ຈີນ​ຈະ​ໃຊ້ຫຼາຍມາດ​ຕະການ​ເພື່ອ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃຫ້​ໄດ້​ຢ່າງ​ໝັ້ນທ່ຽງ

2020-05-26 17:09:23 |ມາຈາກ: CRI

ວັນ​ທີ 25 ພຶດສະພາ​ນີ້, ທ່າ​ນຈົ່ງ​ຊ່ານ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ​ໄດ້​ໃຫ້​ສຳພາດ​​ຢູ່​ບໍລິ​ເວນ​ເຂດ​ໃຫ້​ສຳພາດ​ສຳລັບ​ລັດຖະມົນຕີ​ໃນກອງ​ປະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ວ່າ: ການ​ຄ້າ​ກັບ​ຕ່າງປະ​ເທດ​ແລະ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ກໍ​ແມ່ນ​ໝາກຜົນ​ສຳຄັນ​ຂອງ​ການ​ປະຕູ​ຮູບ​ແລະເປີດປະຕູ​ສູ່​ພາຍ​ນອກ​ເຊັ່ນ​ກັນ. ຂໍ​ແຕ່​ວ່າ ອົງ​ປະກອບ​ສຳຄັນ​ຂອງ​ການ​ຄ້າ​ກັບ​ຕ່າ​ງປະ​ເທດ​ສາມາດ​ຮັກ​ສາຄວາມ​ໝັ້ນທ່ຽງ​​ໄດ້, ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ກໍ​ຈະ​ສາມາດ​ຮັກສາ​ຄວາມ​ໝັ້ນ​ທ່ຽງໄດ້ ​ແລະ ມີ​ການ​ພັດທະນາ​ຢ່າງ​ແນ່ນອນ.

ທ່ານ​ຈົ່ງ​ຊ່ານ​ກ່າວ​ວ່າ: ຢາກ​ດຶງ​ດູດ​ທຶນ​ຕ່າງປະ​ເທດ​ໃຫ້​ໄດ້​ຢ່າງ​ໝັ້ນ​ທ່ຽງ, ຕົ້ນຕໍ​ຈະ​ຕ້ອງ​ເຮັດ​ສອງ​ວຽກໃຫ້​ດີ ຄື: ໜຶ່ງ, ​ເປີດ​ກວ້າງ​ການ​ລົງ​ທຶນຂອງ​ຕ່າງປະ​ເທດ​. ນີ້​ຕ້ອງການ​ໃຫ້​ພວກ​ເຮົາ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ, ຜ່ອນຄາຍ​ເງື່ອນ​ໄຂ​ໃຫ້​ທຶນ​ຕ່າງປະ​ເທດ​ສາມາດ​ເຂົ້າ​ເຖິງ​ຕະຫຼາດ, ຕັດ​ບັນຊີ​ລາຍການ​ທາງ​ລົບ​ສຳລັບ​ທຶນ​ຕ່າງປະ​ເທດ, ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ມີ​ຄວາມ​ຍິນ​ດີ​ມາ​ລົງທຶນ​ຢູ່​ຈີນ ​ແລະ​ ສອງ, ຂໍ​ແຕ່​ວ່າ​ພະຍາຍາມ​ບໍ່​ໃຫ້​ທຶນ​ຕ່າງປະ​ເທດ​​ໄຫຼອອກ​ຈາກ​ຈີນ, ຜັນ​ຂະຫຍາຍ​ແລະ​ຈັດ​ຕັ້ງ​ປະຕິບັດ “ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຕ່າງປະ​ເທດ”, ສ້າງ​ສະພາບ​ແວດ​ລ້ອມການ​ດຳ​ເນີນ​ທຸລະ​ກິດ​ຢ່າງທ່ຽງ​ທຳ, ຍຸຕິ​ທຳ ​ແລະ ​ໂປ່​ງ​ໃສ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ນັກທຸລະກິດ​ຕ່າງປະ​ເທດ ​ແລະ ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ​​ເພື່ອ​ໃຫ້​ນັກທຸລະກິດ​ຕ່າງປະ​ເທດ​ມີ​ຄວາມ​ຍິນ​ດີ​ມາ​ລົງທຶນ​ແລະ​ພັດທະນາ​ທຸລະ​ກິດ​ຢູ່​ຈີນດ້ວຍ​ຄວາມ​ເຊື່ອ​ໝັ້ນ​ແລະ​ອຸ່ນ​ອຽນ​ໃຈ.