ສຳ​ເລັດ​ການ​ເຈາະ​ອຸ​ໂມງທີ່​ມີ​ຄວາມ​ຍາວ 15 ກິ​ໂລ​ແມັດ​ທັງ​ມີ​ຄວາມ​ສ່ຽງ​ສູງລະ​ດັບໜຶ່ງຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ແຫ່ງ​ທຳ​ອິດ

2020-05-25 17:12:38 |ມາຈາກ: CRI

ໂດຍຜ່ານ​ການ​ກໍ່​ສ້າງ​ເປັນ​ເວ​ລາ​ຫຼາຍກວ່າ 4 ປີ, ວັນ​ທີ 24 ພຶດ​ສະ​ພາ​ນີ້, ໄດ້​ສຳ​ເລັດ​ການ​ເຈາະອຸ​ໂມງ​ກ່ານ​ຈ​ວ່າງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ ເຊິ່ງ​ເປັນ​ອຸ​ໂມງ​ທີ່​ມີ​ຄວາມ​ຍາວ 15 ກິ​ໂລ​ແມັດ​ທັງ​ມີ​ຄວາມ​ສ່ຽງ​ສູງລະ​ດັບ​ໜຶ່ງຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ແຫ່ງ​ທຳ​ອິດ​.

ອຸ​ໂມງ​ກ່ານ​ຈ​ວ່າງ​ທີ່​ມີ​ຄວາມ​ຍາວ 15,2 ກິ​ໂລ​ແມັດຕັ້ງ​ຢູ່​ເມືອງຢວນ​ຈ່ຽງ​ນະ​ຄອນ​ຢູ້​ຊີ່​ແຂວງ​ຢຸນ​ນານ, ເລິກ​ລົງ​​ໃຕ້​ດິນ​ເຖິງ 860 ແມັດ, ຂ້າມ​​ແນວ​ຮອຍ​ແຕກ(fault)ຢູ່​ໃຕ້​ດິນ 8 ​ເສັ້ນ.

ທ່ານ ເຈີ່ງ​ສຽງ​ຈີ້ ຮອງ​ຫົວ​ໜ້າ​​ກອງບັນ​ຊາ​ການ​​ກໍ່​ສ້າງ​ທາງ​ລົດ​ໄຟ​ພາກ​ໃຕ້​ຢຸນ​ນານ​ຂອງ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝິງ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ໃນ​ຈຳ​ນວນອຸ​ໂມງ 93 ແຫ່ງ​ຂອງ​ທາງ​ລົດ​ໄຟ​ຢູ້​ຊີ່​-ບໍ່​ຫານ​​ຕອນ​ຢູ່​ຈີນ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດ​ການ​​ເຈາະ​ອຸ​ໂມງ​ສຳ​ເລັດ​ແລ້ວ 67 ແຫ່​ງ​, ສ່ວນ​ການ​ປູ​ລາງ​ລົດ​ໄຟ,ສ້າງ​ຂົວ,ສະ​ຖາ​ນີ​ລົດ​ໄຟ​ແລະ​ການ​ກໍ່​ສ້າງ​ອື່ນໆ​ໃນ​ໂຄງ​ການ​ພວມ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ງານ​ຢ່າງ​ໝັ້ນ​ທ່ຽງ​ເປັນ​ກ້າວໆ.