ຮົງ​ກົງ​ສ້າງກົດ​ໝາຍວ່າ​ດ້ວຍ​ການ​ຮັກ​ສາຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ເຮັດ​ໃຫ້​ພາກ​ສ່ວ​ນ​ບັງ​ຄັບ​ໃຊ້​ກົດ​ໝາຍ​ມີ​ຫຼັກ​ຖານ​ອ້າງ​ອີງ,​ມີຄວາມ​ໝັ້ນ​ໃຈ​ແລະ​​ມີຄວາມ​ສາ​ມາດ​ຫຼາຍກວ່າ​ເກົ່າ​ໃນ​ການ​​ສະ​ກັດ​ກັ້ນ​ການ​ກະ​ທຳ​ທີ່​ທຳ​ລາຍຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ

2020-05-27 17:11:02 |ມາຈາກ: CRI

ວັນ​ທີ 26 ພຶດ​ສະ​ພາ​ນີ້, ທ່ານ ຫຼີ​ເຈ່ຍ​ຊ່າວ ຫົວ​ໜ້າ​ກອງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຮົງ​ກົງ​ກ່າ​ວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່ CMG ວ່າ: ກອງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຮົງ​ກົງແລະ​ກອງ​​ກຳ​ລັງ​ຮັກ​ສາ​ລະ​ບຽບ​ວິ​ໄນ 6 ກອງ​ທີ່​ຂຶ້ນ​ກັບ​ກອງ​ຕົນ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ສະ​ໜັບ​ສະ​ໜູນ​ໃຫ້ຮົງ​ກົງ​ສ້າງກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ​ການ​ສ້າງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຈະ​ເຮັດ​ໃຫ້​ພາກ​ສ່ວນບັງ​ຄັບ​ໃຊ້​ກົດ​ໝາຍ​ຢູ່ຮົງ​ກົງ​ມີ​ຫຼັກ​ຖານ​ອ້າງ​ອີງ,​ ມີ​ຄວາມ​ໝັ້ນ​ໃຈ​ແລະ​​ມີຄວາມ​ສາ​ມາດ​ຫຼາຍກວ່າ​ເກົ່າ​ໃນ​ການ​​ສະ​ກັດ​ກັ້ນ​ການ​ກະ​ທຳ​ທີ່​ທຳ​​ລາຍຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ສະ​ຖຽນ​ລະ​ພາບ​​ໃນໄລ​ຍະ​ຍາວ​ຂອງ​ຮົງ​ກົງ,ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ປະ​ເທດ.

ທ່ານ ຫຼີ​ເຈ່ຍ​ຊ່າວ ຊີ້​ໃຫ້​ເຫັນ​ວ່າ: ​ບໍ່​ວ່າປະ​ເທດ​ໃດໆ​ໃນ​ໂລກ, ການ​​ສ້າງກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົ​ງ​ແຫ່ງ​ຊາດ​ລ້ວນ​ແຕ່​ແມ່ນ​ອຳ​ນາດ​ດ້ານ​ການ​​ສ້າງກົດ​ໝາຍ​ຂອງ​ປະ​ເທດ​ຕົນ. ການ​ສ້າງ​ກົດ​ໝາຍ​ແລະ​ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແລະ​ສຳ​ຄັນ. ກົດ​ໝາຍ​ຂອງ​ຮົງ​ກົງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ໂດຍ​ສ​ະ​ເພາະ​ໃນ​ຊຸມ​ປີ​ຜ່ານ​ມາໄດ້​ເຜີຍ​ໃຫ້​ເຫັນ​ຂໍ້​ບົກ​ຜ່ອງ​ຈຳ​ນວນ​ໜຶ່ງ,ສ່ວນ​ການ​​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຮົງ​ກົງ​ໄດ້​​ອັດຕັນ​ຂໍ້​ບົກ​ຜ່ອງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ນີ້​ໃນ​ຂະ​ນະ​ທີ່​ສຳ​ຄັນ​ທີ່​ສຸດ.