ເປັນ​ຫຍັງ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ມາ​ຈາກ​ແຂວງ​ຫູ​ເປີຍ​ຜູ້​ນີ້​ຈິ່ງ​ໄດ້​ກົ້ມ​ຫົວ​ສະ​ແດງ​ຄວາມ​ຂອບ​ໃຈ?

2020-05-26 17:17:05 |ມາຈາກ: CRI

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ຄະ​ນະ​ຜູ້​ແທນ​ແຂວງ​ຫູ​ເປີຍ​ພວມ​ຄົ້ນ​ຄ້​ວາ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ, ເມື່ອນາງ​ອີ​ເສີງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈາກ​ໂຮງ​ຮຽນ​ອຸດ​ສາ​ຫະ​ກຳ​ເບົາເລກ 2 ຂອງ​ນະ​ຄອນ​ອູ​ຮັ້ນ​ໄດ້ປະ​ກອບ​ຄຳ​ເຫັນ​ແລ້ວ​ແລ້ວ ​ນາງໄດ້​ຍືນ​ກົ້ມ​ຫົວ​ສະ​ແດງ​ຄວາມ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ ເຊິ່ງ​​ມີຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​.

ນາງ​ອີ​ເສີງ​ເປັນ​ຄູ​ສອນ, ເມື່ອ​ການ​ແຜ່​ລະ​ບາດ​​ຂອງພະ​ຍາດ​ໂຄວິດ-19 ຢ່າງ​ຮ້າຍ​ແຮງ​ເຮັດ​ໃຫ້​ນະ​ຄອນ​ອູ​ຮັ້ນ​ຕ້ອງ​ໄດ້​ປິດ​ເມືອງ, ນາງ​ໄດ້​ເປັນ​ອາ​ສາ​ສະ​ໝັກ ໂດຍ​ຮ່ວມ​ກັບ​ພະ​ນັກ​ງານ​ເຂດ​ຊຸມ​ຊົນ​ແລະອາ​ສາ​ສະ​ໝັກ​ຄົນ​ອື່ນໆ ​ເປັນ​ຜູ້ປະ​ສານ​ງານ, ຜູ້ກວດ​ກາ, ຜູ້​ຊ່ວຍ​ຊື້​ເຄື່ອງ ແລະ​ຜູ້​ສົ່ງ​ເຄື່ອງ​ໃຫ້​ແກ່​ປະ​ຊາ​ຊົນ​ ເພື່ອ​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊຸມ​ຊົນ​ຢ່າງ​ສຸດ​ຄວາມ​ສາ​ມາດ.

ຢູ່​ໃນ​ເຂດ​ຊຸມ​ຊົນ​ທີ່​ນະ​ຄອນ​ອູ​ຮັ້ນ​ແຫ່ງ​ໜຶ່ງ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ພະ​ຍ​າດ, ນາງ​ອີ​ເສີງ​ຜູ້ເປັນອາ​ສາ​ສະ​ໝັກ​ໄດ້​ຊ່ວຍ​ສົ່ງ​ຜັກ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ຖາ​ນະ​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ທີ່​ມາ​ຈາກ​​ຂັ້ນ​ຮາກ​ຖານ​ຂອງນະ​ຄອນ​ອູ​ຮັ້ນ, ນາງ​ໄດ້​ເລົ່າ​ເລື່ອງ​ຈິງ​ທີ່​ເກີດ​ຂຶ້ນ​ຢູ່​ທີ່​ຕົນ​ໄດ້​ເຫັນ​ພໍ້.

ຄອບ​ຄົວ 4 ຄົນ​ໄດ້​ເຕົ້າໂຮມ​ກັນ​ຢ່າງ​ມີ​ຄວາມ​ສຸກ

ຄອບ​ຄົວ 4 ຄົນ​ຂອງໝູ່​ຮ່ວມ​ງານນາງ​ອີ​ເສີງ​​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19​ທັງ​ໝົດ. ນາງ​ອີ​ເສີງ​ເວົ້າ​ວ່າ: “ຄອບ​ຄົວ​ນີ້​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່ບໍ່​ມີ​ຕຽງ​​ນອນຢູ່​ໂຮງ​ໝໍ​ໃນ​ເປື້ອງ​ຕົ້ນ, ຕໍ່​ມາ​ໄດ້​ຮັບ​ການ​ປິ່ນ​ປົວ​​ໃນ​ຖາ​ນະ​ຄົນ​ເຈັບ​​ທີ່​ມີ​ອາ​ການ​ເບົາ​ແລ້ວ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ຊົ່ວ​ຄາວ. ແຕ່​ລູກ​ເຂີຍ​ຂອງ​ລາວ​ມີ​ອາ​ການ​ໜັກ ຈິ່ງຖືກ​ສົ່ງ​ໄປກອບ​ກູ້​​ຊີ​ວິດຢູ່​ຫ້ອງ ICU ຢ່າງ​ຮີບ​ດ່ວນ. ສຸດ​ທ້າຍ​ 4 ຄົນ​ໃນ​ຄອບ​ຄົວ​ກໍ​​ສາ​ມາດ​ຟື້ນ​ຟູ​ສຸ​ຂະ​ພາບ​ແລະ​ອອກ​ໂຮງ​ໝໍ​ໄດ້​ແລ້ວ, ສາ​ມາດ​ເຕົ້າ​ໂຮມ​ກັນ​ຢ່າງ​ມີ​ຄວາມ​ສຸກ. ລູກ​ສາວ​ຂອງ​ລາວ​ໄດ້​ຂຽນ​ຈົດ​ໝາຍ​​ເຖິງ​ຂ້ອຍ​ວ່າ: ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ຄັ້ງ​ນີ້, ຢາກ​ຂໍ​ສະ​ແດງ​ຄວາມ​ຂ​ອບ​ໃຈ​ຢ່າງ​ຈິງ​ໃຈ​​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ, ຂອບ​ໃຈ​ທຸກ​ຄົນ​ທີ່​ເຄີຍ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ນະ​ຄອນ​ອູ​ຮັ້ນ, ບຸນ​ຄຸນ​ເຫຼົ່າ​ນີ້​ພວກ​ເຮົາ​ຈະ​ຈື່​ຈຳ​ໄປ​ຕະຫຼອດ​ຊີ​ວິດ.”

ສິ່ງ​ມະ​ຫັດ​ສະ​ຈັດ​ດ້ານ​ຊີ​ວິດ​ຂອງ​ຜູ້​ເຖົ້າ​ອາ​ຍຸ 87 ປີ

ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ຍຸ 87 ປີ​ຜູ້​ໜຶ່ງ ມີ​ພະ​ຍາດປະ​ຈຳ​ໂຕ​ອື່ນໆ​ອີກ ເຊັ່ນ: ຄວາມ​ດັດ​ເລືອດ​ສູງ,ພະ​ຍາດ​ເບົາ​ຫວານ, ພະ​ຍາດ​ປອດ​ຊຳ​ເຮື້ອທີ່​ຕີບ​ຕັນຫຼືCOPD ເປັນ​ຕົ້ນ. ຕອນ​ທີ່​ຄົນ​ເຈັບ​ເຂົ້າ​ໂຮງ​ໝໍ​ມີ​ອາ​ການ​ຫາຍ​ໃຈ​ຍາກ, ຫາຍ​ໃຈ​ຫອບ​ຫືດ. ທາງ​ໂຮງ​ໝໍ​ໄດ້​ຈັດ​ສັນ​ໜ່ວຍ​ແພດ 9 ຄົນ​ເຊິ່ງ​ປະ​ກອບ​ດ້ວຍ ຫົວ​ໜ້າ​ແພດ,ພະ​ຍາ​ບານ, ​ນັກໂພ​ສະ​ນາ​ການ,​ຈິດ​ຕະ​ແພດ​ແລະ​ອື່ນໆ, ຄົນ​ທັງຫຼາຍ​ໄດ້​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອກອບ​ກູ້​ຊີ​ວິດ​ຄົນ​ເຈັບ​ຜູ້​ນີ້ໂດຍ​ໄດ້​ເຮັດ​ໃຫ້​ເພິ່ນ​ພົ້ນ​ຈາກ​​ຂີດ​ອັນ​ຕະ​ລາຍຫຼາຍ​ເທື່ອ, ໃນ​ທີ່​ສຸດ​ກໍ​​ສາ​ມາດ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ແລະ ອອກ​ໂຮງ​ໝໍ​ໄດ້.

ຕອນ​ທ່ຽງ​ວັນ​ທີ 9 ເມ​ສາ ​ປີ2020ນີ້, ​ທ່ານວາງ​ຊິ່ນ ຜູ້​ເປັນ​ພະ​ຍາດ​ໂຄວິດ-19ທີ່​ມີ​ອາ​ຍຸ 87 ປີ​ທີ່ໄດ້ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ຂາດແລ້ວ​ອອກ​ໂຮງ​ໝໍ​ນັ້ນ​ໄດ້​ໂອບກອດ​ກັບ​ທ່ານ​ໝໍ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ.

ທ່ານ​ນາງ​ອີ​ເສີງ ໄດ້​ເລົ່າ​ສູ່​ຟັງ​ວ່າ: ມີ​ຜູ້​ເຖົ້າ​ອາ​ຍຸ 80ກວ່າ​ປີ​ໄດ້​ເວົ້າ​ກັບ​ຕົນ​ວ່າ: “​ຊີ​ວິດ​ກໍ​ກາຍ​ມາ​ເຄິ່ງ​ຊີ​ວິດ​ແລ້ວ,​ແຕ່​ປະ​ສົບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຮ້າຍ​ແຮງ​ປານ​ນີ້​ແມ່ນ​ເທື່ອ​ທຳ​ອິດ. ​ ​ແຕ່​ບໍ່​ຄິດ​ບໍ່​ຝັນ​ວ່າ:ສະ​ພາບ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ຮັບ​ການ​ປ່ຽນ​ແປງ​ໄປ​​ໃນທາງ​ທີ່​ດີ​​ແລະ​ສາ​ມາດຄວບ​ຄຸມ​ໄວ້​ໄດ້​ພາຍ​ໃນ​ໄລ​ຍະ​ເວ​ລາ​​ອັນສັ້ນແບບ​ນີ້.ມີ​ພຽງ​ແຕ່​ຢູ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ແລະ​ຢູ່​ໃຕ້​ລະ​ບອບ​ສັງ​ຄົມ​ນິ​ຍົມ​ເທົ່າ​ນັ້ນ​ຈິ່ງ​ຈະ​ສາ​ມາດ​ເຮັດໄດ້.”

ຄວາມ​ອົບ​ອຸ່ນ​ທີ່​ມາ​ຈາກ​ປາ​ເປັນ​ໂຕ​ໜຶ່ງ

ອູ​ຮັ້ນ​ເປັນ​ຕົວ​ເມືອງ​ທີ່​ສ້າງ​ຂຶ້ນ​ຕາມ​ແຄມ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ. ປາ​ເປັນ​ອາ​ຫານ​ເຍື່ອງ​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ​ອູ​ຮັ້ນ. ​ສິ່ງ​ທີ່​ເຮັດ​ໃຫ້ທ່ານ​ນາງ​ອີ​ເສີງ​ລືມ​ຍາກ​ນັ້ນ​ຄື​ໃບ​ໜ້າ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ຂອງ ພໍ່​ເຖົ້າ​ລ້ຽວ ຊາວ​ເມືອງ​ອູ​ຮັ້ນ ​ໃນ​ເວ​ລາ​ທີ່ນາງ​ສົ່ງ​ປາ​ເປັນ​ເປັນ​ທີ່​ຍັງ​ເຕັ້ນ​ຢູ່​ໂຕ​ໜຶ່ງ​ໄປ​ເຖິງ​ມື​ຂອງ​ເພິ່ນ.

ນາງ​ອີ​ເສີງບອກວ່າ: ຕົ້ນ​ເດືອນ​ມີ​ນາ​ປີ​ນີ້, ​ທ່ານ​ສີ​ຈິ້ນ​ຜິງ​​ໄດ້ໄປ​ສຳຫຼວດ​ກວດ​ກາ​ວຽກ​ງານຢູ່​ນະ​ຄອນ​ອູ​ຮັ້ນ​ໂດຍໄດ້​ຮຽກ​ຮ້ອງວ່າ: ຕ້ອງ​ຊອກ​ຫາ​ທຸກວິ​ທີ​ທາງ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ການ​ສະ​ໜອງ​ເຄື່ອງ​ໃຊ້​ສອຍ​ປະ​ຈຳ​ວັນ​ອັນ​ຈຳ​ເປັນ​ເຊັ່ນ:​ເຂົ້າ​,ແປ້ງ​ໝີ່, ນ້ຳ​ມັນປຸງ​ແຕ່ງ​ອາ​ຫານ, ຊີ້ນ, ໄຂ່, ນົມ​ແລະ​ອື່ນໆ. ທ່ານ​ຍັງ​ຮຽກ​ຮ້ອງ​ເປັນ​ພິ​ເສດ​ວ່າ: “ປະ​ຊາ​ຊົນ​ອູ​ຮັ້ນ​ມັກ​ກິນ​ປາ​ເປັນ​ເປັນ, ຖ້າ​ມີ​ເງື່ອນ​ໄຂ​ອຳ​ນວຍ, ຄວນ​ໃຫ້​ການ​ສະ​ໜອງ​ໃຫ້ຫຼາຍ​ແດ່.”

ວັນ​ທີ 19 ມີ​ນາ​ປີ 2020, ນະ​ຄອນ​ສຽນ​ນິງ​ແຂວງ​ຫູ​ເປີຍ​ໄດ້​ຈັດ​ສົ່ງ​ປາ​ເປັນ170ກວ່າ​ໂຕນ​ໄປ​ເຖິງ​​ເປົ້າ​ໝາຍ​ຢູ່​ນະ​ຄອນ​ອູ​ຮັ້ນ.

ເມື່ອ​ນະຄອນ​ອູ​ຮັ້ນ​ຖືກ​ປິດ​ເມືອງ​ເນື່ອງ​ຈາກ​ພະຍາດ​ໂຄ​ວິດ-19​, ​​ໄດ້​ສ້າງ​ອົງການ​ສະ​ເພາະທີ່​ຮັບຜິດຊອບ​ສົ່ງ​ປາ​ໃຫ້​ປະຊາຊົນ, ຕາມ​ຂໍ້​ມູນ​ຈັດ​ຊື້​ທີ່​ສະຖິຕິ​ໂດຍພະນັກງານ​ເຂດ​ຊຸມ​ຊົນບໍລິສັດ​ສິນ​ໃນ​ນ້ຳ​ໄດ້​ຈັດ​ສົ່ງ​ເຖິງ​ເຂດ​ຊຸມ​ຊຸນ, ອາສາ​ສະໝັກ​ແບ່ງ​ ​ແລະ​ຫໍ່ ​ແລ້ວຈຶ່ງ​ຈັດ​ສົ່ງ​ໄປສົ່ງ​ເຖິງ​ປະຕູ​ອາຄານ, ຜູ້​ຮັບ​ຜິ​ດຊອບ​ຂອງ​ແຕ່​ລະອາ​ຄານຈັດ​ສົ່ງ​ປາ​ຕໍ່ໃຫ້​ປະຊາຊົນ.

ວັນ​ທີ 19 ມີນາ​ປີນີ້, ຢູ່​ເມືອງ​ຮັ້ນ​ຢາງ​ນະຄອນ​ອູ​ຮັ້ນ, ອາສາ​ສະໝັກ​ເຂດ​ຊຸມ​ຊົນ​ກຳລັງ​​ເອົາ​ປາ​ລົງ​ຈາກ​ລົດທີ່​ຈັດ​ສົ່ງ​ມາຈາກ​ເມືອງ​ສຽນນິງ​ເຊິ່ງ​ເປັນ​ເທື່ອ​ທີ 3 ​ແລ້ວ​ທີ່​ເມືອງ​ສຽນນິງ​ໄດ້​ຈັດ​ສົ່ງ​ປາ​ໃຫ້ເຂດ​ຊຸມ​ຊົນ​ນີ້.

ກົ້ມ​ຫົວສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ສຸດ​ຊຶ້ງ

ທ່ານ​ນາງ​ອີ​ເສີງ​ກ່າວ​ວ່າ: ກ່ອນ​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້, ປະຊາຊົນ​ໄດ້ມອບ​ໝາຍ​ໃຫ້​ຂ້າພະ​ເຈົ້າ​ມາສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເຊີ່ງ​ໜ້າ​ຕໍ່​ທ່ານ​ເລຂາ​ທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ, ​ເພື່ອ​ຂອບ​ໃຈ​ຕໍ່​ພັກ-ລັດ ​ແລະ​ກົ້ມ​ຫົວສະ​ແດງ​ຄວາມ​ຄຳນັບ​ຕໍ່​ບັນດາ​ທ່ານ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ນະຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີ​ຍ.

ວັນ​ທີ 24 ພຶດສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​​ເຂົ້າ​ຮ່ວມ​ການ​ຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຫູ​ເປີ​ຍ. ພາຍຫຼັງ​ໄດ້​ປະກອບ​ຄຳ​ເຫັນ​ແລ້ວໆ ນາງ​ອີ​ເສີງ​ໄດ້​ຕາງໜ້າ​ປະຊາຊົນ​ຢູ່​ບ້ານ​ເກີດ​ກົ້ມ​ຫົວ​ຕ່ຳລົງ​ເພື່ອ​ສະ​ແດງ​ຄວາມ​ຄຳນັບ​ຕໍ່​ທ່ານ​ສີ​ຈິ້ນ​ຜິ​ງດ້ວຍ​ຄວາມ​ຈິງ​ໃຈ.