ວັນທີ 25 ພຶດສະພານີ້, ທ່ານໝຽວເຫວີຍ ລັດຖະມົນຕີກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນກ່າວຢູ່ “ບໍລິເວນເຂດສຳພາດສຳລັບລັດຖະມົນຕີ” ໃນກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ວ່າ, ປັດຈຸບັນ, ຈີນໄດ້ສ້າງສະຖານີສົ່ງຕໍ່ສັນຍານ 5G ໝື່ນກວ່າແຫ່ງຕໍ່ອາທິດ.
ທ່ານໝຽວເຫວີຍກ່າວວ່າ, “ນັບແຕ່ຕົ້ນປີມານີ້, ຈີນໄດ້ເລັ່ງລັດການສ້າງລະບົບເຄືອຂ່າຍ 5G. ເຖິງວ່າການກໍ່ສ້າງໃນເດືອນມັງກອນ, ກຸມພາ ຈົນຮອດເດືອນມີນາໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ວິສາຫະກິດຕ່າງໆຍັງໄດ້ເພີ່ມທະວີໃນການອອກແຮງກໍ່ສ້າງ, ພະຍາຍາມເຮັດວຽກທົດແທນເວລາທີ່ເສຍໄປກັບ. ປັດຈຸບັນ, ໃນທົ່ວປະເທດຈີນ, ພວກເຮົາໄດ້ສ້າງສະຖານີສົ່ງສັນຍານ 5G ໝື່ນກວ່າແຫ່ງຕໍ່ອາທິດ. ເດືອນເມສາ, ລູກຄ້າ 5G ໄດ້ເພີ່ມຂຶ້ນ 7 ລ້ານກວ່າຄົນ, ນັບລວມແລ້ວ, ບັນລຸຫຼາຍກວ່າ 36 ລ້ານຄົນແລ້ວ.”
ທ່ານໝຽວເຫວີຍກ່າວຕື່ມວ່າ, ຄຽງຄູ່ກັບການກໍ່ສ້າງໂຄງລ່າງພື້ນຖານພ້ອມສະຖານີສົ່ງສັນຍານເພີ່ມຂຶ້ນ, ຕໍ່ໄປພາຍໜ້າ, ລູກຄ້າຜູ້ຊົມໃຊ້ສັນຍານ 5G ຈະນັບມື້ນັບຫຼາຍຂຶ້ນ. ພວກເຮົາຫວັງວ່າ ຈະມີການຊົມໃຊ້ໃນຫຼາຍຮູບແບບກວ່າເກົ່າໃນງານໂອລິມປິກລະດູໜາວປັກກິ່ງປີ 2022 ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.