ສຽງຂອງຄະນະຜູ້ແທນແຂວງຢຸນນານໃນກອງປະຊຸມສອງສະພາ

2020-05-28 17:17:10 |ມາຈາກ: Yunnan Gateway

ໃນປີນີ້ໃນໄລຍະກອງ​ປະ​ຊຸມ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ຊຸດ​ທີ 13 ແລະກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13,ຜູ້ແທນທັງຫລາຍຂອງຄະນະຜູ້ແທນແຂວງຢຸນນານສົນໃຈບັນຫາຕ່າງໆເປັນຕົ້ນແມ່ນນິເວດໃນພາກຕາເວັນຕົກ,ລະບົບບໍລິການສາທາລະນະສຸກຢູ່ເຂດຊາຍແດນ,ການຫຼຸດພົ້ນອອກຈາກຄວາມທຸກຍາກໃນຊົນນະບົດ ແລະ ອື່ນໆ.ຜູ້ແທນເຫລົ່ານັ້ນໄດ້ປະກອບຄຳຄິດຄຳເຫັນໃນກອງປະຊຸມສອງສະພາ.

ທ່ານ ຢາງເຈຍ ປະທານສະພາບໍລິສັດ China Mobile ,ຜູ້ແທນໃນຄະນະຜູ້ແທນແຂວງຢຸນນານກ່າວວ່າ: "ການເຂົ້າສູ່ທຸກຂະແໜງການຂອງ5G , ຕ້ອງມີການຊຸກຍູ້ຢ່າງວ່ອງໄວ." ທ່ານ ຢາງເຈຍ ສະເໜີໃຫ້ເສີມຂະຫຍາຍການກໍ່ສ້າງພື້ນຖານໂຄງລ່າງໃໝ່ເຊັ່ນ 5G ຢ່າງວ່ອງໄວ, ເພື່ອໃຫ້ 5G ສາມາດຊ່ວຍຍົກລະດັບການຫັນປ່ຽນຂອງຂະແໜງການ, ແລະຊຸກຍູ້ການປະຕິຮູບເສດຖະກິດຢ່າງແທ້ຈິງ.ສົ່ງເສີມ 5G ໃຫ້ບໍລິການໃນຂົງເຂດການດຳລົງຊີວິດຂອງປະຊາຊົນຢ່າງແຂງແຮງ, ໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຄວາມສະດວກສະບາຍນັບມື້ນັບຫຼາຍຂຶ້ນ, ແລະຍົກລະດັບຄວາມສຸກຂອງປະຊາຊົນຢ່າງຕໍ່ເນື່ອງ.

ທ່ານ ໂກດ້າຈິນ ເຈົ້າເມືອງຈ່າວທ່ອງແຂວງຢຸນນານ,ຜູ້ແທນໃນຄະນະຜູ້ແທນແຂວງຢຸນນານ,ທ່ານໄດ້ສະເໜີວ່າ,ຄວນສືບຕໍ່ປັບປຸງກົນໄກການຊົດເຊີຍດ້ານການປົກປັກຮັກສານິເວດໃຫ້ດີຂື້ນ.ທ່ານ ໂກດ້າຈິນ ເຊື່ອວ່າ:"ການປົກປັກຮັກສາສິ່ງແວດລ້ອມນິເວດແມ່ນໂຄງການລະບົບໜຶ່ງ,ແລະໃນນີ້ບໍ່ສາມາດອອກຫ່າງຈາກການຮັບປະກັນກົນໄກ."ທ່ານສະເໜີວ່າ,ສືບຕໍ່ເພີ່ມທະວີການສະໜັບສະໜູນສຳລັບພາກຕາເວັນຕົກໂດຍສະເພາະເຂດທຸກຍາກໃນດ້ານປ່ຽນການໄຖດິນຄືນສູ່ປ່າໄມ້ (ໂຄງການປູກຕົ້ນໄມ້ສ້າງປ່າຂອງປະເທດຈີນ,ເພື່ອການປົກປັກຮັກສາ ແລະ ປັບປຸງສະພາບແວດລ້ອມນິເວດ, ການປູກຕົ້ນໄມ້ສ້າງປ່າຕ້ອງເລືອກດິນທີ່ມີຄວາມເໝາະສົມ, ຟື້ນຟູປ່າໄມ້ໃຫ້ມີພືດປົກຫຸ້ມດິນ) ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໃຊ້ນິເວດຊ່ວຍເຫລືອ(ແມ່ນຮູບແບບການເຮັດວຽກໜຶ່ງໃນດ້ານການຊ່ວຍເຫລືອເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ,ເຊິ່ງປະກອບດ້ວຍການປົກປັກຮັກສາສິ່ງແວດລ້ອມນິເວດແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກ),ສ້າງກົນໄກການຊົດເຊີຍການປົກປັກຮັກສານິເວດລະຫວ່າງທິດຕາເວັນອອກແລະທິດຕາເວັນຕົກ,ເພື່ອຊຸກຍູ້ການພັດທະນາຂະແໜງການການຫຼຸດພົ້ນອອກຈາກຄວາມທຸກຍາກນິເວດໃນເຂດຕາເວັນຕົກ.

ທ່ານ ຢາງຢາງ, ຫົວໜ້າຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຂວງຢຸນນານ, ໄດ້ສຸມໃສ່ລະບົບການບໍລິການດ້ານສາທາລະນະສຸກໃນເຂດຊາຍແດນ.ທ່ານ ຢາງຢາງ ຄິດວ່າ, ຕ້ອງສ້າງລະບົບການບໍລິການດ້ານສາທາລະນະສຸກໃນເຂດຊາຍແດນໃຫ້ດີ,ສະເໜີສ້າງໂຮງໝໍແລະສູນຄວບຄຸມພະຍາດໃນເຂດຊາຍແດນຈີນໃຫ້ດີ, ແລະ ຍົກລະດັບຄວາມສາມາດໃນການປ້ອງກັນແລະຄວບຄຸມແລະການປິ່ນປົວການລະບາດຂອງພະຍາດໃນເຂດຊາຍແດນ.

ທ່ານນາງ ຖຽນຈິ້ງ ຜູ້ອຳນວຍການສູນ ການຮຽນແລະສືບທອດທັກສະເຄື່ອງປັ້ນດິນເຜົາຖຽນຈິ້ງເມືອງຈ້ຽນຊຸຍແຂວງຢຸນນານ,ຜູ້ແທນໃນຄະນະຜູ້ແທນແຂວງຢຸນນານເວົ້າວ່າ,ຕ້ອງໄດ້ນຳໃຊ້ວັດທະນະທຳຊົນນະບົດໃນການຊ່ວຍເຫລືອເພື່ອການຫຼຸດພົ້ນອອກຈາກຄວາມທຸກຍາກ.ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸມີບົດບາດສົ່ງເສີມການຟື້ນຟູວັດທະນະທຳຊົນນະບົດ,ການພັດທະນາຫັດຖະກຳພິເສດໃນທ້ອງຖິ່ນລ້ວນແຕ່ມີບົດບາດໃນການຊຸກຍູ້.ໃນແຂວງຢຸນນານມີໂຄງການມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຫຼາຍແຫ່ງທີ່ມີບົດບາດໃນການຂະຫຍາຍວຽກເຮັດທຳງານແລະສ້າງທຸລະກິດ,ແລະສົ່ງເສີມການຫຼຸດພົ້ນອອກຈາກຄວາມທຸກຍາກ.ເພື່ອຝຶກອົບຮົມຜູ້ສືບທອດມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸໃຫ້ຫຼາຍຂຶ້ນ,ສະເໜີໃຫ້ເພີ່ມວິຊາທັກສະມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸໃນໂຮງຮຽນວິຊາຊີບໃນເຂດຊົນເຜົ່າສ່ວນໜ້ອຍ.