ການ​ຕິດ​ຕາມ​ຜູ້​ອື່ນ​ຢ່າງ​ບໍ່​ມີ​ຫຼັກ​ການ​ທາງ​ການ​ເມືອງ​ບໍ່​ຄວນ​ຢູ່ເໜືອ​ຄຳ​ຢືນ​ຢັນ​ທາງວິ​ທະ​ຍາ​ສາດ

2020-05-27 17:12:19 |ມາຈາກ: CRI

ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ຜິດ​ພາດ​ທີ່​ກ່ຽວ​ຂ້ອ​ງ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານ ຊິນ​ໂ​ຊະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ວ່າ: ​ການ​ຕິດ​ຕາມ​ຜູ້​ອື່ນ​ຢ່າງ​ບໍ່​ມີ​ຫຼັກ​ການ​ທາງ​ການ​ເມືອງ​ບໍ່​ຄວນ​ຢູ່​ເໜືອກວ່າ​ຄຳ​ຢືນ​ຢັນທາງວິ​ທະ​ຍາ​ສາດ,ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ຈຶ່ງ​ແມ່ນ​ອາ​ວຸດ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ທີ່​ສຸດ​ຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: ແຫຼ່ງ​ເກີດ​ພະ​ຍາດ​ໂຄວິດ-19 ແມ່ນ​ບັນ​ຫາ​ທາງວິ​ທະ​ຍາ​ສາດ​ທີ່​ເຄັ່ງ​ຂຶມ, ຕ້ອງ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ແລະ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໂດຍ​ຖື​ເລື່ອງ​ຄວາມ​ເປັນ​ຈິງ​ແລະ​ວິ​ທະ​ຍາ​ສາດ​ເປັນ​ສິ່ງ​ອ້າງ​ອີງ.

“ພວກ​ຂ້າ​ພະ​ເຈົ້າ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຫັນ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ເຊື້ອ​ພະ​ຍາດ​ເປັນບັນ​ຫາ​ການ​ເມືອງ​ແລະ​ການ​ສ້າງ​ຄວາມ​ເສື່ອມ​ເສຍ​ຊື່​ສຽງ​ໃຫ້​ຜູ້​ອື່ນ, ການ​ກະ​ທຳ​ແບບ​ນີ້​ເປັນ​ການ​ຝ່າ​ຝືນ​ຄວາມ​ເຫັນ​​ດ້ານວິ​ຊາ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ,​ກໍ​ຄືອົງ​ການ​ຄົ້ນ​ຄວ້າ​ຫຼາຍ​ແຫ່ງ​ແລະ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ​,​ແຮ່ງ​ເປັນ​ການ​ຝ່າ​ຝືນ​ຄວາມ​ພະ​ຍາ​ຍາມ​ແລະ​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ຈີນ​ແລະ​ຍີ່​ປຸ່ນ​ໃນ​ການ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19. ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ: ການ​ຕິດ​ຕາມ​ຜູ້​ອື່ນ​ຢ່າງ​ບໍ່​ມີ​ຫຼັກ​ການ​ທາງ​ການ​ເມືອງ​ບໍ່​ຄວນ​ຢູ່ເໜືອ​ຄຳ​ຢືນ​ຢັນ​ທາງວິ​ທະ​ຍາ​ສາດ, ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ຈຶ່ງ​ແມ່ນ​ອາ​ວຸດ​ທີ່​​ເຂັ້ມ​ແຂງ​ທີ່​ສຸດຂອງມວນ​ມະ​ນຸດ​ໃນ​ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.”