ທ່ານໝໍ ສຸກສະຫວັນ: ຮ່ວມກັນຕໍ່ສູ້ກັບຜູ້ຊ່ຽວຊານຈີນ

2020-05-26 17:06:00 |ມາຈາກ: Yunnan Gateway

ຍ້ອນວ່າລາວໄດ້ ສຶກສາຮ່ຳຮຽນຢູ່ປະເທດຈີນເປັນເວລາ 9 ປີ, ເມື່ອໜ່ວຍຊ່ຽວຊານ ການແພດຈີນ ກ່ຽວກັບການຕ້ານການລະບາດຂອງພະຍາດ ໄດ້ມາຮອດລາວ,ໂດຍມີທ່າແຮງໃນດ້ານພາສາ,ທ່ານໝໍ ສຸກສະຫວັນ ທັນສະໄຫມ(Souksavanh Thansamay)ທີ່ເຮັດວຽກຢູ່ໂຮງໝໍມິດຕະພາບລາວໄດ້ຖືກເລືອກໃຫ້ເປັນຜູ້ແປພາສາຄົນໜຶ່ງຂອງໜ່ວຍຊ່ຽວຊານ ການແພດຈີນທີ່ຖືກສົ່ງມາຊ່ວຍເຫລືອປະເທດລາວ.

ໃນ 14 ມື້ຂອງການຮ່ວມຕໍ່ສູ້ກັບຜູ້ຊ່ຽວຊານຈີນ, ທ່ານໝໍ ສຸກສະຫວັນ ໄດ້ເຫັນກັບຕາຂອງຕົນເອງວ່າ,ຜູ້ຊ່ຽວຊານຈີນ ໄດ້ໄປຢ້ຽມຢາມສະຖານທີ່ຕ່າງໆຢ່າງລົງເລິກເຊັ່ນ: ໂຮງໝໍແຫ່ງຕ່າງໆ, ຫ້ອງທົດລອງ, ດ່ານຂາເຂົ້າ-ຂາອອກ ແລະ ອື່ນໆ,ໄດ້ເປີດການຝຶກອົບຮົມຫົວຂໍ້ພິເສດຫຼາຍກ່ວາ 20 ຄັ້ງ, ເພື່ອ ແບ່ງປັນ ແລະ ຖ່າຍທອດປະສົບການຂອງຈີນໃນການຕ້ານການລະບາດຂອງພະຍາດໃຫ້ ພະແນກ ສາທາລະນະສຸກໃນ18 ແຂວງຂອງລາວ.ທ່ານໝໍ ສຸກສະຫວັນ ເວົ້າວ່າ:"ຈີນຄວບຄຸມການລະບາດຂອງພະຍາດໄດ້ພາຍໃນເວລາສັ້ນໆ,ພ້ອນກັນນັ້ນ, ພາຍຫຼັງ 5 ມື້ທີ່ລາວມີຜູ້ທີ່ຖືກບົ່ງມະຕິເປັນພະຍາດກໍລະນີທຳອິດ,ຈີນກໍໄດ້ສົ່ງໜ່ວຍຊ່ຽວຊານແພດ​ມາຊ່ວຍລາວ,ເຊິ່ງເຮັດໃຫ້ພວກເຮົາຄວາມຮູ້ສຶກມີຄວາມປອດໄພ ແລະ ມີຄວາມໝັ້ນໃຈຫຼາຍທີ່ຈະເອົາຊະນະການລະບາດ."

ສະມາຊິກຂອງໜ່ວຍຊ່ຽວຊານຈີນໂດຍໄດ້ຮັບການຄັດເລືອກຈາກແຂວງຢຸນນານ, ຜູ້ຊ່ຽວຊານຈີນຫຼາຍຄົນກັບທ່ານໝໍລາວຫຼາຍຄົນລ້ວນແຕ່ແມ່ນເພື່ອນເກົ່າ.ເພາະສະນັ້ນ, ບັນຍາກາດການເຮັດວຽກໃນໄລຍະເວລາພິເສດແມ່ນທັງມີຄວາມຈິງຈັງ ແລະ ຄວາມເຂົ້າໃຈກັນ. ທ່ານ ສຸກສະຫວັນ ໄດ້ຄິດຫວນຄືນ ແລະ ເວົ້າວ່າ: “ໃນທຸກຄັ້ງທີ່ພວກເຮົາພົບບັນຫາ, ພວກເຮົາຈະປຶກສາຫາລືກັນຢ່າງແຂງແຮງ,ແລະ ພະຍາຍາມຢ່າງສຸດຄວາມສາມາດໃນການຊອກຫາວິທີແກ້ໄຂບັນຫາ ທາງວິທະຍາສາດແລະມີປະສິດຕິຜົນ .ຍ້ອນວ່າພວກເຂົາເປັນເພື່ອນເກົ່າ, ພວກເຂົາເຂົ້າໃຈເຊິ່ງກັນ ແລະ ກັນ, ດັ່ງນັ້ນການສົນທະນາຈຶ່ງມີປະສິດທິຜົນດີ. ກ່ຽວກັບຄຳແນະນຳຂອງຊ່ຽວຊານຈີນ,ພວກເຮົາເອົາໃຈໃສ່ຫຼາຍ,ແລະຫວັງວ່າຈະສົ່ງຕໍ່ຄຳແນະນຳເຫລົ່ານີ້ ໃຫ້ທ່ານໝໍຂອງລາວໃຫ້ຫຼາຍຂື້ນໃນໄວໆນີ້.”

ທ່ານ ສຸກສະຫວັນ ແນະນຳວ່າ, ຫ້ອງຄົນເຈັບຕິດເຊື້ອໃນລາວບໍ່ໄດ້ມາດຕະຖານຄວາມດັນລົບ, ແລະ ອາກາດສາມາດຖ່າຍເທໄປສູ່ຫ້ອງປ່ຽນເຄື່ອງ,ພາຍໃຕ້ເງື່ອນໄຂດັ່ງກ່າວ, ທ່ານໝໍມີຄວາມສ່ຽງສູງຕໍ່ການຕິດເຊື້ອ.ເພື່ອໃຫ້ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ສະພາບການປິ່ນປົວບັນດາຄົນເຈັບທີ່ເປັນພະຍາດ, ຜູ້ຊ່ຽວຊານຈີນໄດ້ໄປຢ້ຽມຢາມຄົນເຈັບຢູ່ຫ້ອງຄົນເຈັບ ຕິດເຊື້ອໂດຍບໍ່ຄຳນຶງເຖິງຄວາມປອດໄພຂອງຕົວເອງ.

ກ່ອນທີ່ຈະເຂົ້າໄປໃນຫ້ອງຄົນເຈັບ ຕິດເຊື້ອ, ທ່ານ ສຸກສະຫວັນ ແລະ ສະມາຊິກຂອງຫນ່ວຍຊ່ຽວຊານຈີນໄດ້ຂຽນຊື່ຂອງແຕ່ລະຄົນ ແລະ ໂຕໜັງສືວ່າ " ລາວສູ້ໆ " ໃສ່ເທິງເສື້ອຜ້າປ້ອງກັນ."ໃນເວລານັ້ນ, ພວກເຮົາເປັນຄືກັບຄົນທີ່ເຮົາຮັກ. ໃນສະຖານທີ່ອັນຕະລາຍ ແລະ ເວລາທີ່ຫຍຸ້ງຍາກທີ່ສຸດ, ພວກເຮົາໄດ້ຮ່ວມແບ່ງປັນບັນຫາຄວາມຫຍຸ້ງຍາກຕ່າງໆນຳກັນ." ເວົ້າເລື່ອງນີ້, ສຽງຂອງທ່ານ ສຸກສະຫວັນ ກໍ່ ສັ່ນໆ.

ໃນໄລຍະສອງອາ ທິດຂອງການເຮັດວຽກຢູ່ປະເທດລາວ, ໜ່ວຍຊ່ຽວຊານສະໜອງ 3 ແຜນການ, 3 ແນວທາງ, ແລະ 14 ລະບົບການຄຸ້ມຄອງໃຫ້ແກ່ຝ່າຍລາວ. ທ່ານ ສຸກສະຫວັນ ຄິດວ່າ,ແຜນການເຫຼົ່ານີ້ແມ່ນມີຄວາມຈຳເປັນຫຼາຍ,ສະພາບການລະບາດຂອງພະຍາດໃນລາວທີ່ດີຂຶ້ນແມ່ນ ບໍ່ສາມາດແຍກອອກຈາກມາດຕະການທີ່ມີປະສິດຕິຜົນເຫຼົ່ານີ້ໄດ້.ແລະປະສົບການຂອງໄລຍະເວລາທີ່ຫຍຸ້ງຍາກນີ້,ຈະກາຍເປັນຄວາມຊົງຈຳພິເສດໃນດວງໃຈຂອງປະຊາຊົນຈີນແລະລາວ.