ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຈົດ​ໝາຍ​ຕອບ​ກັບເຖິງ​ຜູ້​​ຕາງ​ໜ້າ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທົ່ວ​ປະ​ເທດ​ຈີນ

2020-05-29 17:39:44 |ມາຈາກ: CRI

ວັນ​ທີ 29 ພຶດ​ສະ​ພາ​ນີ້, ເນື່ອງ​ໃນ​ໂອ​ກາດ “ວັນ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດຈີນ” ຄັ້ງ​ທີ 4 ​ຈະ​ໝູນວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທ​ານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ຕອບ​ກັບ​ເຖິງ​ຜູ້​​ຕາງ​ໜ້າ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ 25 ທ່ານ​ເຊິ່ງ​ລວມ​ທັງ ທ່ານຢວນ​ລົງ​ຜິງ ທ່ານ​ຈົ່ງ​ນານ​ສ່ານ ທ່ານ​ເຢ້​ເຜີຍ​ຈ້ຽນ ແລະ ​ທ່ານອື່ນໆ, ເພື່ອ​ສະ​ແດງ​ຄວາມ​ຢື້​ຢາ​ມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ເຂົາ​ເຈົ້າ ພ້ອມ​ດ້ວຍ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​ຈີນ.

ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ຜູ້​ເຮັດ​ວຽກ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​​ເພື່ອແບກ​ຫາບ​ພາ​ລະ​ກຳ​ຂອງ​ຍຸກ​ສະ​ໄໝ, ເດືອນ​ພະ​ຈິກ​ປີ 2016, ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ມັດ​ກຳ​ນົດ​ໃຫ້ວັນ​ທີ 30 ພຶດ​ສະ​ພາ​​ຂອງທຸກ​ປີ​​ເປັນ “ວັນ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດຈີນ”. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຜູ້​​ຕາງ​ໜ້າ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ 25 ທ່ານ​ເຊິ່ງ​ລວມ​ທັງ ທ່ານຢວນ​ລົງ​ຜິງ ທ່ານ​ຈົ່ງ​ນານ​ສ່ານ ທ່ານ​ເຢ້​ເຜີຍ​ຈ້ຽນ ແລະ ​ທ່ານອື່ນໆໄດ້​ສົ່ງ​ຈົດ​ໝາຍ​ເຖິງທ່ານ​ສີ​ຈິ້ນ​ຜິງ, ເພື່ອ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​​ຂອງ​ຕົນ​ທີ່​ຈະ​ສ້າງ​ຜົນ​ງານ​ທີ່​ດີ​ໃນ​ພຶດ​ຕິ​ກຳ​ປະ​ດິດ​ສ້າງ​ໃໝ່ ແລະ​ສ້າງ​ພາ​ລ​ະ​ກິດ​ໃໝ່​ໃນ​ຍຸກ​ໃໝ່.

ຈົດ​ໝາຍ​ຕອບ​ກັບ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີ​ຄື​ດັ່ງ​ນີ້:

​ຈົດ​ໝາຍ​ຕອບ​ກັບ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ຕໍ່​ທ່ານຢວນ​ລົງ​ຜິງ ທ່ານ​ຈົ່ງ​ນານ​ສ່ານ ທ່ານ​ເຢ້​ເຜີຍ​ຈ້ຽນ ແລະ ຜູ້ຕາງ​ໜ້າ​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທ່ານອື່ນໆ​ທັງ​ໝົດ 25 ທ່ານ

ເຖິງທ່ານຢວນ​ລົງ​ຜິງ ທ່ານ​ຈົ່ງ​ນານ​ສ່ານ ທ່ານ​ເຢ້​ເຜີຍ​ຈ້ຽນ ແລະ​​ອື່ນໆ ທັງ​ໝົດ 25 ສະ​ຫາຍ:

ສະ​ບາຍ​ດີ, ​ຂ້າ​ພະ​ເຈົ້າໄດ້​ຮັບ​ຈົດ​ໝາຍ​ຂອງ​ພວກ​ສະ​ຫາຍ​ແລ້ວ. ການ​ຄົ້ນ​ຄິດ ແລະ ພຶດ​ຕິ​ກຳ​ຂອງ​ພວກ​ສະ​ຫາຍ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​​ທີ່​ຈະຕອບ​ແທນ​ບຸນ​ຄຸນ​​ປະ​ເທດ​ຊາດ​ຂອງຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ອັນ​ໄພ​ສານ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ເນື່ອງ​ໃນ​ໂອ​ກາດ​ “ວັນ​​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດຈີນ” ​ໝູນວຽນ​ມາ​ເຖິງ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ຕໍ່​ພວ​ກ​ສະຫາຍ ກໍ​ຄື​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ທົ່ວ​ປະ​ເທດ!

ການ​ປະ​ດິດ​ສ້າງ​ໃໝ່​ແມ່ນ​ກຳ​ລັງ​ຂັບ​ເຄື່ອນ​ອັນ​ດັບ​ໜຶ່ງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ, ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ແມ່ນ​ອາ​ວຸດ​ອັນ​ເຂັ້ມ​ແຂງ​ທີ່​ເອົາ​ຊະ​ນະ​ຄ​ວາມ​ຫຍຸ້ງ​ຍາກ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ,​ຜູ້​ເຮັດ​ວຽກ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທົ່ວ​ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ໃນ​ດ້ານ​ການ​ປິ່ນ​ປົວ​ຄົນ​ເຈັບ ​ໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ວັກ​ແຊັງ, ​ຮັບ​ປະ​ກັນ​ດ້ານ​ອຸ​ປະ​ກອນ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ໃຫຍ່ ແລະ ອື່ນໆ​ຢ່າງ​ບໍ່​ລົດ​ລະ​ທັງ​ເວັນ​ທັງ​ຄືນ, ເຊິ່ງ​ເປັ​ນ​ການ​ຮັບ​ປະ​ກັນ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​​ໃນ​ການ​ຕ້ານ​ກັບ​ພະ​ຍາດ. ຫວັງ​ວ່າ​ຜູ້​ເຮັດ​ວຽກ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​ຈະ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ, ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ​ໃນ​ການ​ປະ​ດິດ​ສ້​າງ​ໃໝ່, ອອກ​ແຮງ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຊີ​ໃຈ​ກາງ ແລະ ສຳ​ຄັນ​ໃຫ້​ປ​ະ​ກົດ​ຜົນ​ເປັນ​ຈິງ, ຊຸກ​ຍູ້​ການ​ປະ​ສົມ​ປະ​ສານ​ການ​ຜະ​ລິດ ການ​ສຶກ​ສາ ແລະ ການ​ຄົ້ນ​ຄວ້າ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ​ພາ​ກັນ​ກ້າວ​ຂຶ້ນ​ສູ່​ຈອມ​ພູ​ສູງ​ສຸດ​ແຫ່ງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຢ່າງ​ກ້າ​ຫານ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເພື່ອ​ສ້າງ​ປະ​ເທດ​ເຮົາ​ໃຫ້​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ.