ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ອັດ​ລົງ​ແລ້ວ

2020-05-28 17:25:55 |ມາຈາກ: CRI

ເວ​ລາ 15 ໂມງ​ຂອງວັນ​ທີ 28 ພຶດ​ສະ​ພາ​ນີ້, ພິ​ທີ​ປິດກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ຜູ້​ນຳ​ພັກ​ລັດ​ຈີນ ເຊັ່ນ: ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ກອງ​ປະ​ຊຸມ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ, ​ໄດ້​ລົງ​ຄະ​ແນນ​ສ​ຽງ​ຜ່ານ​ການ​ຮັບ​ຮອງ “ປະ​ມວນ​ກົດ​ໝາຍ​ແພ່ງ ສ​ປ ຈີນ” ເຊິ່ງ​ກົດ​ໝາຍ​ສະ​ບັບ​ນີ້​ຈະ​ເລີ່​ມ​ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2021 ເປັນ​ຕົ້ນ​ໄປ, ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ການ​ສ້າງ ແລະ ປັບ​ປຸງ​ລະ​ບຽບ​ກົດ​ໝາຍ ແລະ ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ. ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ​ໄດ້​ລົງ​ຄະ​ແນນ​ສຽງ​ຜ່ານ​ການ​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ແລະ ອົງ​ການ​ອະ​ທິ​ໄອ​ຍະ​ການສູງ​ສຸດ.