ແຂວງ​ຫູ​ເປີຍ​ຈີນ​ໄດ້​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ຍຸ 80 ປີ​ຂຶ້ນ​ໄປ 3.600 ກໍ​ລະ​ນີ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ

2020-05-25 17:15:05 |ມາຈາກ: CRI

ວັນ​ທີ 22 ພຶດ​ສະ​ພາ​ນີ້, ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ, ທ່ານ​ຫຼົວ​ເຈ໋ຍ ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ທ້າຍ​ເຮີ​ນະ​ຄອນ​ສື​ຢ້ຽນ​ແຂວງ​ຫູ​ເປີຍ​ຈີນ​ກ່າວ​ວ່າ, ຕະຫຼອດ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພະ​ນັກ​ງານ​ການ​ແພດ​ອັນ​ໄພ​ສານ​ຂອງ​ຈີນ​ໄດ້​ເຝົ້າ​ລະ​ວັງເບິ່ງ​ແຍງ​ທຸກໆ​ຊີ​ວິດ​ຢ່າງ​ສຸດ​ຄວາມ​ສາ​ມາດ, ​ໄດ້​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ຍຸ 80 ປີ​ຂຶ້ນ​ໄປ 3.600 ກໍ​ລະ​ນີ​ຢ່າງ​ປະ​ສົບ​ຜົນສຳ​ເລັດ​ ແລະ ຜູ້​ທີ່​ມີ​ອາ​ຍຸ 100 ປີ​ຂຶ້ນ​ໄປ​ມີ 7 ກໍ​ລະ​ນີ.

ທ່ານຫຼົວ​ເຈ໋ຍ​ກ່າວ​ຕື່ມ​ວ່າ, ມີ​ກໍ​ລະ​ນີ​ໜຶ່ງ​ຕົນ​ຈື່​ໄດ້​ດີຫຼາຍ, ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຄົນ​ທີ່​ມີ​ອາ​ຍຸ 87 ປີ, ທັງ​ມີ​ພະ​ຍາດ​ປະ​ຈຳ​ໂຕ ຄື​ຄວາມ​ດັນ​ເລືອດ​ສູງ, ພະ​ຍາດ​ເບົາ​ຫວານ ແລະ ພະ​ຍາດ​ອື່ນໆ​ແຊກ​ຊ້ອນ. ໃນ​ເວ​ລາ​ເຂົ້າ​ປິ່ນ​ປົວ​ຢູ່​ໂຮງ​ໝໍ, ​ຄົນ​ເຈັບຫາຍ​ໃຈ​ຍາກ ແລະ ຫາຍ​ໃຈ​ຝືດ. ທາງ​ໂຮງ​ໝໍ​ໄດ້​ສ້າງ​ຈຸ​ປິ່ນ​ປົວ​ທີ່​ປະ​ກອບ​ມີ​ສະ​ມາ​ຊິກ 9 ຄົນ ເຊິ່ງ​ລວມ​ທັງ​ຫົວ​ໜ້າແພດ​ໝໍ, ພະ​ຍາ​ບານ, ໝໍ​​ຜູ້​ຊ່ຽວ​ຊານທາດ​ບຳ​ລຸງ, ຈິດ​ຕະ​ແພດ​ເປັນ​ຕົ້ນ, ໝົດ​ທຸກ​ຄົນ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ ເຊິ່ງ​ໄດ້​​ກອບກູ້​​ຊີ​ວິດ​ຂອງ​ຜູ້​ປ່ວຍ​ຄືນ​ໄດ້ ແລະ ໄດ້​ປົວໃຫ້​ຫາຍ​ຂາດ ແລະ ອອກ​ໂຮງ​ໝໍ​ໃນ​ທີ່​ສຸດ.

ທ່ານຫຼົວ​ເຈ໋ຍ​ກ່າວ​ອີກວ່າ, ທ່ານ​ຂໍ​ເຊື້ອ​ເຊີນ​ຄົນ​ທັງຫຼາຍ​ທີ່​ເຄີຍ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ ແລະ ເອົາ​ໃຈ​ໃສ່​ແຂວງ​ຫູ​ເປີຍ​ນັ້ນ​ມາ​ທ່ຽວ​ຫູ​ເປີຍ​ອີກ​ຄັ້ງ​ໜຶ່ງ ເພື່ອ​ສຳ​ຜັດ​ກັບ​ແຂວງ​ຫູ​ເປີຍ ທີ່​ພວມ​ຟື້ນ​ຟູ​ຄວາມ​ສວຍ​ງາມ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຄືນ​ໃໝ່.