ທ່ານ​ສີ​ຈິ້ນ​ຜິ​ງ: ຍຶດໝັ້ນ​ລັດທິ​ຫຼາຍ​ຝ່າຍ ​ແລະ ການ​ພົວພັນ​ສາກົນ​ແບບ​ປະຊາທິປະ​ໄຕ ຊຸ​ກຍູ້​ການ​ສ້າງ​ເສດຖະກິດ​ໂລກ​ແບບ​ເປີດ​ກວ້າງ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ

2020-05-25 11:40:10 |ມາຈາກ: CRI

ວັນ​ທີ 23 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ປະຈຸ​ບັນ ​ແນວ​ຄິດ​ລັດທິ​ປົກ​ປ້ອງ​ໃນ​ສາກົນກຳ​ລັງ​ເພີ່ມຂຶ້ນ, ​ແຕ່​ພວກ​​ເຮົາ​ຕ້ອງ​ຢືນ​ຢູ່​ຝ່າຍ​ທີ່​ຖືກຕ້ອງ​ໃນ​ປະຫວັດສາດ, ຍຶດໝັ້ນ​ລັດທິ​ຫຼາຍ​ຝ່າຍ ​ແລະ ການ​ພົວພັນ​ສາກົນ​ແບບ​ປະຊາທິປະ​ໄຕ, ສະ​ແຫວ​ງຫາ​ການ​ພັດທະນາ​ດ້ວຍ​ທ່າ​ທີ​ເປີດ​ກວ້າງ ຮ່ວມມື ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸ​ກຍູ້ ​ເສດຖະກິດ​​ໂລກາ​ພິວັດຂະ​ຫຍາຍ​ຕົວ​ໄປ​​ໃນທາງ​ທິດ​ທີ່​ເປີດ​ກວ້າງ ກວມ​ລວມ ມີ​ຜົນ​ປະ​ໂຫຍ​ດທົ່ວ​ໄປ ກໍ້າ​ເກີ່ງ​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ການ​ສ້າງໂລກ​ແບບ​ເປີດ​ກວ້າງ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

ມື້​ດຽວກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກ​ສາ​ຫາ​ລື​ຂອງ​ສະ​ມາ​ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ມາ​ຈາກວົງ​ການ​ເສດຖະກິດ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ປຶກສາ​ກາ​ນການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13, ​ເພື່ອ​ຮັບ​ຟັງ​ຄວາມ​ເຫັນ ​ແລະ ຂໍ້​ສະ​ເໜີ. ທ່ານ​ກ່າວ​ວ່າ, ​ເສດຖະກິດ​ຈີນ​ພວມ​ຢູ່​ໃນ​​ໄລຍະ​ສຳຄັນ​ທີ່​ຫັນປ່ຽນ​ຮູບ​ແບບການ​ພັດທະນາ, ປັບປຸງ​ໂຄງ​ປະກອບ​ເສດຖະກິດ ​ແລະ​ຫັນປ່ຽນ​ແຮງ​ຂັບ​ເຄື່ອນ​ການ​​ເຕີບ​ໂຕ, ​ການ​ພັດທະນາ​ເສດຖະກິດ​ມີ​ອະນາຄົດ​ທີ່​ສົດ​ໃສ, ​ແຕ່​ກໍ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຈາກ​ບັນຫາ​ດ້ານ​ໂຄງ​ປະກອບ​, ລະບົບ ​ແລະ​ຮອບວຽນ​ທີ່​ສະຫຼັບ​ສັບ​ຊ້ອນ​ກັນ, ບວກ​ກັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາ​ດຂອງ​ພະຍາດ​ໂຄ​ວິດ-19, ປະຈຸ​ບັນ​ເສດຖະກິດ​ຈີນ​ຜະ​ເຊີ​ນໜ້າ​ກັບ​ຄວາມ​ກົດ​ດັນ​ໃຫຍ່​ສົມຄວນ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຈີນ​ຍັງ​ຕ້ອງ​ຜະ​ເຊີນ​ໜ້າ​ກັບ​ສະພາບ​ການ​ທີ່​ບໍ່​ເອື້ອ​ອຳນວຍ ​ເຊັ່ນ, ​ເສດຖະກິດ​ໂລກ​ຊຸດ​​ໂຊມ​ລົງ, ການ​ຄ້າ ​ແລະ ການ​ລົງທຶນ​ສາກົນ​ຫຼຸດ​ໜ້ອຍ​ລົງ​ຢ່າງ​ຫຼວງຫຼາຍ, ຕະຫຼາດ​ການ​ເງິນ​ສາກົນ​ເກີດ​ຄວາມ​ປັ່ນ​ປ່ວນ, ການ​ໄປມາຫາສູ່​ກັນໃນ​ໂລກ​ຖືກ​ຈຳກັດ, ​ເສດຖະກິດ​ໂລກາ​ພິວັດ​ປະສົບ​ກັບ​ການ​ຝືນ​ກະ​ແສ, ບາງ​ປະ​ເທດປະ​ຕິ​ບັດ​ລັດທິ​ປົກ​ປ້ອງ ​ແລະ​ລັດທິ​ຝ່າຍ​ດຽວ​ຢ່າງ​ແຂງ​ແຮງ, ຄວາມ​ສ່ຽງ​ດ້ານ​ການ​ເມືອງ​ພູມສາ​ດ​ເພີ່​ມ​ຂຶ້ນ ​ແລະ​ອື່ນໆ, ຈີນຕ້ອງ​ສະ​ແຫວ​ງຫາ​ການ​ພັດທະນາ​ໃນ​ສະ​ພາບ​ການ​ໂລກ​ທີ່​ບໍ່​ໝັ້ນຄົງ ​ແລະ ​ບໍ່​ມີ​ຄວາມ​ແນ່ນອນ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຕື່ມ​ວ່າ, ຈຸດ​ພິ​ເສດ​ພື້ນຖານ​ຂອງ​ເສດຖະກິດ​ຈີນ ຄື ​ມີ​ກຳລັງ​ບົ່ມ​ຊ້ອນ​ຢ່າງ​ພຽງພໍ, ມີ​ກຳ​ລັງ​ຕ້ານ​ທານ​ເຂັ້ມ​ແຂງ, ມີ​ຊ່ອງ​ທາງ​ປັບ​ຕົວ​ໃຫ້​ດີ​ຂຶ້ນ, ມີ​ເຄື່ອງມືດ້ານ​ນະ​ໂຍບາຍ​ຫຼາຍນັ້ນ​ຈະ​ບໍ່​ໄດ້​ປ່ຽນ​ແປງ. ຈີນ​ມີ​ລະບົບ​ອຸດສາຫະກຳ​ທີ່​ຄົບ​ວົງ​ຈອນ ​ແລະ ຂະໜາດ​​ໃຫຍ່​ທີ່​ສຸດ​ໃນ​ໂລກ, ມີ​ກຳລັງ​ການ​ຜະລິດ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ສາມາດ​ຄົບ​ຊຸດ​ຢ່າງ​ສົມບູນ, ມີ​​ໜ່ວຍ​ງານ​ການຕະຫຼາດ 100 ລ້ານ​ກວ່າ​ໜ່ວຍ​ງານ, ​ມີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​​ມີ​ລະ​ດັບການ​ສຶກສາ​ຊັ້ນ​ສູງ ຫຼື​ມີສີມືວິຊາການ​ປະ​ເພດ​ຕ່າງໆ 170 ລ້ານ​ກວ່າ​ຄົນ, ຍັງ​ມີ​ຕະຫຼາດ​ຄວາມ​ຕ້ອງການ​ພາຍ​ໃນ​ທີ່​ມີ​ຂະໜາດ​​ໃຫຍ່​ພິ​ເສດ​ທີ່​ກຳ​ເນີ​ດຈາກ​ປະຊາກອນ 1,4 ຕື້​ກວ່າ​ຄົນ ​ເຊິ່ງລວມທັງ​ກຸ່ມ​ຄົນ​ລາຍ​ຮັບ​ປານ​ກາງ 400 ລ້ານ​ກວ່າ​ຄົນ, ພວມ​ຢູ່​ໃນ​ໄລຍະທີ່​ພັດທະນາຢ່າງ​ວ່ອງ​ໄວ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ​ແບບ​ໃໝ່,ການ​ຫັນ​ເປັນເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານກະສິກຳ, ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ຄວາມ​ຕ້ອງການ​ດ້ານ​ການ​ລົງທຶນ.

​ເມື່ອ​ມຸ່ງ​ໜ້າ​ສູ່​ອະນາຄົດ, ຕ້ອງ​ຖື​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ເປັນ​ຈຸດ​ເລີ່​ມ ​ແລະ​ຈຸດ​​ໝາຍ​ຂອງ​ການ​ພັດທະນາ, ​ເລັ່ງລັດ​ສ້າງ​ລະບົບ​ຄວາມ​ຕ້ອງການ​ພາຍ​ໃນ​ທີ່​ຄົບ​ຖ້ວນ​ສົບ​ບູນ, ອອກ​ແຮງ​ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ໃນ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ດ້ານ​ອື່ນໆ, ​ເລັ່ງລັດ​ການຊຸກຍູ້​ພັດທະນາ​ອຸດສາຫະກຳ​ຈະ​ເລີ​ນ​ໃໝ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ​ເຊັ່ນ: ​ເສດຖະກິດ​ດີ​ຈີ​ຕອນ, ການ​ຜະລິດ​ແບບ​ອັດ​ສະ​ລີຍະ, ຊີ​ວິດ​ແລະສຸຂະພາບ​, ວັດ​ສະ​ດຸໃໝ່ ​ແລະ​ອື່ນໆ, ​ເພື່ອ​ສ້າງ​ຈຸ​ດ​ເຕີບ​ໂຕ​ໃໝ່ ​ແລະ ​ຂົ້ວ​ຂອງ​ການ​ເຕີບ​ໂຕ​ໃໝ່ໃຫ້ຫຼາຍ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ປີ 2020 ຍັງ​ຕ້ອງ​ຮັບປະກັນໃຫ້​ເມືອງ​ທຸກ​ຍາກ 52 ເມືອງ, ບ້ານ​ທຸກ​ຍາກ 2707 ບ້ານ ​ແລະ ປະຊາກອນຜູ້​ທຸກ​ຍາກ​ທີ່​ໄດ້​ຈົດທະບຽນ​ນັ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາ​ກທັງ​ໝົດ, ທັງ​ເພີ່ມ​ທະວີ​ມາດຕະຖານ​ຮັກສາ​ຄວາມ​ໜັກ​ແໜ້ນ​ດ້ານ​ການ​ປະກອບ​ອາຊີ​ບຢ່າງຮອບດ້ານ, ​ເພີ່ມ​ທະວີ​ການ​ຮັບປະກັນ​ຊີວິດ​ຂັ້ນ​ພື້ນຖານ​ໃຫ້​ແກ່ປະຊາຊົນ​ຜູ້​ທຸກ​ຍາກ, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຂະໜາດກາງ, ນ້ອຍ ​ແລະ​​ຂະ​ໜາດ​ຍ່ອມ​​ໃຫ້​ສາ​ມາດຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄດ້.