍາດ. ເຊິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ແບບ​ອ້າຍ​ນ້ອງ​ກັນທີ່​ຮ່ວມ​ສຸກ​ຮ່ວມ​ທຸກ​ແລະ​ຕ່າງ​ຊ່ວຍເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ, ໄດ້​ສ່ອງ​ແສງ ນ້ຳ​ໃຈຄູ່​ຮ່ວມ​ຊາ​ຕາ​ກຳ​​ລະ​ຫວ່າງ​ຈີນ-ມຽນ​ມາ.

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ປີ​ນີ້​ແມ່ນ​ປີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ມຽນ​ມາຄົບ​ຮອບ 70 ປີ​, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຈັດ​ຕັ້ງ​ປະ​ຕິ​ບັດຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ການ​ຢ້ຽມ​ຢາມເຊິ່ງ​ກັນ​ແລະ​ກັນ​ຂັ້ນ​ສູງລະ​ຫວ່າງ​ສອງ​ປະ​ເທດ. ​​ບົນ​ພື້ນ​ຖານ​​ປ້ອງ​ກັນແລະຄວບ​ຄຸມສະ​ພາບ​ພະ​ຍາດເປັນ​ຢ່າງ​ດີ, ສອງ​ຝ່າຍ​ຄວນ​ຊຸກ​ຍູ້ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ໃຫ້​ກ້າວ​ໄປ​ໜ້າຢ່າງ​ໜັກ​ແໜ້ນ, ເລັ່ງ​ລັດ​ໃຫ້​ໂຄງ​ການ​ແລວທາງ​ເສດ​ຖະ​ກິດໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ.

ທ່ານ​ວິນ ໝີນ​ກ່າວ​ວ່າ, ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ການ​ຕໍ່​ຕ້ານ​ພະ​ຍາດ​ແກ່​ມຽນ​ມາ​ກໍ​ຄື WHO ​ແລະ​ປະ​ເທດ​ອື່ນໆ. ມຽນ​ມາ​ຍິນ​ດີ​ຮ່ວມ​ກັນ​ກັບ​​ຈີນ, ຕັ້ງ​ໜ້າ​ຈັດ​ຕັ້ງປະ​ຕິ​ບັດ​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນການ​ຢ້ຽມ​ຢາມ​ມ​ຽນ​ມາຂອງ​ທ່ານ​ສີ​ຈິ້ນ​ຜີງໃນ​ເດືອນ​ມັງ​ກອນປີ 2020, ສືບ​ຕໍ່​ລົງ​ເລິກ​ມິດ​ຕະ​ພາບ​ແບບ​ອ້າຍ​ນ້ອງ​ກັນ​ແລະ​ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂົງ​ເຂດ, ຊຸກ​ຍູ້​ໃຫ້​ກາຍພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ຮອບ​ດ້ານ​ລະ​ຫວ່າງ​ມຽນ​ມາ-ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ.